Ad

Ad

28 August 2015

ສົກຮຽນ​ໃໝ່ 2015-2016 ຮອງ​ນາຍົກລັດຖະມົນຕີ ດຣ. ພັນ​ຄຳ ວິພາ​ວັນ ​ເນັ້ນ 4 ວຽກ​ຈຸດ​ສຸມ

 ​ເນື່ອງໃນໂອກາດໄຂສົກຮຽນໃໝ່ 2015-2016 ຈະມີຂຶ້ນໃນວັນທີ 1 ກັນຍານີ້, ທ່ານ ດຣ. ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການແລະ ກິລາໄດ້ຕາງໜ້າໃຫ້ພັກ, ລັດຖະບານແລະໃນນາມການນຳກະຊວງສຶກສາທິການແລະ ກິລາໄດ້ມີຄຳເຫັນຝາກຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງມາຍັງຜູ້ບໍລິຫານການສຶກສາ-ກິລາ, ຄູ-ອາຈານແລະ ນັກຮຽນ-ນັກສຶກສາ, ຜູ້ປົກຄອງແລະ ພໍ່ແມ່ນັກຮຽນໃນຂອບເຂດທົ່ວປະເທດດ້ວຍຄວາມສະໜິດສະໜົມແລະໄດ້ແນະນຳວ່າ: ​ເພື່ອໃຫ້ສົກຮຽນໃໝ່ໄດ້ດຳເນີນໄປຢ່າງມີຜົນສຳເລັດແລະ ມີຄຸນນະພາບນັ້ນ ຈະຕ້ອງໄດ້ເອົາໃຈໃສ່ປະຕິບັດ 4 ວຽກຈຸດສຸມຄື:
     1. ສືບຕໍ່ເສີມຂະຫຍາຍຢ່າງແຂງແຮງຜົນສຳເລັດຂອງການດຳເນີນການປະຕິຮູບລະບົບການສຶກສາແລະ ການປັບປຸງວຽກງານກິລາ-ກາຍະກຳໃນສົກຮຽນ 2014-2015 ຜ່ານມາໃຫ້ກວ້າງຂວາງທົ່ວເຖິງແລະເລິກເຊິ່ງເຖິງຖອງກວ່າເກົ່າ, ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍທີ່ວາງໄວ້ໃນ​​ແຜນພັດທະນາການສຶກສາແລະ ກິລາ ສົກຮຽນ 2015-2016 ​ເຊິ່ງໄດ້ຮັບຮອງໃນມະຕິກອງປະຊຸມຜູ້ບໍລິຫານການສຶກສາແລະ ກິລາທົ່ວປະເທດ ປະຈຳປີ 2015 ​ເຊິ່ງໄດ້ຈັດຂຶ້ນໃນວັນທີ 23-24 ມິຖຸນາ 2015 ທີ່ນະຄອນຫລວງວຽງຈັນໃຫ້ປາກົດຜົນເປັນຈິງ​.

     2. ສືບຕໍ່ຈັດສັນຄືນໃໝ່ແຜນທີ່ການສຶກສາໃຫ້ແທດເໝາະກັບລະບົບຕາໜ່າງໂຮງຮຽນຂອງແຕ່ລະຊັ້ນ, ​ແຕ່ລະສາຍໂດຍສະເພາະການຈັດສັນໂຮງຮຽນລ້ຽງເດັກແລະ ອະນຸບານ, ​ໂຮງຮຽນປະຖົມແລະ ມັດທະຍົມສຶກສາໃຫ້ຕິດພັນກັບການຈັດສັນພູມລຳເນົາ, ການຈັດສັນບ້ານ, ການໂຮມບ້ານ, ບ້ານ 3 ສ້າງເພື່ອເປັນຂໍ້ມູນທີ່ຈະແຈ້ງໃຫ້ແກ່ການກະກຽມກ້າວເຂົ້າສູ່ການປະຕິບັດການສຶກສາພາກບັງຄັບ 9 ປີຮຽນ ທີ່ກຳນົດໃນກົດໝາຍວ່າດ້ວຍການສຶກສາສະບັບປັບປຸງໃໝ່ປີ 2015 ທີ່ຈະປະກາດນຳໃຊ້ໃນບໍ່ດົນນີ້.
     3. ຕັ້ງໜ້າປະຕິບັດບັນດານິຕິກຳທີ່ກ່ຽວຂ້ອງກັບຫລັກສູດ, ກ່ຽວກັບການສອນ-ການຮຽນໃຫ້ເປັນຮູບປະທຳ, ​ເອົາໃຈໃສ່ເປັນພິເສດຕໍ່ການສອນ-ການຮຽນຂອງຊັ້ນປະຖົມສຶກສາໂດຍສືບຕໍ່ປະຕິບັດການເລື່ອນຂັ້ນແບບຕໍ່ເນື່ອງໃຫ້ທົ່ວເຖິງແລະ ຖືກຕ້ອງ, ​ເຂັ້ມງວດຕາມລະບຽບຫລັກການ, ຕັ້ງໜ້າສອນບຳລຸງນັກຮຽນອ່ອນຢ່າງເປັນລະບົບ. ພ້ອມກັນນັ້ນ ກໍຕັ້ງໜ້າສົ່ງເສີມນັກຮຽນເກັ່ງແລະ ນັກຮຽນພອນສະຫວັນໃຫ້ແຂງແຮງ, ສືບຕໍ່ເອົາໃຈໃສ່ຈັດການຮຽນ-ການສອນບຳລຸງຍົກລະດັບການສຶກສາຕິດພັນກັບການເຝິກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ປະຊາຊົນບັນດາເຜົ່າມີລະດັບການສຶກສາສູງຂຶ້ນ, ມີອາຊີບໃດໜຶ່ງທີ່ໝັ້ນຄົງ. ປັບປຸງການຮຽນ-ການສອນອາຊີວະສຶກສາແລະ ການສຶກສາຊັ້ນສູງ ນັບທັງສາຍສ້າງຄູໂດຍເນັ້ນພາກປະຕິບັດຕົວຈິງ, ການຄົ້ນຄວ້າວິໄຈທາງດ້ານວິທະຍາສາດໃຫ້ຫລາຍຂຶ້ນ.
     4. ກະກຽມສະຫລຸບຂະບວນການແຂ່ງຂັນ-ຍ້ອງຍໍການປະຕິບັດ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາແລະ ກິລາຕິດພັນກັບການສະຫລຸບຂະບວນການແຂ່ງຂັນຮັກຊາດແລະ ການສະເຫລີມສະຫລອງວັນສຳຄັນຂອງຊາດໂດຍສະເພາະວັນຊາດທີ 2 ທັນວາ ຄົບຮອບ 40 ປີແລະ ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກແລະ ຄັ້ງທີ VIII ຂອງອົງຄະນະພັກກະຊວງສຶກສາທິການແລະ ກິລາ ທີ່ຈະເປີດຂຶ້ນໃນບໍ່ດົນນີ້.

