Ad

Ad

11 August 2015

ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 65 ປີ



ວັນທີ 10 ສິ່ງຫານີ້ສູນກາງແນວລາວສ້າງຊາດໄດ້ຈັດງານໂຮມຊຸມນຸມໃຫຍ່ສະ ເຫຼີມສະຫຼອງ ວັນສ້າງຕັ້ງສູນກາງ ແນວ ລາວສ້າງຊາດຄົບຮອບ 65 ປີ (13 ສິງຫາ 1950 - 13 ສິງຫາ 2015)  ຂຶ້ນຢູ່ຫໍປະຊຸມ ແຫ່ງຊາດ ໃນນະຄອນ ຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຮອງປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍອະດີດການນຳ, ນັກຮົບເກົ່າ, ພະເທລະນຸເທລະ ແລະ ປັນຍາຊົນຄົນຕ່າງໆເຂົ້າຮ່ວມຢ່າງຫຼວງຫຼາຍໃນພິທີທ່ານ ສຈ ດຣ ພັນດວງຈິດ ວົງສາ ປະທານສູນກາງແນວລາວສ້າງຊາດໄດ້ກ່າວຄຳ ປາໄສຕໍ່ງານສະເຫຼີມສະ ຫຼອງວັປະຫວັດສາດສຳຄັນດັ່ງກ່າວວ່າ: ກ່ອນໜ້ານີ້ 65 ປີ ເຫດ ການທີ່ສຳຄັນໃນປະຫວັດສາດຂອງການປະຕິວັດ ລາວ ໄດ້ເກີດຂຶ້ນນັ້ນແມ່ນການສ້າງຕັ້ງແນວລາວສ້າງຊາດໃນວັນທີ 13 ສິງຫາ 1950  ຢູ່ເຂດທີ່ໝັ້ນປະຕິວັດຂອງລາວ, ໂດຍ ສົມເດັດເຈົ້າ ສຸພານຸວົງ ເປັນປະທານ, ໃນເບື້ອງຕົ້ນມີຊື່ວ່າແນວໂຮມອິດສະລະ ແລະ ໄດ້ປະກອບ ສ່ວນຢ່າງໃຫຍ່ຫຼວງ ເຂົ້າໃພາລະກິດຕູ້ສູ້ປົດປ່ອຍຊາດເຄື່ອນໄຫວປະຕິວັດຍຸດທະສາດ, ຍຸດໂທບາຍ ແລະ ບາງໄລຍະຕໍ່ສູ້ດ້ວຍອາວຸດ, ບາງໄລຍະຕໍ່ສູ້ດ້ວຍການເມືອງ, ດ້ວຍກົດໝາຍ, ດ້ວຍການເຈລະຈາຄື ໃນຊຸມປີ 1957 ແນວລາວສ້າງຊາດໄດ້ ຮ່ວມກັບກອງພົນທີ 2 ຜ່າວົງປິດລ້ອມ ແລະ ບັນດາຜູ້ນຳແນວລາວສ້າງຊາດຈຳນວນ 16 ທ່ານທີຖືກຂັງຢູ່ຄຸກໂພນເຄັງ ສາມາດໂຕນໜີໄປສູ່ເຂດທີ່ໝັ້ນຢ່າງປອດໄພ, ຈາກການຕໍ່ສູ້ຄຽງບ່າຄຽງໄຫຼ່ກັບພັກປະຊາຊົນ ປະຕິວັດລາວ ໃນທີ່ສຸດ ໄດ້ມີການຍຶດອຳນາດຢູ່ ນະຄອນຫຼວງວຽງຈັນໃນວັນທີ 23 ສິງຫາ 1975 ແບບບົວບໍ່ຊ້ຳນ້ຳບໍ່ຂຸ່ນໄດ້ຮັບໄຊຊະ ນະຢ່າງຈົບງາມ ແລະ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນແລ້ວ, ອົງການແນວລາວສ້າງຊາດຍັງ ສືບຕໍ່ເປັນຄັນທຸງ, ເຕົ້າ ໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ, ປະຕິບັດ 2 ໜ້າທີ່ຍຸດທະສາດ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ປະຕິບັດແນວທາງປ່ຽນແປງໃໝ່, ປັດຈຸບັນແນວລາວສ້າງຊາດ ທຸກຂັ້ນທຸກລະດັບໄດ້ສຸມໃສ່, ປຸກລະດົມແຂ່ງຂັນຮັກຊາດ, ພັດທະນາ, ຍູ້ແຮງການຜະລິດເປັນສິນຄ້າ, ແກ້ໄຂຄວາມທຸກຍາກ, ປະຕິບັດວຽກງານ 3  ສ້າງ ແລະ ວຽກງານອື່ນໆຢ່າງຕໍ່ເນື່ອງ.
