Ad

Ad

3 September 2015

ກະຊວງປ້ອງກັນປະເທດຈັດງານໂຮມຊຸມນຸມສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມຄົບ ຮອບ 70 ປີ

ວັນທີ 2 ກັນນານີ້, ກະຊວງປ້ອງກັນປະເທດຮ່ວມກັບສະຖານເອກອັກຄະລັດຖະທູດ ສສ ຫວຽດນາມປະຈຳລາວ ໄດ້ຈັດງານໂຮມຊຸມນຸມສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 70 ປີຂຶ້ນຢູ່ຊວງດັ່ງກ່າວນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ພົນໂທ ຈັນສະໝອນ  ຈັນຍາລາດ ກຳມະການສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ, ທ່ານ ຫງວຽນ ແມັງຮຸ້ງ , ເອກອັກຄະລັດຖະທູດວິສາມັນ, ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມປະຈຳລາວ, ພ້ອມດ້ວຍບັນດາການນຳ, ພົນທະຫານ ແລະ ນັກຮົບກອງທັບປະຊາຊົນລາວເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນງານໂຮມຊຸມນຸມອັນຟົດຟື້ນດັ່ງກ່າວ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດໄດ້ຍົກໃຫ້ເຫັນຜົນງານ ແລະ ໄຊຊະນະທີ່ກອງທັບ ແລະ ປະຊາຊົນຫວຽດນາມຍາດມາໄດ້ຕະຫຼອດໄລຍະ 70 ປີຜ່ານມາ ແລະ ໃນວັນທີ 2 ກົນຍາ 1945 ທີ່ສະໜາມຫຼວງບາດິງ, ນະຄອນຫຼວງຮ່າໂນ້ຍ ປະທານໂຮ່ຈິມິງ ໄດ້ອ່ານຖະແຫຼ່ງການປະກາດສ້າງຕັ້ງ ສສ ຫວຽດ
ນາມໃຫ້ທົ່ວໂລກໄດ້ຮັບຮຸູ້, ຊຶ່ງມັນແມ່ນເຫດການທີ່ມີຄວຍມໝາຍສຳຄັນທີ່ສຸດໃນປະຫວັດສາດຂອງ ຫວຽດນາມ ແລະ ເປັນຂີດໝາຍຂອງໄຊຊະນະແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງ, ເພື່ອຄວາມເອັນເອກະລາດແຫ່ງຊາດ ແລະ ອິດສະຫຼະພາບ ແລະ ເປັນສັງກາດແຫ່ງການຂ້າມຜ່ານລະບອບສັກດີນາ-ຫົວເມືອງຂຶ້ນໄປສູ່ລະບອບໃໝ່ທີ່ບໍ່ເຄີຍມີມາໃນປະຫວັດສາດຂອງ ສສ ຫວຽດນາມ, ຊຶ່ງຜົນໄຊນະນະດັ່ງກ່າວຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ນັ້ນ, ມັນ ເປັນສິ່ິງຊຸກຍູ້ປຸກລະດົມກຳລັງແຮງຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປະຊົນຫວຽດນາມໃນພາລະກິດຕໍ່ສູ້ ເພື່ອຄວາມເອັນເອກະລາດແຫ່ງຊາດໃນເມື່ອກ່ອນ. ກໍຄືພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດໃນປັດຈຸບັນ, ກໍຄືການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງສອງປະເທດລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະແມ່ນສອງກອງທັບຫວຽດນາມ- ລາວ, ກໍຄືການປະຕິວັດໃນເມື່ອກ່ອນ 2 ປະເທດລາວ-ຫວຽດນາມໄດ້ຕິດພັນສະໜິດແໜ້ນແບບກາຍອິຊີ, ຕໍ່ສູ້ຄຽງບ່າຄຽງໄຫຼ່ຈົນສາມາດປົດປ່ອຍປະເທດໄດ້ໃນວັນທີ 2 ທົນວາ 1975 ,ໂອກາດນີ້ພວກເຮົາມີຄວາມເອກ ອ້າງທະນົງໃຈກັບການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດຂອງສອງປະເທດ, ກໍຄື ຄວາມສາມັກຄືມິດຕະພາບອັນເປັນມູນເຊື້ອຂອງສອງປະເທດ ແລະ ສອງກອງທັບລາວ-ຫວຽດນາມທີ່ໄດ້ຮັບການຖະນຸຖະໝອມ ແລະ ເພີ່ມພູນຄູນສ້າງໃຫ້ຫງອກງາມມາ ໂດຍສະຫຼອດຈົນເຖິງປັດຈຸບັນສອງປະເທດກໍໄດ້ໃຫ້ການສະໜັບສູໜູນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນແບບສະຫາຍອ້າຍນ້ອງຜູ້ໃກ້ຊິດແບບພິເສດ ແລະ ການຮ່ວມມືຮອບດ້ານໃນການ ປັບປຸງໃຫ້ສອດຄ່ອງກັບຈຸພິເສດໃນໄລຍະໃໝ່, ຕອບສະໜອງ ຜົນປະໂຫຍດຂອງແຕ່ລະປະເທດໄດ້ດີຂື້ນເປັນລຳດັບ, ພ້ອມນັ້ນກໍໄດ້ຮ່ວມກັນຄົ້ນຄວ້າວິທີການເສີມຂະຫຍາຍທ່າແຮງ ແລະ ຄວາມອາດສາມາດຂອງແຕ່ລະຝ່າຍຢູ່ສະເໝີ, ເພື່ອຍົກປະສິດທິຜົນຂອງການຮ່ວມມືລະຫວ່າງສອງປະເທດ-ສອງກັນທັບໃຫ້ນັບມື້ກ້າວສູ່ລວງເລິກ.

ໃນໂອກາດດຽວກັນທ່ານເອກອັກຄະລັດຖະທູດວິສາມັນ, ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະ ຈຳລາວຍັງໄດ້ສະແດງຄວາມຊົມຊົມ ແລະ ຂອບອົກຂອບໃຈຕໍ່ກອງທັບລາວ, ກໍຄືຄວາມຮັກ ແພງແບບພິເສດລະຫວ່າງສອງປະເທດລາວ-ຫວຽດນາມ ຖານສະຫາຍອ້າຍນ້ອງ ແລະ ຄວາມສາມັກຄືສູ້ຮົບຂອງບັນດາການນຳກະຊວງປ້ອງກັນປະເທດ, ພົນທະຫານ, ນັກຮົບຂອງລາວທີ່ມີຕໍ່ພັກ-ລັດ ແລະ ປວງຊົນຫວຽດນາມຕະຫຼອດມາ.

No comments:

Post a Comment