Ad

Ad

3 September 2015

ລະວັງໄພອັນຕະລາຍຈາກການເດີນທາງໃນຍາມຄ່ຳຄືນບົນເສັ້ນທາງດອນໜູນ-ທ່າງ່ອນ

ປັດຈຸບັນການກໍ່ສ້າງເສັ້ນທາງເບຕົງແຕ່ວົງວຽນດອນໜູນຫາທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ ເຫັນວ່າຫລາຍຍ່ານແມ່ນສຳເລັດການເທເບຕົງໜ້າທາງສອງເບື້ອງ ແລະ ມີພຽງບາງຈຸດທີ່ບໍ່ທັນໄດ້ເທເບຕົງ, ຍ້ອນມີການວາງທໍ່ນ້ຳປະປາຂະໜາດໃຫຍ່ຢູ່ພື້ນແລວທາງດັ່ງກ່າວໂດຍສະເພາະແມ່ນແຕ່ເຂດ 4 ແຍກບ້ານລາດຄວາຍໄປຫາຄ້ອຍບ້ານນາ.
ແຕ່ໂດຍລວມການສັນຈອນໄປມາໃນເສັ້ນທາງດັ່ງກ່າວຖືວ່າສະດວກຂຶ້ນຫລາຍເມື່ອທຽບໃສ່ແຕ່ກອນ, ແຕ່ສິ່ງທີ່ຜູ້ຂັບຂີ່ສ່ວນຫລາຍມີຄວາມເປັນຫ່ວງແມ່ນເລື່ອງຄວາມປອດໄພຂອງການສັນຈອນຍາມຄ່ຳຄືນ, ໂດຍສະເພາະຜູ້ຂັບຂີ່ລົດຈັກ, ນອກຈາກເສັ້ນທາງມີຄວາມມືດແລ້ວ, ແມ່ນປາກົດມີໄວລຸ້ນຈຳນວນໜຶ່ງຈອດລົດຈັກຕາມແຄມທາງເປັນກຸ່ມໃນບ່ອນທີ່ມືດ ແລະ ປ່ຽວ, ອັນໄດ້ສ້າງຄວາມຫວາດກົວ ແລະ ຮູ້ສຶກບໍ່ປອດໄພຕໍ່ຜູ້ທີ່ຜ່ານໄປ
ມາຍາມຄ່ຳຄືນບົເສັ້ນທາງດັ່ງກ່າວ, ດັ່ງເຫດການຫວາດກົວທີ່ໄດ້ເກີດຂຶ້ນກັບຍິງຄົນໜຶ່ງໃນຄ່ຳຄືນວັນທີ 28 ສິງຫາຜ່ານມາເວລາປະມານ 20 ໂມງ, ພາຍຫລັງລາວຂີ່ລົດຈັກກາຍຕະຫລາດດົງໝາກຄາຍມາໄດ້ໄລຍະໜຶ່ງ, ຊຶ່ງເປັນຍ່ານທີ່ປ່ຽວມືດໄດ້ມີໄວລຸ້ນສອງຄົນໃສ່ເສື້ອສີດຳຂີ່ລົດຈັກຕາມຫລັງມາ, ເມື່ອເຫັນທ່າບໍ່ດີແບບນັ້ນລາວຈຶ່ງເລັ່ງລົດໄວຂຶ້ນ, ຂະນະທີ່ໄວລຸ້ນສອງຄົນທີ່ຕາມມາກໍເລັ່ງລົດຕາມມາຕິດໆພ້ອມທັງຮ້ອງໃສ່ລາວ, ດ້ວຍຄວາມຢ້ານກົວລາວຈຶ່ງໄດ້ເລັ່ງລົດໄວຂຶ້ນຈົນໄປຮອດບ່ອນມີແສງສະຫວ່າງຈາກເຮືອນຄົນຕາມແຄມທາງໄວລຸ້ນທັງສອງຈຶ່ງໄດ້ຢຸດແລ້ວລ້ຽວລົດກັບຄືນ.

ຈາກເຫດການນີ້, ແມ່ນຊີ້ໃຫ້ເຫັນວ່າຢູ່ເສັ້ນທາງດັ່ງກ່າວເລີ່ມມີໜໍ່ແໜງການເຄື່ອນໄຫວຂອງກຸ່ມຄົນບໍ່ດີແລ້ວ, ສະນັ້ນ ຜູ້ທີ່ສັນຈອນຜ່ານໄປມາ, ໂດຍສະເພາະຜູ້ຂັບຂີ່ລົດຈັກໃນຍາມຄ່ຳຄືນຈົ່ງມີສະຕິລະວັງຕົວຫລາຍກວ່າເກົ່າ, ພ້ອມທັງຮຽກຮ້ອງພາກສ່ວນກ່ຽວຂ້ອງກວດຄືນລະບົບໄຟເຍືອງທາງ ແລະ ໃຫ້ເຈົ້າໜ້າທີ່ ປກສ-ປກຊຂັ້ນຮາກຖານໄດ້ຊ່ວຍອອກລາດຕະເວນ, ກວດກາເປັນປົກກະຕິໃນເຂດຮັບພິຊອບຂອງຕົນ ຫລື ຈຸດທີ່ຫລໍ່ແຫລມເພື່ອປ້ອງກັນບໍ່ໃຫ້ມີການຊິງຊັບ, ປຸ້ນຊັບ ແລະ ສ້າງຄວາມບໍ່ສະຫງົບອື່ນໆໄດ້

No comments:

Post a Comment