ໃນໂອກາດອັນສະຫງ່າລາສີນີ້ ຮອງປະທານປະເທດ ບຸນຍັງ ວໍລະຈິດ ກໍໄດ້ໃຫ້ກຽດໂອ ລົມຕໍ່ງານໂຮມຊຸມນຸມ ໃຫຍ່ດັ່ງກ່າວ, ໂດຍທ່ານໄດ້ເນັ້ນບາງບັນຫສຳຄັນຄື ຕະຫຼອດ 65 ປີ ຜ່ານມາພັກ-ລັດ ແລະ ປະຊາຊົນ ໄດ້ຮັບຮູ້ເຖິງຜົນງານ ອັນໃຫຍ່ຫຼວງຂອງສູນກາງແນວລາວສ້າງຊາດ ໃນພາລະກິດປະຕິວັດຊາດ ປະຊາທິປະໄຕ, ການປະຕິບັດ 2 ໜ້າທີ່ຍຸດທະສາດຄື ປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືພາລະກິດປ່ຽນແປງໃໝ່ ແລະ ເຖິງວ່າມີຂໍ້ສະດວກຫຼາຍ ປະການ ແຕ່ກໍຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານທີ່ຕ້ອງໄດ້ບຸກບືນກວ່າເກົ່າ, ສະນັ້ນ ໜ້າທີ່ອັນຮີບດ່ວນໃນຕໍ່ ໜ້າແມ່ນຈະໄດ້ເພີ່ມທະວີການນຳພາຂອງພັກທຸກຂັ້ນ, ທຸກແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນໃຫ້ສົມ ຄູ່ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່, ເພື່ອພ້ອມກັນເຮັດສຳເລັດພາລະກິດຂອງພັກຄື: ເຮັດໃຫ້ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄືປອງດອງ, ມີປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ ໃຫ້ປາກົດຜົນເປັນຈິງເທື່ອລະກ້າວ, ໃນເງື່ອນໄຂການພັດທະນາເສດຖະກິດຕະຫຼາດຕາມ ທິດສັງຄົມນິຍົມ ແລະ ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນເທື່ອລະກ້າວ, ທ່ານຮອງປະທານປະເທດຢ້ຳວ່າ: ໃນຍຸກໂລການພິວັດມັນມີຄວາມຈຳເປັນທີ່ຈະຕ້ອງປັບປຸງ ຄຸນນະພາບຂອງວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນໃຫ້ສອດຄ່ອງເພື່ອສາ ມາດຮອງຮັບກອງປະຊຸມໃຫຍ່ຄັ້ງ ທີ່ 10 ຂອງພັກທີ່ຈະົໄຂຂຶ້ນໃນຕໍ່ໜ້ານີ້, ພ້ອມຍົກສູງແນວ ທາງຂອງແນວໂຮມໃຫ້ຖືກຕ້ອງສອດຄ່ອງກັບແນວທາງປ່ຽນແປງໃໝ່ຂອງພັກ, ມູນເຊື້ອອັນດີງາມຂອງຊາດ ແລະ ປັບປຸງກົນໄກໂຄງປະກອບ, ລະບອບແບບແຜນວິທີນຳພາຂອງແນວໂຮມໃຫ້ແທດເໝາະ ກັບໜ້າທີ່ການເມືອງໃນໄລຍະໃໝ່, ເພື່ອໃຫ້ແນວໂຮມເຮັດຫລ້ອນພາ ລະກຳປະຫວັດສາດຂອງຕົນໃນການເຕົ້າໂຮມຄວາມສາມັກຄີປອງດອງເປັນປຶກແຜນຂອງຊາດ, ປຸກລະດົມມະຫາຊົນ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ກວດການປະກອບຄຳຄິດເຫັນ ຕໍ່ຮ່າງແນວທາງການເມືອງ ແລະ ການຈັດຕັ້ງຂອງພັກແຕ່ລະຂັ້ນເພື່ອເຮັດໃຫ້ລະບົບການເມືອງປະຊາທິປະໄຕ ປະຊາຊົນມີຄວາມປອດໃສເຂັ້ມແຂງ, ດັ່ງນັ້ນຈຶ່ງຮຽກຮ້ອງມາຍັງທົ່ວພັກ-ລັດ, ແນວລາວສ້າງຊາດ, ອົງກນຈັດຕັ້ງມະຫາຊົນ ແລະ ປະຊາຊົນທຸກຊັ້ນຄົນໃນຂອບ ເຂດທົ່ວປະເທດຈົ່ງເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວ ລາວອິດສະລະ, ແນວລາວຮັກຊາດ, ແນວລາວສ້າງຊາດ, ສືບຕໍ່ບຸກບືນປະຕິບັດໜ້າທີ່ອັນມີກຽດສະຫງ່າທີ່ປະຊາຊົນມອບໝາຍໃຫ້ປະສົບຜົນ ສຳເລັດຢ່າງຈົບງາມ .

No comments:

Post a Comment