Ad

Ad

17 August 2015

ສື່ມວນຊົນ ແລະ ການພິມຈຳໜ່າຍຈະຕ້ອງໄດ້ເອົາໃຈໃສ່ຜັນຂະຫຍາຍບົດໂອ້ລົມຂອງສູນກາງໃຫ້ເຂົ້າສູ່ລວງເລິກ

ມັນເປັນສິ່ງຍອດຍິ່ງຂອງການໂອ້ລົມ-ຊີ້ນຳຕັກເຕືອນຂອງສະຫາຍເລຂາທິການສູນກາງພັກ ຈັນສີ ໂພສີຄຳ ຕໍ່ນັກຮົບສື່ມວນຊົນ ແລະ ການພິມຈຳໜ່າຍຢູ່ໃນງານສະເຫລີມສະຫລອງວັນສ້າງຕັ້ງກຳລັງນັກຮົບດ້ານແນວຄິດ ຄົບ ຮອບ 65 ປີ ເຊິ່ງໄດ້ຈັດຂຶ້ນຢ່າງຟົດຟື້ນຢູ່ທີ່ສູນການຄ້າ ລາວ-ໄອເຕັກ ໃນນະຄອນຫລວງວຽງຈັນ ເມື່ອວັນທີ 13 ສິງຫານີ້ ໂດຍສະຫາຍເລຂາທິການສູນກາງພັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານ ແລະ ໄຊຊະນະທີ່ກຳລັງສື່ມວນຊົນ ແລະ ພິມຈຳໜ່າຍຍາດມາໄດ້ໃນຂະບວນວິວັດແຫ່ງການພັດທະນາວຽກງານດັ່ງກ່າວຕະຫລອດໄລຍະ 65 ປີຜ່ານມາ ແລະ ມີຄວາມເຕີບໃຫຍ່ຂະຫຍາຍໂຕຢ່າງບໍ່ຢຸດຢັ້ງ.
            ສະຫາຍເລຂາທິການ ກ່າວວ່າ: ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍແມ່ນວຽກງານສຳຄັນໜຶ່ງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດພາລະບົດບາດເປັນເຄື່ອງມື ແລະ ກະບອກສຽງສຳຄັນ-ແຫລມຄົມໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລັດເຮົາ, ທັງເຮັດໜ້າທີ່ໂຄສະນາສຶກສາອົບຮົມນ້ຳໃຈ
ຮັກຊາດ, ຮັກລະບອບໃໝ່ ແລະ ສ້າງສະຕິເຄົາລົບກົດໝາຍໃຫ້ສັງຄົມ, ພ້ອມສົ່ງເສີມໃຫ້ປະຊາຊົນບັນດາເຜົ່າຮູ້ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ ແລະ ໄດ້ເຮັດບົດບາດສຳຄັນໃນການຢຶດໝັ້ນແນວທາງນະໂຍບາຍ ແລະ ອຸດົມການຂອງພັກຢ່າງໜັກແໜ້ນ, ປະກອບສ່ວນເຂົ້າໃນການຕໍ່ສູ້ຕ້ານຖ້ອຍທຳນອງໃສ່ຮ້າຍປ້າຍສີ ແລະ ທັດສະນະທີ່ຜິດພາດຂອງພວກບໍ່ຫວັງດີ, ຕ້ານການສໍ້ລາດບັງຫລວງ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ, ເປັນເຈົ້າການສຸມໃສ່ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດດຳເນີນພາລະກິດປ່ຽນແປງໃໝ່ ເພື່ອຈຸດໝາຍສ້າງປະເທດຊາດເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລຕາມທິດສັງຄົມນິຍົມ.
            ສະຫາຍເລຂາທິການ ເນັ້ນວ່າ: ໃນໄລຍະຜ່ານມາ, ເຖິງວ່າຖັນແຖວນັກຮົບສື່ມວນຊົນ ແລະ ການພິມ
ຈຳໜ່າຍໄດ້ຮັບການປັບປຸງຍົກລະດັບດີຂຶ້ນກວ່າເກົ່າ,ພື້ນຖານວັດຖຸເຕັກນິກໄດ້ຄ່ອຍໆຫັນປ່ຽນໄປສູ່ຄວາມທັນສະໄໝເທື່ອລະກ້າວ ສາມາດຕອບສະໜອງຂໍ້ມູນຂ່າວສານ ແລະ ເຜີຍແຜ່ແຈກຢາຍອອກສູ່ພາຍໃນ ແລະ ຕ່າງປະເທດໄດ້ຢ່າງວ່ອງໄວທັນການ ແລະ ກວ້າງຂວາງ ເຮັດໃຫ້ມາດຖານ ແລະ ຄຸນນະພາບຂອງສື່ມວນຊົນ ແລະ ການພິມຈຳໜ່າຍໄດ້ຮັບການພັດທະນາຍົກລະດັບດີຂຶ້ນເປັນລຳດັບກໍຕາມ, ແຕ່ຄຽງຄູ່ກັນນັ້ນ ພວກເຮົາກໍຍັງມີຈຸດອ່ອນຂໍ້ຄົງຄ້າງ ແລະ ຂໍ້ຈຳກັດຈຳນວນໜຶ່ງ ໂດຍສະເພາະດ້ານການຖະແຫລງຂ່າວ ເຖິງວ່າອຸດົມສົມບູນ, ມີຫລາຍຮູບຫລາຍສີດີກວ່າແຕ່ກ່ອນ, ແຕ່ລັກສະນະຕໍ່ສູ້, ລັກສະນະສຶກສາອົບຮົມຊວນເຊື່ອຍັງບໍ່ທັນສູງ, ການສ່ອງແສງຂະບວນການຕ່າງໆຂອງສັງຄົມຍັງບໍ່ທັນຄົບຖ້ວນທົ່ວເຖິງ, ການຕອບໂຕ້ຖ້ອຍທຳນອງໂຄສະນາບິດເບືອນຂອງກຳລັງປໍລະປັກບໍ່ທັນວ່ອງໄວທັນການ, ການວິເຄາະຂ່າວຍັງບໍ່ທັນຄົມເລິກ, ການອອກຂ່າວບາງຄັ້ງ, ບາງເຫດການຍັງຊັກຊ້າ ເຮັດໃຫ້ຄຸນນະພາບຂອງວຽກງານຖະແຫລງຂ່າວບໍ່ທັນດີເທົ່າທີ່ຄວນເຊິ່ງຍັງບໍ່ໄດ້ຮັບການຍົກລະດັບໃຫ້ທຽມທັນກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງຍຸກສະໄໝ, ດ້ານເນື້ອໃນຍັງບໍ່ດຶງດູດຄວາມສົນໃຈຂອງສັງຄົມ, ການປັບປຸງ ແລະ ຍົກລະດັບພື້ນຖານວັດຖຸເຕັກ
ນິກ ແລະການກໍ່ສ້າງຖັນແຖວພະນັກງານຍັງບໍ່ສາມາດຕອບສະໜອງໄດ້ກັບການຂະຫຍາຍໂຕຂອງວຽກງານ ແລະ ການຈັດຕັ້ງປະຕິບັດກົດໝາຍນິຕິກຳຕ່າງໆໃນການຄຸ້ມຄອງ ແລະ ພັດທະນາວຽກງານດັ່ງກ່າວນີ້ຍັງບໍ່ໄດ້ດີເທົ່າທີ່ຄວນ.
              ສະຫາຍເລຂາທິການ ຢ້ຳວ່າ: ເຊິ່ງທັງໝົດນີ້ ຖັນແຖວນັກຮົບສື່ມວນຊົນ ແລະ ການພິມຈຳແໜ່າຍຈະຕ້ອງໄດ້ເພີ່ມທະວີປັບປຸງຕົນເອງ ຄືຕາມທິດຫັນເປັນທັນສະໄໝ ເພື່ອເປັນເຄື່ອງມືອັນແຫລມຄົມ ແລະ ມີໝາກຜົນໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ເພື່ອປຸກລະດົມຊຸກຍູ້ປະຊາຊົນບັນດາເຜົ່າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເອົາໃຈໃສ່ປະຕິບັດກົດໝາຍວ່າດ້ວຍສື່ມວນຊົນ ແລະ ການພິມຈຳແໜ່າຍຢ່າງເຂັ້ມງວດ ແລະ ມີໝາກຜົນຕົວຈິງ ໂດຍສະເພາະການປະຕິບັດພາລະບົດບາດ, ສິດໜ້າທີ່ຂອງຕົນໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ເອົາໃຈໃສ່ບຳລຸງຍົກລະດັບ ແລະ ກໍ່ສ້າງພະນັກງານສື່ມວນຊົນ ແລະ ການພິມຈຳໜ່າຍໃຫ້ມີລະດັບຄວາມຮູ້ທາງດ້ານວິຊາການ, ມີຄວາມຫ້າວຫັນ, ເປັນເຈົ້າການ ແລະ ມີສະຕິຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານຂອງຕົນ ແລະ ມີປະສິດທິຜົນ, ຮັບປະກັນການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດໃນໄລຍະໃໝ່, ເອົາໃຈໃສ່ວຽກງານກໍ່ສ້າງພື້ນຖານໂຄງລ່າງ,ການນຳໃຊ້ເຕັກນິກໃໝ່ທີ່ກ້າວໜ້າທັນສະໄໝຢ່າງເປັນລະບົບຄົບຊຸດ ສາມາດເຊື່ອມໂຍງຂໍ້ມູນຂ່າວສານກັບສາກົນຢ່າງກົມກືນ ແລະ ສອດຄ່ອງ, ເພີ່ມທະວີການ

ຮ່ວມມືກັບສາກົນ ເພື່ອພັດທະນາວຽກງານສື່ມວນຊົນໃຫ້ເຂັ້ມແຂງຂຶ້ນເລື້ອຍໆ, ເປີດກວ້າງການລົງທຶນດ້ານການພິມຈຳໜ່າຍ ແລະ ຫໍສະໝຸດ ສົ່ງເສີມອົງການຈັດຕັ້ງພາກລັດ, ອົງການຈັດຕັ້ງສັງຄົມ, ສະມາຄົມວິຊາຊີບ, ສືບຕໍ່ພົວພັນຮ່ວມມືກັບຕ່າງປະເທດ ແລະອົງການຈັດຕັ້ງສາກົນຕາມແນວທາງການຕ່າງປະເທດຂອງພັກ ແລະ ລັດຖະບານ.

No comments:

Post a Comment