Ad

Ad

3 September 2015

ສານປະຊາຊົນແຂວງຊຽງຂວາງຕັດສິນລົງໂທດໂຈນໂຫດຈຳຄຸກຫລອດຊີວິດ

ຂ່າວ-ພາບ : ຫນັງສືພິມ ປກສ
             ເມື່ອທ້າຍອາທິດຜ່ານມານີ້, ສານສານປະຊາຊົນແຂວງຊຽງຂວາງ ໄດ້ຕັດສິນລົງໂທດທ້າວ ໄຊ ອາຍຸ 25 ປີ ຢູ່ບ້ານນາພະສາດ ເມືອງຄູນ ແຂວງຊຽງຂວາງຈຳຄຸກຕະຫລອດຊີວິດ, ພາຍຫລັງຜູ້ກ່ຽວໄດ້ກໍ່ຄະດີຫລາຍຄັ້ງເຊັ່ນ: ປຸ້ນຊັບຊັບພົນລະເມືອງ ແລະ ຄາດຕະກຳ, ເຊິ່ງຄະດີມີຢູ່ວ່າ: ໃນວັນທີ 9 ກຸມພາ 2015, ຜູ້ກ່ຽວໄດ້ອອກຈາກບ້ານໂດຍກຽມອຸປະກອນຄື: ປືນແກັບ 1 ກະບອກ ແລະ ມີດດວງໜຶ່ງ ເພື່ອເຄື່ອນໄຫວປຸ້ນຊັບໃນເຂດເທສະບານແຂວງຊຽງຂວາງ ແລະ ມາຮອດວັນທີ 14 ກຸມພາ 2015 ເວລາ 22 ໂມງ, ຈຶ່ງໄດ້ເຂົ້າໄປປຸ້ນເຮືອນຫລັງໜຶ່ງຢູ່ບ້ານຄັງໄຂ ແລະ ໃຊ້ປືນຈີ່ເອົາຊັບນຳເຈົ້າຂອງເຮືອນແຕ່ຖືກຂັດຂືນຜູ້ກ່ຽວໄດ້ໃຊ້ປືນຍິງເຈົ້າຂອງເຮືອນຈົນເສຍຊີວິດແລ້ວຫລົບໜີ. ຕົກມາຮອດວັນທີ 17 ກຸມພາ 2015, ຜູ້ກ່ຽວໄດ້ຂຶ້ນໄປຍິງທະຫານຄົນໜຶ່ງຢູ່ພູແຮ່ບ້ານຄັງໄຂໄດ້ຮັບບາດເຈັບແລ້ວໄດ້ຄົ້ນເອົາປືນອາກາຂອງທະຫານໄປອີກກະບອກໜຶ່ງ ແລະ ພໍຮອດເວລາ 2 ໂມງເຊົ້າມື້ຕໍ່ມາ, ຜູ້ກ່ຽວໄດ້ເຂົ້າໄປປຸ້ນເຮືອນຫລັງໜຶ່ງໂດຍໄດ້ເງິນ 6 ແສນກີບແລ້ວຫລົບໜີ ແລະ ຮອດເວລາ 18 ໂມງມື້ດຽວກັນຈຶ່ງຖືກເຈົ້າໜ້າທີ່ຈັບຕົວໄດ້ໃນຂະນະອອກມາຊື້ອາຫານຢູ່ຕະຫລາດຄັງໄຂແລ້ວເອົາຕົວໄປດຳເນີນຄະດີ ແລະ ຖືກສານຕັດສີນລົງໂທດໃຫ້ຈຳຄຸກຕະຫລອດຊີວິດ.


            ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອທ້າຍອາທິດຜ່ານມາ, ກໍ່ເກີດເຫດໄວລຸ້ນໃຊ້ເຫລັກໄຂຄວງແທງກັນຢູ່ຕໍ່ໜ້າຮ້ານປິ້ງເປັດເຂດບ້ານອຸດົມວິໄລ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ, ເຮັດໃຫ້ມີຜູ້ເສຍຊີວິດໜຶ່ງຄົນຄື: ທ້າວ ແສງດາວີ(ກິດ) ອາຍຸ 24 ປີອາຊີບກຳມະກອນ, ສ່ວນຜູ້ກໍ່ເຫດຊື່ທ້າວ ທົດສະກັນ ອາຍຸ 36 ປີ ຢູ່ບ້ານນາແຮ່ ເມືອງໄກສອນ ພົມວິຫານ ແລະ ປັດຈຸບັນຄະດີດັ່ງກ່າວພວມຢູ່ໃນຂັ້ນຕອນສະຫລຸບສຳນວນຄະດີຟ້ອງໄອຍະການເພື່ອສົ່ງໃຫ້ສານຕັດສີນລົງໂທດຕາມລະບຽບກົດໝາຍ.

No comments:

Post a Comment