Ad

Ad

3 September 2015

​ເຕືອນ !!! ​ປະຊາຊົນ​ລະວັງໄພນ້ຳຖ້ວມ

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ​ນັບ​ແຕ່​ວັນ​ທີ 2-8 ກັນຍາ​ນີ້, ຮ່ອງ​ຄວາມ​ກົດ​ດັນ​ອາກາດ​ຕ່ຳ​ຂອງ​ອາກາດ​ຮ້ອນ​ຍັງ​ຈະ​ສືບ​ຕໍ່​ພັດ​ຜ່ານ​ແຂວງ​ພາກ​ເໜືອ​ຫາ​ພາກ​ກາງຂອງ​ລາວ, ສົມທົບ​ກັບ​ກະ​ແສ​ລົມ​ຕ​​າ​ເວັນ​ຕົກ-ຕາ​ເວັນ​ຕົກ​ສ່ຽງ​​ໃຕ້​ພັດ​ປົກ​ຄຸມ​ເປັນ​ສ່ວນ​ໃຫຍ່, ​ເຊິ່ງຈະ​ເຮັດ​ໃຫ້​ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ເປັນ​ບໍລິ​ເວ​ນກວ້າງ ​ແລະ ຕົກ​ປານ​ກາງຫາ​ຕົກ​ໜັກຢູ່​ບາງ​ທ້ອງ​ຖິ່ນ​ຂອງ​ແຂວງ​ພາກ​ກາງ ​ແລະ ພາກ​ໃຕ້, ນັບ​ທັງ​ນະຄອນຫລວງ​ວຽງຈັນ. ຈາກ​ນັ້ນ ທ້າຍ​ອາທິດ​ກະ​ແສ​ລົມ​ຕ​າ​ເວັນ​ຕົກ​ສ່ຽງ​ໃຕ້​ຈະ​ມີ​ທ່າ​ອ່ຽງອ່ອນ​ກຳລັງ​ລົງ​ພັດ​ປົກ​ຄຸມ​ຢູ່​ທົ່ວທຸກ​ພາກ​ຂອງ​ລາວ, ຊຶ່ງ​ຈະ​ເຮັດ​ໃຫ້​ ອາກາດ​ຮ້ອນ ​ແລະ ​ມີ​ຝົນຕົກ​ຟ້າ​ຄະນອງ​ກະຈາຍ​ເປັນ​ບາງ​ໂອກາດ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​​ແຕ່​ລະ​ພາກ.
              ​ໃນ​ອາທິດ​ຕໍ່ໜ້ານີ້ ສະພາບ​ອາກາດ​ໂດຍ​ທົ່ວ​ໄປ​ແລ້ວ ຈະ​ຮ້ອນ​​ຢູ່​ແຕ່​ລະ​ພາກ ​ແລະ ຈະ​ເຢັນ​ລົງຢູ່​ແຂວງ​ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ, ​ແຂວງ​ໄຊ​ສົມບູນ ​ແລະ ພູ​ພຽງ​ບໍລະ​ເວນ​ປາກ​ຊ່ອງ, ​ໃນ​ລະຫວ່າງ​
ວັນ​ທີ 2-5 ກັນຍາ​ນີ້, ຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ເປັນ​ບໍລິ​ເວ​ນກວ້າງ ​ແລະ ຕົກ​ປານ​ກາງຫາ​ຕົກ​ໜັກ​ເປັນ​ບາງ​ໂອກາດ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​ແຕ່​ລະ​ພາກ, ຈາກ​ນັ້ນ ວັນ​ທີ 6-8 ກັນຍາ 2015, ສະພາບ​ຝົນ​ຈະ​ເບົາ​ບາງ​ລົງ​ຢູ່​ແຕ່​ລະ​ພາກ.
              ​ຂະນະ​ດຽວກັນ ກົມ​ອຸຕຸ ຍັງ​ໄດ້​ຄາດ​ຄະ​ເນ ​ລະດັບ​ນ້ຳຂອງ​ຢູ່​ແຕ່ລະ​ທ້ອງ​ຖິ່ນ​​​ ​ໃນ​ຕອນ​ເຊົ້າ​ວັນ​ທີ 3 ກັນຍາ​ນີ້ວ່າ: ນ້ຳຂອງ​ຢູ່​ຫລວງ​ພະ​ບາງຈະ​ເພີ່ມ​ຂຶ້ນ​ຈາກ 11,04​ເປັນ 11,47 ຊັງ​ຕີ​ແມັດ, ນະຄອນຫລວງ​ວຽງ​ຈັນ ຈາກ 5,96 ​ເປັນ 6,95 ຊັງ​ຕີ​ແມັດ, ປາກ​ຊັນ ຈາກ 8,35 ​ເປັນ 8,69 ຊັງ​ຕີ​ແມັດ, ສະຫວັນ​ນະ​ເຂດ ຈາກ 7,80 ​ເປັນ 8,08 ຊັງ​ຕີ​ແມັດ, ປາກເຊ ຈາກ 7,78 ​ເປັນ 8,21 ຊັງ​ຕີ​ແມັດ, ​ເຊ​ບັ້ງ​ໄຟ (ຂົວ​ເຊ) 17,11 ​ເປັນ 17,77 ຊັງ​ຕີ​ແມັດ, ໜ້າ​ເຂື່ອນນ້ຳ​ງື່ມ1 ຈາກ 209,39 ​ມາ​ເປັນ 209,53 ຊັງ​ຕີ​ແມັດ. ດັ່ງ​ນັ້ນ ຈຶ່ງ​ແຈ້ງ​ເຕືອນ​ປະຊາຊົນ​ຜູ້​ຢູ່​ເຂດ​ຈຸດ​ສ່ຽງ ​ໃຫ້​ມີ​ສະຕິ​ລະວັງ​ຕົວ ​ເກັບ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ໄປ​ໄວ້​ບ່ອນ​ທີ່​ປອດ​ໄພ ​ເພື່ອ​ປ້ອງ​ກັນ​ນ້ຳ​ຖ້ວມ​ກະທັນຫັນທີ່ອາດຈະເກີດຂຶ້ນ.

No comments:

Post a Comment