      ​ໃນໂອກາດ​​ໄຂສົກຮຽນໃໝ່ 2015-2016 ນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາແລະ ກິລາທຸກຂັ້ນ, ຄູ-ອາຈານສອນທຸກຄົນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ​ເຄົາລົບ, ນັບຖືແລະ ປະຕິບັດລະບຽບກົດໝາຍໃຫ້ເຂັ້ມງວດແລະເພີ່ມທະວີຄວາມສາມັກຄີພາຍໃນ​​ໃຫ້ໜັກແໜ້ນ, ຕ້ານແລະ ສະກັດກັ້ນທຸກປາກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນຂະແໜງການສຶກສາແລະ ກິລາ, ຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ຮຽກຮ້ອງເຖິງນັກຮຽນ-ນັກສຶກສາໃນທຸກລະດັບ, ທຸກຂົງເຂດໃນທົ່ວປະເທດຈົ່ງເພີ່ມທະວີຄວາມຮັບຜິດຊອບແລະ ຕັ້ງໃຈຄົ້ນຄວ້າຮ່ຳຮຽນດ້ວຍຕົນເອງໃຫ້ຫລາຍຂຶ້ນ, ຮຽນໃຫ້ມີຄວາມຮູ້, ມີຄວາມສາມາດແລະ ຮຽນໃຫ້ມີວິຊາຊີບໃດໜຶ່ງທີ່ໝັ້ນຄົງ, ​ເຝິກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນນັກຮຽນດີຂອງຄູ-ອາຈານ, ກາຍເປັນລູກຫລານທີ່ດີຂອງພໍ່ແມ່, ປ້າ-ລຸງ, ​ເປັນພົນລະເມືອງດີຂອງຊາດ ກຽມພ້ອມປະກອບສ່ວນປົກປັກຮັກສາແລະ ສ້າງສາປະເທດຊາດອັນແສນຮັກຂອງພວກເຮົາ, ຮຽກຮ້ອງມາຍັງຄອບຄົວ, ຜູ້ປົກຄອງນັກຮຽນ-ນັກສຶກສາແລະໃນທົ່ວສັງຄົມ ຈົ່ງພ້ອມກັນຊ່ວຍຕັກເຕືອນບອກສອນ, ສຶກສາອົບຮົມໃຫ້ລູກຫລານຂອງຕົນໃຫ້ເອົາໃຈໃສ່ຕໍ່ການສຶກສາຄົ້ນຄວ້າຮ່ຳຮຽນ, ຮູ້ຄຸນຄ່າຂອງຕົນ, ຊຸກຍູ້ສົ່ງເສີມໃຫ້ລູກຫລານທີ່ຢູ່ໃນເກນອາຍຸເຂົ້າຮຽນໄປໂຮງຮຽນແລະ ຮຽນຕໍ່ໃຫ້ສູງຂຶ້ນຕາມຄວາມສາມາດຂອງເຂົາເຈົ້າ, ບັນຫາສຳຄັນຮຽນຈົບແລ້ວໃຫ້ມີອາຊີບ, ມີວຽກເຮັດງານທຳ, ມີລາຍຮັບໃຫ້ແກ່ຕົນເອງແລະ ຄອບຄົວ, ຮຽກຮ້ອງເຖິງອົງການຈັດຕັ້ງທຸກພາກສ່ວນທັງພາກລັດແລະ ພາກເອກະຊົນທັງພາຍໃນແລະ ຕ່າງປະເທດ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອການສຶກສາແລະ ກິລາ ຖືເອົາການສຶກສາແລະ ກິລາເປັນໜ້າທີ່ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນໃນທົ່ວສັງຄົມ.

No comments:

Post a Comment