Ad

Ad

4 August 2015

ບໍລິສັດ ສີເມືອງກຣຸບ ລົງທຶນກໍ່ສ້າງເຂື່ອນໄຟຟ້ານ້ຳຮຸ່ງ 1 ຢູ່ແຂວງໄຊຍະບູລີ



         ວັນທີ 1 ສິງຫານີ້, ທີ່ແຂວງ ໄຊຍະບູລີ ໄດ້ມີພິທີເຊັນສັນຍາລົງ ທຶນກໍ່ສ້າງ ເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ ນ້ຳຮຸ່ງ 1 ລະຫວ່າງແຂວງໄຊຍະບູລີ ຕາງ ໜ້າໂດຍພະແນກແຜນການ ແລະ ການລົງທຶນຂອງແຂວງ ແລະ ບໍລິສັດ ສີເມືອງ ກຣຸບ ຕາງໜ້າໂດຍ ບໍລິສັດເຂື່ອນໄຟຟ້ານ້ຳຮຸ່ງ 1 ຈຳ ກັດຜູ້ດຽວ ໂດຍການໃຫ້ ກຽດເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະ ຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດການຜະລິດ ແລະ ຈໍ ລະຈອນ, ທ່ານເຈົ້າແຂວງ ໄຊຍະບູລີ, ທ່ານລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຮອງຜູ້ວ່າ ການທະນາຄານ ແຫ່ງ ສປປ ລາວ ພ້ອມປະ ທານບໍລິສັດສີເມືອງກຣຸບເຂົ້າຮ່ວມນຳ.
      ໂຄງການດັ່ງກ່າວຕັ້ງຢູ່ຫ່າງຈາກເທສະບານແຂວງໄຊຍະບູລີ ໄປທາງທິດຕາເວັນອອກສຽງໃຕ້ ປະມານ 15 ກິໂລແມັດ ເຊິ່ງໄດ້ມີການສຳຫລວດຄວາມເປັນໄປໄດ້ທາງດ້ານເສດຖະກິດ, ເຕັກນິກ, ຜົນກະທົບທາງດ້ານສັງຄົມ-ສິ່ງແວດລ້ອມ ແລະ
ອື່ນໆມາແຕ່ ປີ 2010 ເຊິ່ງມີເນື້ອທີ່ອ່າງໂຕ່ງ 2.915 ກິໂລຕາແມັດ, ເນື້ອທີ່ອ່າງເກັບນ້ຳ 1,52 ກິໂລຕາແມັດ, ອັດຕາການ ໄຫລຂອງນ້ຳ 34 ກວ່າ ແມັດກ້ອນຕໍ່ວິນາທີ ເຊິ່ງໄດ້ອອກແບບການກໍ່ສ້າງມີ ຄວາມຍາວຂອງສັນເຂື່ອນ 235 ແມັດ, ຄວາມ ສູງຂອງເຂື່ອນກວ່າ 35 ແມັດ, ມີກຳລັງຕິດຕັ້ງທັງໝົດ 15 ເມກາວັດ ແລະ ຈະມີມູນຄ່າການ ກໍ່ສ້າງຫລາຍກວ່າ 34 ລ້ານ ໂດລາສະຫະລັດ ໂດຍແມ່ນບໍລິສັດ ສີເມືອງ ກຣຸບເປັນຜູ້ລົງທຶນ 100% ແລະ ບໍລິສັດ ໂດອູ ອີຊີ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງ ຈະເລີ່ມລົງມືປະຕິບັດໃນທ້າຍປີ 2015 ແລະ ຈະໃຫ້ສຳເລັດໃນປີ 2017. ໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍນ້ຳຮຸ່ງ 1 ຖືວ່າ ເປັນ ການລົງທຶນຂອງນັກທຸລະ ກິດລາວ 100% ແລະ ເປັນຄົນ ທຳອິດໃນຂະແໜງພະລັງງານໄຟຟ້າຢູ່ ສປປ ລາວ.
       ຈາກນັ້ນ, ໃນຕອນເຊົ້າຂອງ ວັນທີ 2 ສິງຫານີ້, ກໍໄດ້ມີພິທີວາງສີລາລືກກໍ່ສ້າງໂຄງການດັ່ງກ່າວ ແລະ ໄດ້ຮັບກຽດລັ່ນ ຄ້ອງ 9 ບາດ ຈາກທ່ານ ສົມສະຫວາດ ເລັ່ງສະຫວັດ ເພື່ອເປັນສິລິມຸງຄຸນແກ່ການກໍ່ສ້າງເຂື່ອນໄຟຟ້າແຫ່ງນີ້ໃຫ້ມີຜົນ ສຳເລັດ.


No comments:

Post a Comment