Ad

Ad

1 September 2015

ມອບ​ສົ່ງ​ພະພຸດທະ​ຮູບ​ໃຫ້​ຫລວງ​ພະ​ບາງ

ຕອນບ່າຍວັນທີ 31 ສິງຫານີ້, ທີ່ຫ້ອງວ່າການແຂວງຫລວງພະບາງໄດ້ມີພິທີມອບສົ່ງພະພຸດທະຮູບ ທີ່ເຮັດດ້ວຍໄມ້ 2 ອົງໃຫ້ແກ່ແຂວງຫລວງພະບາງ ລະຫວ່າງ ທ່ານ ພູເຂົາ ພົມມະວົງສາເອກອັກຄະລັດຖະທູດ ວິສາ ມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳປະເທດໂອຕຣິດແລະ ທ່ານ ດຣ. ຄາຂອງ ມະນີຄຳ ຮອງຫົວໜ້າຫ້ອງວ່າການແຂວງຫລວງພະບາງ ຊຶ່ງພະພຸດທະຮູບດັ່ງກ່າວແມ່ນໄດ້ມາຈາກທ່ານ ດຣ. ​ແຣນໂຮ ມິດ​​ເຕີສັກສະໂມນເລີ (Dr. Reinhold MittersackchmOller), ຊາວໂອຕຣິດໄດ້ນຳເອົາມາມອບໃຫ້ສະຖາເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ນະຄອນຫລວງວຽງຈັນເມື່ອເດືອນພຶດສະພາ​ 2015, ​ຊຶ່ງກ່ອນໜ້ານີ້ຜູ້ກ່ຽວໄປຊື້ພະພຸດທະຮູບດັ່ງກ່າວຢູ່ບາງກອກ ປະເທດໄທແຕ່ປີ 2007. ຜ່ານການຄົ້ນຄວ້າແລະ ປະສານງານກັບຫລາຍພາກ ສ່ວນຜູ້ກ່ຽວສາມາດສັນນິຖານແລະ ຢືນຢັນໄດ້ວ່າພະພຸດທະຮູບດັ່ງກ່າວມີແຫລ່ງກຳເນີດມາຈາກຖ້ຳຕິ່ງແຂວງຫລວງພະບາງ, ມີຄວາມສູງປະມານ 42 ຊມ (cm) ​ເປັນສິນລະປະການຄວັດພະຂອງລາວລ້ານຊ້າງ.


            ດັ່ງນັ້ນ ຜູ້ກ່ຽວມີຄວາມພູໃຈມອບສົ່ງພະພຸດທະຮູບ 2 ອົງດັ່ງກ່າວຄືນໃຫ້ແຂວງຫລວງພະບາງ ທັງເປັນການປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບແລະ ການຮ່ວມມືທີ່ມີອັນດີງາມລະຫວ່າງປະຊາຊົນສອງຊາດລາວ​ ​ແລະໂອຕຣິດແລະເປັນການປະກອບສ່ວນອະນຸລັກຮັກສາວັດຖຸບູຮານຂອງເມືອງມໍລະດົກໂລກ (ຫລວງພະບາງ) ​ໃຫ້ຍືນຍົງຄົງຕົວຕະຫລອດໄປ.

No comments:

Post a Comment