Ad

Ad

3 September 2015

ນະຄອນຫລວງເຂັ້ມງວດວຽກງານກວດກາ

             ພະແນກກວດການະຄອນຫລວງວຽງຈັນໃຫ້ຮູ້ວ່າ: ປັດຈຸບັນ, ໜ່ວຍງານຂອງຕົນພວມດຳເນີນການເລັ່ງທວງເງິນຫລາຍຕື້ກີບນຳພະນັກງານລັດຖະກອນທີ່ໄດ້ສວຍໃຊ້ໜ້າທີ່ຕຳແໜ່ງອຳນາດລັກລອບເອົາໄປແບບບໍ່ຊອບທຳຫລາຍກໍລະນີໃນຫລາຍປີຜ່ານມາ ແລະ ພົ້ນເດັ່ນແມ່ນມີພະນັກງານຈຳນວນໜຶ່ງໄດ້ຂາຍດິນລັດໃນເນື້ອທີ່ຫລາຍກວ່າ 12 ເຮັກຕາ, ມີຜົນເສຍຫາຍຫລາຍກວ່າ 3 ຕື້ກີບ, ໃນນີ້ສາມາດເກັບກູ້ຄືນໄດ້ພຽງ 971 ລ້ານກວ່າກີບ, ສ່ວນທີ່ເຫລືອແມ່ນຍັງຢູ່ໃນຂັ້ນຕອນດຳເນີນຕາມລະບຽບກົດໝາຍ ແລະ ເກັບກູ້ຜົນເສຍຫາຍດັ່ງກ່າວມາໃຫ້ໄດ້ໂດຍໄວ, ນີ້ແມ່ປາກົດການສໍ້ລາດບັງຫລວງທີ່ພວມເກີດຂຶ້ນຢ່າງແຜ່ຫລາຍ.
             ຄະນະດັ່ງກ່າວຍັງໃຫ້ຮູ້ວ່າ: ເພື່ອສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງໃນໄລຍະຜ່ານມາ, ນະຄອນ ຫລວງໄດ້ເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງຕົນຢ່າງເປັນປະຈຳ, ໂດຍສະເພາະແມ່ນໄດ້ກວດກາແຜນລາຍຮັບ-ລາຍຈ່າຍ, ການປະຕິບັດແຜນງານ ແລະ ໂຄງການສຳຄັນຕ່າງໆເຊັ່ນ: ງານສະເຫລີມສະຫລອງນະຄອນຫລວງຄົບຮອບ 450 ປີ, ໂຄງການກໍ່ສ້າງສະໜາມກິລາແຫ່ງຊາດ, ການກໍ່ສ້າງ

ເສັ້ນທາງ 450 ປີ, ໂຄງການປັບປຸງສະໜາມຫລວງ, ກົມມະລຽນພະທາດຫລວງ, ເສັ້ນທາງ 4 ເລນໜ້າພະທາດຫລວງ, ສ້າງສວນໄຊເສດຖາສວນໜອງສະພັງເລນ, ອານຸສາວະລີເຈົ້າອານຸວົງ, ໂຄງການຕ້ານຕາຝັ່ງເຈື່ອນ, ເສັ້ນທາງດົງໂດກ-ໂພນຕ້ອງ-ໂພນພະເນົາ, ໂຄງການສ້າງທາງໜອງບົວທອງ-ໜອງບຶກ ແລະ ອື່ນໆ, ເຊິ່ງເຫັນວ່າໂຄງການຈຳນວນໜຶ່ງແມ່ນມີຄຸນນະພາບ ແລະ ສຳເລັດຕາມກຳນົດ ເຊັ່ນ: ໂຄງການກໍ່ສ້າງເສັ້ນທາງ 450 ປີ ແລະ ເສັ້ນທາງໜອງບົວທອງ-ໜອງບຶກ, ຊຶ່ງເປັນໂຄງການປະຕິບັດຕາມນະໂຍບາຍຫັນຊັບສີນເປັນທຶນ.
ຄຽງຄູ່ກັບການກວດກາຕົວຈິງແລ້ວ, ພະແນກດັ່ງກ່າວຍັງໄດ້ເອົາໃຈໃສ່ໃນການເຜີຍແຜ່ບັນດາກົດໝາຍ, ຄຳສັ່ງແນະນຳກ່ຽວກັບການຕ້ານການສໍ້ລາດບັງຫລວງ, ຕ້ານການຟູມເຟືອຍຕ່າງໆໃຫ້ພະນັກງານລັດຖະກອນ ແລະ ປະຊາຊົນໄດ້ຮັບຮູ້ເຂົ້າໃຈຢ່າງເປັນປົກກະຕິ ແລະ ກວ້າງຂວາງ, ເພື່ອເຫັນໄດ້ຜົນຮ້າຍ ແລະ ຄວາມອັນຕະລາຍຂອງການສໍ້ລາດບັງຫລວງ, ການສວຍໃຊ້ໜ້າທີ່ຕຳແໜ່ງ, ໃຊ້ອຳນາດເກີນຂອບເຂດ, ການຮັບສີນບົນ, ການປອມແປງເອກະສານ,ການຄິດໄລ່ມາດຖານເຕັກນິກກໍ່ສ້າງບໍ່ຖືກຕາມຕົວຈິງ ແລະ ອື່ນໆ. ເພື່ອໃຫ້ເປັນໄປຕາມຫລັກການທີ່ວ່າ: ຖືເອົາການສະກັດກັ້ນເປັນຕົ້ນຕໍ ແລະ ເອົາການຕ້ານເປັນສຳຄັນ ເພື່ອບໍ່ໃຫ້ມີໂຄງການນອກແຜນ ແລະ ບັນຫາຫຍໍ້ທໍ້ອື່ນໆເກີດຂຶ້ນ.

            ບັນຫາດັ່ງກ່າວແມ່ນທ່ານ ບຸນທອງ ພົມມະຈັນ ຄະນະພັກປະທານຄະນະກວດກາພັກ,ຫົວໜ້າພະແນກກວດກາລັດນະຄອນຫລວງວຽງຈັນ, ລາຍງານຢູ່ກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກນະຄອນຫລວງວຽງຈັນທີ່ໄດ້ສຳເລັດລົງເມື່ອບໍ່ດົນມານີ້

No comments:

Post a Comment