Ad

Ad

3 August 2015

ລາວກຽມປ່ຽນຖ່າຍ ແລະ ຟື້ນຟູຈັກສູບນ້ຳຊົນລະປະທານຢູ່ນະຄອນຫລວງ, ແຂວງວຽງຈັນ ແລະ ສະຫວັນະເຂດ



ພິທີລົງນາມສັນຍາການຈັດຊື້-ຈັດຈ້າງໂຄງການປ່ຽນຖ່າຍຈັກສູບນ້ຳນ້ຳມັນເປັນໄຟຟ້າ ແລະ ຟື້ນຟູຈັກສູບນ້ຳໄຟຟ້າທີ່ເປເພນອນຢູ່ນະຄອນຫລວງວຽງຈັນ, ແຂວງວຽງຈັນ ແລະ ສະຫວັນນະເຂດ ຂອງໂຄງການກໍ່ສ້າງອ່າງເກັບນ້ຳ ແລະ ພັດທະນາຊົນລະປະ ທານໄດ້ມີຂຶ້ນໃນທ້າຍອາທິດຜ່ານມາຢູ່ນະຄອນຫລວງວຽງຈັນ ລະຫວ່າງທ່ານ ໄມກອງ ຫົວໜ້າກົມຊົນລະປະທານກະຊວງກະສິກຳ-ປ່າໄມ້ ແລະ ທ່ານ ອາຊີສ ໂອເບີລົວ ບໍລິສັດຫຸ້ນສ່ວນລັກກີ WPIL ແລະ ບໍລິສັດທີ່ປຶກສາ WAPCOS ຈາກ ສ.ອິນເດຍ, ໃນມູນຄ່າ 7,3 ລ້ານກວ່າໂດລາສະຫະລັດ, ໂດຍການເຂົ້າ ຮ່ວມຂອງທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ-ປ່າໄມ້.
    ທ່ານຫົວໜ້າກົມຊົນລະປະທານ ກ່າວວ່າ: ໂຄງການດັ່ງກ່າວແມ່ນໄດ້ມີການລົງນາມສັນຍາເງິນກູ້ລະຫວ່າງກະຊວງການເງິນ ກັບທະນາຄານຂາເຂົ້າ-ຂາອອກຈາກ ສ.ອິນເດຍ ມາແລ້ວເມື່ອເດືອນກັນຍາ 2013 ຜ່ານມາ, ເພື່ອຈັດຕັ້ງປະຕິບັດ ໂຄງການ ກໍ່ສ້າງອ່າງເກັບນ້ຳ ແລະ ພັດທະນາລະບົບຊົນລະປະທານລະຫວ່າງປີ 2015-2019 ໃນມູນຄ່າທັງໝົດ 30,94 ລ້ານໂດ ລາສະຫະລັດ, ພ້ອມດຽວກັນນັ້ນ, ກໍໄດ້ມີການລົງນາມສັນຍາວ່າຈ້າງທີ່ປືກສາໂຄງການລະຫວ່າງກົມຊົນລະປະ ທານ ແລະ ບໍລິສັດ WAPCOS .ອິນເດຍ, ເພື່ອປ່ຽນຖ່າຍຈັກສູບນ້ຳນ້ຳມັນ ແລະ ໄຟຟ້າຢູ່ສາມທ້ອງຖິ່ນດັ່ງກ່າວໃນຈຳນວນ 37 ສະຖານີ, ເພື່ອໃຫ້ສາມາດຫົດເນື້ອທີ່ການຜະລິດກະສິກຳໄດ້ 5.580 ເຮັກຕາ ແລະ ຈະມີກະສິກອນເກືອບ 4 ພັນຄອບຄົວໄດ້ຮັບຜົນປະໂຫຍດຈາກການດັ່ງກ່າວ.

No comments:

Post a Comment