Ad

Ad

7 September 2015

ປກສ ແຂວງຄໍາມ່ວນຈັບເຄືອຂ່າຍຄ້າຢາເສບຕິດອັນຕະລາຍ

ພາບ-ຂ່າວ: ຫນັງສືພິມ ປກສ
             ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ, ສາມາດຈັບເຄືອຂ່າຍຄ້າຢາເສບຕິດອັນຕະລາຍໄດ້ຢູ່ຮ້ານອາຫານແຫ່ງໜຶ່ງໃນບ້ານໂພນສະຫວ່າງ ເມືອງທ່າແຂກ ມີຜູ້ຕ້ອງຫາຄື: ທ້າວ ພາກອນ(ເຄືອ) ອາຍຸ 42 ປີ ຢູ່ບ້ານຫ້ວຍເຂົ້າໝິ້ນ ແລະ ທ້າວ ສົມໃຈ ອາຍຸ 45 ປີ ຢູ່ບ້ານໂພນຄໍ້າ ເມືອງຫີນບູນ ແຂວງຄຳມ່ວນ ພ້ອມຂອງກາງຢາບ້າ 3.994 ເມັດ, ຈຶ່ງຍຶດໄວ້ເປັນຫລັກຖານໃນການດໍາເນີນຄະດີຕາມລະບຽບກົດໝາຍ, ຜ່ານການສືບສວນ-ສອບສວນ ພວກກ່ຽວຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ກ່ອນໜ້ານີ້, ຄືວັນທີ 23 ສິງຫາ 2015, ໄດ້ມີຄົນຢູ່ບ້ານໂຄກກອງ ເມືອງໜອງບົກ ແຂວງຄໍາມ່ວນ ໂທລະສັບມາສັ່ງຊື້ຢາບ້ານຳທ້າວ ສົມໃຈ ຈຳນວນ 4 ພັນເມັດ, ຈາກນັ້ນໄດ້ໂທຫາທ້າວ ເຄືອ ເພື່ອເອົາຢາບ້າຈໍານວນດັ່ງກ່າວມາໃຫ້ອີກຕໍ່ໜຶ່ງ ແລະ ຕົກມາຮອດເວລາ 12:00 ໂມງ ຂອງວັນທີ 24 ສິງຫາ 2015 ພວກກ່ຽວໄດ້ໂທນັດສົ່ງຢາບ້າໃຫ້ລູກຄ້າຢູ່ຮ້ານອາຫານບ້ານໂພນສະຫວ່າງ ເມືອງທ່າແຂກ ແຕ່ພໍມາຮອດຈຸດນັດໝາຍກໍຖືກເຈົ້າໜ້າທີ່ຈັບຕົວ. ປັດຈຸບັນ, ຄະດີດັ່ງກ່າວພວມຢູ່ໃນຂັ້ນຕອນການຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອນໍາຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍໃຫ້ໄດ້ໂດຍໄວ.

No comments:

Post a Comment