Ad

Ad

31 August 2015

ຈະລາຈອນນະຄອນຫລວງວຽງຈັນ ເສີມກຳລັງຫລາຍກວ່າ 370 ຄົນ ເພື່ອອຳນວຍຄວາມສະດວກໃນມື້ເປີດສົກຮຽນໃໝ່

ເຊົ້າວັນທີ 28 ສິງຫານີ້, ຢູ່ຫ້ອງຕຳຫລວດ ປກສ ນະຄອນຫລວງວຽງຈັນ ໄດ້ເປີດກອງປະຊຸມກ່ຽວກັບວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ, ສຳລັບເຈົ້າໜ້າທີ່ຈະລາຈອນນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຕ່າງໆ, ພ້ອມດ້ວຍນາຍ ແລະ ພົນຕຳຫລວດເຂົ້າຮ່ວມເປັນຈຳນວນຫລາຍ.
             ກອງປະຊຸມດັ່ງກ່າວ ກໍເພື່ອແນໃສ່ຮັບປະກັນໃຫ້ແກ່ມື້ເປີດສົກຮຽນໃໝ່ 2015-2016 ນີ້, ມີຄວາມປອດໄພຮັບປະກັນໃນການສັນຈອນສະດວກດີ, ໂດຍສະເພາະແມ່ນໜ້າໂຮງຮຽນ ແລະ ເສັ້ນທາງຫລັກ, ເສັ້ນທາງເຂົ້າອອກເມືອງຈຸດສາມແຍກ, ສີ່ແຍກ, ຕະຫລາດ ແລະ ບ່ອນຊຸມຊົນຕ່າງໆ

             ທ່ານຫົວໜ້າພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນນີ້ ພາຫະນະລົດລາງຢູ່ໃນນະຄອນຫລວງວຽງຈັນ ມີຈຳນວນເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເສັ້ນທາງສັນຈອນແຕ່ເສັ້ນທາງຮອງຮັບການສັນຈອນຍັງ
ຈຳກັດ ແລະ ມີຄວາມຫຍຸ້ງຍາກ, ມີບາງບ່ອນເປເພ, ເປັນບວກ, ເປັນຂຸມ ເຮັດໃຫ້ຜູ້ໃຊ້ລົດໃຊ້ຖະໜົນພົບຄວາມຫຍຸ້ງຍາກ ບໍ່ມີຄວາມສະດວກໃນການສັນຈອນໄປມາ, ເຊິ່ງປະກົດການດັ່ງກ່າວ ຍິ່ງຈະສົ່ງຜົນກະທົບໃຫ້ການສັນຈອນໃນໄລຍະເປີດສົກຮຽນໃໝ່ນີ້ມີຄວາມແອອັດ ຫລາຍຂຶ້ນ ແລະ ອາດສົ່ງຜົນໃຫ້ການສັນຈອນອຸດຕັນເປັນບາງຄັ້ງຄາວ ກໍເປັນໄດ້ ຖ້າພວກເຮົາບໍ່ເອົາໃຈໃສ່ການຄວບຄຸມລະບຽບການສັນຈອນ ແລະ ການລະບາຍລົດທີ່ເໝາະສົມ, ພ້ອມນັ້ນ ກໍອາດຈະມີອຸປະຕິເຫດເກີດຂຶ້ນກໍເປັນໄດ້ ແລະ ອາດຈະມີຄົນບໍ່ດີສວຍໃຊ້ປຸ້ນຈີ້, ຊິງຊັບ, ດຶງກະເປົາ ແລະ ອື່ນໆ ໃນຊ່ວງເວລາການຈະລາຈອນແອອັດ. ຍ້ອນແນວນັ້ນ ທາງເຈົ້າໜ້າທີ່ຈິງໄດ້ເສີມກຳລັງເຈົ້າໜ້າທີ່ເຂົ້າຕື່ມອີກຫລາຍກວ່າ 370 ຄົນ ເພື່ອຊ່ວຍຄວບຄຸມການສັນຈອນໃນມື້ເປີດສົກຮຽນໃໝ່ຢູ່ຕາມແຕ່ລະຈຸດທີ່ຫລໍ່ແຫລມດ້ວຍກັນ ຈຳນວນ 93 ຈຸດ, ເພື່ອເຮັດໃຫ້ການສັນຈອນໄປມາໃນໂມງເລັ່ງດ່ວນ ຕາມສາມແຍກ, ສີ່ແຍກ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຫລຸດຜ່ອນອຸປະຕິເຫດທີ່ອາດຈະເກີດຂຶ້ນ ແລະ ເພື່ອສາມາດຮັບປະກັນຄວາມສະຫງົບໄດ້ 100%.

No comments:

Post a Comment