Ad

Ad

2 September 2015

ລາວ-ຈີນເພີ່ມທະວີຮັດແໜ້ນສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ

          ໂດຍຕອບສະໜອງຕາມຄໍາເຊີນຂອງສະຫາຍ ສີ ຈິນ ຜິງ ເລຂາທິການ​ໃຫຍ່​ຄະນະ​ກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສປ ຈີນ, ສະຫາຍ ຈູມມາລີ​ ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່ປະທານ​ປະ​ເທດແຫ່ງ ​ສປປ ລາວ ພ້ອມ​ພັນ​ລະ​ຍາ ​ແລະ ຄະນະຜູ້​ແທນຂັ້ນ​ສູງ​ພັກ-ລັດ​ໄດ້​ດໍາເນີນການຢ້ຽມຢາມ ແລະ ເຂົ້າຮ່ວມລະນຶກວັນ​ຮັບ​ໄຊຊະນະ​ຂ​ອງປະຊາຊົນ​ຈີ​ນ ​ໃນ​ສົງຄາມຕ້ານການຮຸກ​ຮານຂອງ​ຍີ່​ປຸ່ນ ​ແລະ ​ສົງຄາມ​ຕ້ານ​ຟາດຊິດ​ໂລກຄົບຮອບ 70 ປີລະຫວ່າງວັນ​ທີ 31 ສິງຫາ-6 ກັນຍາ 2015 ທີ່​ນະຄອນຫລວງ​ປັກກິ່ງ.

           ​ໃນ​ຕອນ​​ແລງ​ຂອງ​ວັນ​ທີ 31 ສິງຫາ, ສະຫາຍ​ເ​ລຂາທິການ​ໃຫຍ່ພັກ​ກອມ​ມູນິດຈີນ, ປະທານ​ປະ​ເທດ​ແຫ່ງ ສປ ຈີນ​ໄດ້​ຈັດພິ​ທີ​ພົບ​ປະ​ກັບສະຫາຍ ​ຈູມ​ມາລີ ​ໄຊ​ຍະ​ສອນ, ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ແລະ ຄະນະທີ່ຫໍ​ສະພາປະຊາຊົນ​ແຫ່ງ​ຊາດຈີນ, ຊຶ່ງ​ທັງ​ສອງຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາບກ່ຽວກັບ​ສະພາບ​ການ​ຂອງ ແຕ່ລະ​ປະ​ເທດ ​ແລະ​​ໄດ້​ແລກປ່ຽນ​ຄຳ​ຄິດຄຳ​ເຫັນ​ຢ່າງ​ເລີກ​ເຊິ່ງ​ ແລະ ມີ​ຄວາມ​ເປັນ​ເອກະ​ພາບ​ກັນຢ່າງ​ກວ້າງຂວາງກ່ຽວ​ກັບການ​ເສີມຂະຫຍາຍສາຍ​
ພົວພັນ​ແບບ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງ ສປປ ລາວ ​ແລະ ສປ ຈີນ ​ໃຫ້​ມີ​ຄວາມ​ຫລາກ​ຫລາຍ ​ແລະ ອຸດົມສົມບູນ​ຍິ່ງ​ຂຶ້ນ, ພ້ອມນັ້ນກໍ​ໄດ້​ແລກປ່ຽນທັດສະນະ​ຕໍ່​ບາງ​ບັນ​ຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ສອງຝ່າຍ​ມີຄວາ​ມສົນ​ໃຈ. ຕໍ່​ການ​ຮ່ວມ​ມື​ສອງ​ຝ່າຍ, ຜູ້ນໍ​າ​ສອງ​ປະ​ເທດ​ໄດ້​ເປັນ​ເອກະພາບ​ກັນ​ວ່າ: ນັບ​​ແຕ່​ສອງ​ປະ​ເທດ​ໄດ້ສ້າງສາ​ຍພົວພັນ​ແບບຄູ່ຮ່ວມຍຸດ​ສາດ​ໃນ​ປີ 2009 ​ເປັນ​ຕົ້ນ​ມາ, ຄວາມ​​ເຊື່ອ​ໜັ້ນ​​ເຊິ່ງກັນ ​ແລະ ກັນທາງ​ດ້ານ​ການ​ເມືອງນັບ​ມື້​ນັບ​ເລິກ​ເຊິ່ງ, ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ແຕ່ລະ​ຂົງ​ເຂດ​ໄດ້​ຮັບ​ໝາ​ກຜົນ​ເປັນ​ໜ້າ​ເພິ່ງ​ພໍ​ໃຈ​ຕາມ​ທິດ​ນຳ​ທີ່​ວ່າ: ໜັ້ນຄົງ​ຍາວ​ນານ, ເພື່ອນ​ບ້ານທີ່​ເປັນ​ມິດ, ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ບົນ​ຈິດ​ໃຈ 4 ດີ​ຄື:  ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ເພື່ອນ​ທີ່​ດີ, ສະຫາຍ​ທີ່​ດີ​​ ແລະ ຄູ່ຮ່ວມ​ມື​ທີ່​ດີ ແລະ ທັງ​ສອງຝ່າຍ​ໄດ້​ເຫັນ​ດີ​ຮ່ວມ​ກັນ​ໃນ​ການສືບຕໍ່​ຮັກສາ​ການ​ແລກປ່ຽນການ​ຢ້ຽມຢາມ ​ແລະ ພົບ​ປະລະຫວ່າງຜູ້ນຳ​ຂັ້ນ​ສູງຂອງ​ສອງພັກ-ລັດ ​ເປັນ​ປະຈຳ ແລະ​ ເຫັນ​ດີ​ເພີ່ມ​ທະວີ​ການ​ສະໜັບ​ສະ​ໜູນ ​ແລະ ຮ່ວມ​ມືປະສານ​ສົມທົບ​ກັນ​ໃຫ້​ສະ​ໜິດແໜ້ນ​ໃນ​ຂອບການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ສາກົນ, ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ສອງ​ຝ່າຍກໍ​ຄື​ພາລະກິດສັນຕິພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມືພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.

          ໃນ​ໂອກາດ​ນີ້, ຜູ້ນຳ​ຂັ້ນສູງ​ສອງ​ຝ່າຍຍັງ​ໄດ້​ເຂົ້າ​ຮ່ວມ​ເປັນ​ສັກ​ຂີພິຍານ​ໃນ​ພິທີລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ສອງ​ຝ່າຍຈຳນວນ 11 ສະບັບລວມມູນ​ຄ່າ 3,1 ຕື້ກວ່າ​ໂດ​ລາ​ສະຫະລັດ.

No comments:

Post a Comment