Ad

Ad

4 September 2015

ຄະນະຜູ້ແທນຂັ້ນສູງຂອງລາວເຂົ້າຮ່ວມການສະເຫລີມສະຫລອງວັນຊາດ ສສ ຫວຽດນາມ ຄົບຮອບ 70 ປີ

             ໂດຍຕອບສະໜອງຕາມການເຊີນຂອງຄະນະບໍລິຫານງານສູນກາງພັກກອມ ມູນິດຫວຽດນາມ ແລະ ລັດຖະ ບານແຫ່ງ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງ ພັກ, ລັດແຫ່ງ ສປປ ລາວ ນຳໂດຍສະຫາຍ ບຸນຍັງ ວໍລະຈິດ, ກຳມະ ການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາສູນກາງພັກ ປະຊາຊົນ ປະຕິວັດລາວ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງໄປເຂົ້າຮ່ວມພິທີ ແລະ ກິດຈະກຳເຄື່ອນໄຫວເພື່ອສະເຫລີມສະຫລອງວັນຊາດຫວຽດນາມ ຄົບຮອບ 70 ປີ ທີ່ນະຄອນຫລວງຮ່າໂນ້ຍ ແຕ່ວັນທີ 1-9 ກັນຍາ 2015ນີ້.
            ໃນໂອກາດດັ່ງກ່າວ, ຄະນະຜູ້ແທນ ສປປ ລາວ ໄດ້ເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ ແລະ ຊົມການສວນສະໜາມ ທີ່ສະໜາມຫລວງບ່າດິ່ງ, ໃນຕອນເຊົ້າວັນທີ 2 ກັນຍາ 2015 ໂດຍມີການເຂົ້າຮ່ວມຂອງບັນດາການນຳສູງສຸດຂອງພັກ, ລັດ, ອາດີດການນຳ, ບັນດາວິລະຊົນ, ຊາວນະຄອນຫລວງຮ່າໂນ້ຍ ແລະ ທຸຕານຸທູດ ປະເທດຕ່າງໆ ປະຈຳ ສສ ຫວຽດນາມເຂົ້າຮ່ວມເປັນຈຳນວນຫລາຍ.

             ໃນພິທີໂຮມຊຸມນຸມໃຫຍ່ ທີ່ມີຄວາມໝາຍສຳຄັນດັ່ງກ່າວ, ສະຫາຍ ເຈື່ອງ ເຕີນ ຊາງ ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ກ່າວບົດປາໄສ ໂດຍໄດ້ເນັ້ນໃຫ້ເຫັນເຖິງມູນເຊື້ອແຫ່ງການຕໍ່ສູ້ກູ້ຊາດ ເພື່ອຄວາມເປັນເອກກະລາດແຫ່ງຊາດຢ່າງພິລະອາດຫານ ແລະ ກ້າແກ່ນ, ບໍ່ຍອມຈຳນົນຂອງກອງທັບ ແລະ ປະຊາຊົນຫວຽດນາມ ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫລາດສ່ອງໃສຂອງປະທານ ໂຮ່ຈິມິງ ແລະ ຂອງພັກກອມມູນິດຫວຽດນາມຜູ້ມີກຽດສະຫງ່າ, ໄດ້ຍົກໃຫ້ເຫັນຜົນສຳເລັດຮອບດ້ານໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດຫວຽດນາມ ຕະ ຫລອດໄລຍະ 70 ປີຜ່ານມາ ອັນໄດ້ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ເສດຖະ ກິດ-ສັງຄົມ ມີການຂະຫຍາຍຕົວຢ່າງແຂງແຮງ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງຈະແຈ້ງ, ຖານະບົດບາດຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
              ຫລັງຈາກນັ້ນ ຜູ້ແທນຂັ້ນສູງຂອງ ສປປ ລາວ ກໍໄດ້ຮ່ວມຊົມການສວນສະໜາມທີ່ຍິ່ງໃຫຍ່ຂອງບັນດາກ້ອນກຳລັງຕ່າງໆທັງຂອງກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກຳລັງຂອງມວນຊົນ, ຊາວຜູ້ອອກແຮງງານ, ກຳມະກອນ, ນັກຮຽນຮູ້, ປັນຍາຊົນ, ກຳລັງຊາວໜຸ່ມເຍົາວະຊົນຕາມລຳດັບ ຈຳນວນ ເກືອບ 50 ກ້ອນກຳລັງດ້ວຍກັນ ອັນໄດ້ເຮັດໃຫ້ບັນຍາກາດໃນການສະເຫລີມສະຫລອງມີຄວາມຟົດຟື້ນຄຶກຄື້ນເປັນພິເສດ.
            ໃນຕອນບ່າຍຂອງວັນດຽວກັນ ຄະນະຜູ້ແທນຂັ້ນສູງຂອງລາວຍັງໄດ້ເຂົ້າຢ້ຽມຢາມພົບປະ ສະຫາຍ ເຈື່ງ ເຕີນ ຊາງ ປະທານປະເທດແຫ່ງ ສສ ຫວຽດນາມ, ຊຶ່ງໃນການພົບປະຄັ້ງນີ້ ສະຫາຍ ບຸນຍັງ ວໍລະຈິດ ໄດ້ນຳເອົາຄວາມອວຍພອນອັນປະເສີດຈາກພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າໄປຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໃນໂອກາດສະເຫລີມສະຫລອງວັນປະຫວັດສາດທີ່ສຳຄັນຂອງຊາດຫວຽດນາມວິລະຊົນ. ສະຫາຍຮອງປະທານປະເທດລາວ ຍັງໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການຊ່ວຍເຫລືອອັນໃຫຍ່ຫລວງ, ມີປະສິດທິຜົນ ແລະ  ທັນການຂອງພັກ, ລັດ ແລະ ປະຊາຊົນຫວຽດນາມໃຫ້ແກ່ປະຊາຊົນລາວໃນການຕໍ່ສູ້ກູ້ຊາດຈົນສາມາດຍາດເອົາໄຊຊະນະຂັ້ນສຸດທ້າຍໃນປີ 1975 ແລະ ສືບຕໍ່ຊ່ວຍເຫລືອໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຂອງລາວຢ່າງມີປະສິດທິຜົນ.

             ການເຂົ້າຮ່ວມງານຂອງຄະນະຜູ້ແທນຂັ້ນສູງພັກ-ລັດລາວຄັ້ງນີ້ ໄດ້ເປັນການປະກອບສ່ວນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ໝັ້ນຄົງທະນົງແກ່ນຍິ່ງຂຶ້ນ.

No comments:

Post a Comment