Ad

Ad

28 September 2015

ໄຟຟ້າຕອບຂໍ້ຂ້ອງໃຈສັງຄົມ

ໃນທ້າຍອາທິດຜ່ານມານີ້, ຜູ້ຕາງໜ້າລັດວິສາຫະກິດໄຟຟ້າລາວໄດ້ອອກມາຕອບຂໍ້ຂ້ອງໃຈຂອງສັງຄົມທີ່ພົວພັນເຖິງວຽກງານຄວາມຮັບຜິດຊອບໃນຂະແໜງຕົນຫລາຍບັນຫາ, ໂດຍສະເພາະແມ່ນການຂະຫຍາຍຕາໜ່າງໄຟຟ້າໄປສູ່ເຂດຊົນນະບົດຫ່າງໄກຊອກຫລີກຊັກຊ້າ ແລະ ການສະໜອງກະແສໄຟຟ້າທີ່ບໍ່ປົກກະຕິໃນຫລາຍພື້ນທີ່.
ຜູ້ຕາງໜ້າລັດວິສາຫະກິດດັ່ງກ່າວໃຫ້ຮູ້ວ່າ: ປັດຈຸບັນການກໍ່ສ້າງ ແລະ ພັດທະນາທະນາລະບົບຕາໜ່າງໄຟຟ້າຢູ່ປະເທດເຮົາເຫັນວ່າມີການຂະຫຍາຍຕົວໄວສົມຄວນ ແລະ ກວມອັດຕາພື້ນທີ່ໄດ້ຊົມໃຊ້ໄຟຟ້າຫລາຍກວ່າ 80% ໃນທົ່ວປະເທດ, ອັນໄດ້ເປັນການປະກອບສ່ວນຍົກສູງຄຸນນະພາບການດໍາລົງຊີວິດ, ການທໍາມາຫາກິນ, ການຜະລິດຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດມີຊີວີດການເປັນຢູ່ດີຂຶ້ນ ແລະ ຄ່ອຍໆກ້າວໄປສູ່ການຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ແນວໃດກໍຕາມ, ຍັງມີບາງເຂດ, ບາງ
ທ້ອງຖິ່ນທີ່ການຂະຫຍາຍຕາໜ່າງໄຟຟ້າບໍ່ທັນໄປຮອດໄປເຖິງຈຶ່ງເຮັດໃຫ້ການທໍາມາຫາກິນ, ການດໍາລົງຊີວິດຂອງປະຊາຊົນຍັງພົບຄວາມຫຍຸ້ງຍາກ ແລະ ໄລຍະຜ່ານມາກໍມີປະຊາຊົນໃນເຂດຫ່າງສອກຫລີກໄດ້ສະເໜີຫາພາກສ່ວນກ່ຽວຂ້ອງຫລາຍບັນຫາກ່ຽວກັບການພັດທະນາ ແລະ ຂະຫຍາຍຕາໜ່າງໄຟຟ້າ, ໂດຍສະເພາະໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ທີ່ໄດ້ອັດເມື່ອກາງປີນີ້ກໍມີປະຊາຊົນຈາກບ້ານຊາ ເມືອງວຽງຄໍາ, ບ້ານຫ້ວຍປຽນ ເມືອງໂພນໄຊ ແຂວງຫລວງພະບາງ, ບ້ານນາຊາງ ເມືອງສົບເບົາ ແຂວງຫົວພັນ, ບ້ານຄອນລາດ ເມືອງ ແລະແຂວງສາລະວັນ, ບ້ານຫ້ວຍກາງ, ຫ້ວຍເຕີຍ ເມືອງປາກຊ່ອງແຂວງຈໍາປາສັກ ແລະ ອີກຫລາຍໆທ້ອງຖິ່ນໄດ້ສະເໜີຜ່ານສາຍດ່ວນສະພາເພື່ອຕ້ອງຢາກໃຫ້ພາກສ່ວນກ່ຽວຂ້ອງຊ່ວຍພິຈາລະນາເອົາໄຟຟ້າລົງໄປຮອດໄປເຖິງເພື່ອໃຫ້ມີຄວາມສະດວກໃນການດໍາລົງຊີວິດຂອງປະຊາຊົນດີຂຶ້ນ ແລະ ຕໍ່ຂໍ້ສະເໜີ ແລະ ຄວາມສົນໃຈທັງໝົດນັ້ນເຫັນວ່າ: ມີບາງເຂດ, ບາງທ້ອງຖິ່ນກໍແມ່ນມີແຜນຈະກໍ່ສ້າງໃນໄວໆນີ້ເຊັ່ນ: ຈະເລີ່ມລົງມືກໍ່ສ້າງຕາຂ່າຍໄຟຟ້າເຂົ້າບ້ານຊາ ເມືອງວຽງໄຊ ແລະ ບ້ານຫ້ວຍປ່ຽນ ເມືອງໂພນໄຊ ແຂວງຫລວງພະບາງ ໃນເດືອນຕຸລາ 2015 ນີ້ ແລະ ໃນຕົ້ນປີ 2016 ຈະກໍ່ສ້າງຕາຂ່າຍໄຟຟ້າເຂົ້າບ້ານຫ້ວຍເຕີຍ ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ບ້ານອື່ນໆຕື່ມອີກຈໍານວນໜຶ່ງ. ແນວໃດກໍຕາມ ພັກ ແລະ ລັດຖະບານໄດ້ໃຫ້ຄວາມສໍາຄັນໃນການກໍ່ສ້າງພື້ນຖານໂຄງລ່າງມາໂດຍຕະຫລອດ, ໂດຍສະເພາະການຂະຫຍາຍຕາໜ່າງໄຟຟ້າໄປສູ່ຊົນນະບົດຫ່າງໄກສອກຫລີກ ແລະ ຕັ້ງເປົ້າໝາຍໄວ້ວ່າຮອດປີ 2020 ຈະຕ້ອງໃຫ້ມີໄຟຟ້າຊົມໃຊ້ຢ່າງທົ່ວເຖິງໃນທົ່ວປະເທດ. 

No comments:

Post a Comment