Ad

Ad

28 August 2015

ລົດພວງຂອງໄທ ຕຳລົດຈັກເຮັດໃຫ້ຜູ້ຂັບຂີ່ເສຍຊີວິດຢູ່ບ້ານຫົວຂົວ

    ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ລາຍງານວ່າ: ໃນເວລາປະມານ 19:07 ໂມງຂອງວັນທີ 26 ສິງຫານີ້, ໄດ້ເກີດອຸປະຕິ ເຫດ ລົດພວງໝາຍເລກທະບຽນ 70-4401 ອຸດອນທານີ, ຂັບຂີ່ໂດຍທ້າວ ທະນະພົນ ໄພນອກ (ຊາວໄທ), ອາຍຸ 35 ປີ ປັດຈຸບັນຢູ່ບ້ານ ທ່າບອນ ເມືອງໜອງບົວສະຫວີ ແຂວງໄຊຍະພູມ ປະເທດໄທ ທີ່ໄດ້ມຸ້ງໜ້າໄປຖະໜົນ 13 ເໜືອ ພໍຮອດບ້ານຫົວຂົວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໄດ້ໄປຕຳເອົາລົດຈັກ ໝາຍເລກທະບຽນ ຈຄ 3621 ກຳແພງນະຄອນ ຂັບຂີ່ໂດຍ ທ້າວ ເພັດ ອາຍຸ 36 ປີ ກຳມະກອນ ຢູ່ບ້ານນໍ້າກ້ຽງ ເມືອງນາຊາຍທອງ ທີ່ແລ່ນມາທິດທາງດຽວກັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່, ສ່ວນຜູ້ຊ້ອນທ້າຍລົດໄດ້ຮັບບາດເຈັບສົມຄວນ. ປັດຈຸບັນເຈົ້າໜ້າທີ່ໄດ້ກັກຕົວຜູ້ຂັບລົດພວງຄັນດັ່ງກ່າວ ເພື່ອດຳເນີນຄະດີຕາມກົດໝາຍ.



No comments:

Post a Comment