Ad

Ad

3 September 2015

ລາວ-ຈີນ ຮ່ວມ​ພັດທະນາ​​ເຂດເສດຖະກິດບໍ່​ຫານ-ບໍ່​ເຕັນ

               ໃນວັນທີ 31 ສິງຫາ 2015ນີ້, ທີ່ນະຄອນຫລວງປັກກິ່ງ ສປ ຈີນໄດ້ມີພິທີລົງນາມສັນຍາກ່ຽວກັບແຜນ ການກໍ່ສ້າງເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນ ຈີນ-ລາວ ລະຫວ່າງທ່ານ ສົມສະຫວາດເລັ່ງສະຫວັດ ຮອງນາ ຍົກລັດຖະ ມົນຕີແຫ່ງ ສປປ ລາວ ແລະ ທ່ານ ກາວຫູເສິງ ລັດຖະມົນຕີວ່າການກະຊວງການຄ້າ ສປ ຈີນ, ​ໂດຍການໃຫ້ກຽເຂົ້າຮ່ວມຂອງທ່ານ ຈູມມາລີໄຊຍະສອນ ປະທານປະເທດແຫ່ງ ສປປ ລາວແລະ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ.

             ​ເຂດຮ່ວມມືເສດຖະກິດ ບໍ່ຫານ-ບໍ່ເຕັນ ຈີນ-ລາວແມ່ນເຂດຮ່ວມມືເສດຖະກິດຂ້າມຊາຍແດນແຫ່ງທີ 2 ທີ່ຈີນ ກັບປະເທດ​​ໃກ້ຄຽງຮ່ວມກັນສ້າງຂຶ້ນ, ​ແມ່ນມາດຕະການທີ່ສຳຄັນຂອງຈີນແລະ ລາວໃນການປະດິດສ້າງຮູບແບບການຮ່ວມມືໃນການເປີດປະຕູສູ່ພາຍນອກ. ພາຍຫລັງແຜນການລວມດັ່ງກ່າວມີຜົນສັກສິດແລ້ວ, ຈະເປັນການກະຕຸກຊຸກຍູ້ການຊ່ວຍຊູຍູ້ໜູນກັນ ດ້ວຍທ່າແຮງດ້ານເສດຖະກິດລະຫວ່າງສອງປະເທດຕື່ມອີກເພື່ອສ້າງ
ຄວາມສະດວກ​​ໃຫ້ແກ່ການລົງທຶນ, ການຄ້າແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ, ຊຸກຍູ້ການຮ່ວມມືດ້ານອຸດສາຫະກຳແລະ ພັດທະນາ​​ເຂດຊາຍແດນສອງປະເທດໃຫ້ວ່ອງໄວຂຶ້ນເພື່ອນຳມາຄວາມສົມບູນພູນສຸກໃຫ້ແກ່ປະຊາຊົນເຂດຊາຍແດນສອງປະເທດຈີນ-ລາວດີຂຶ້ນ.

No comments:

Post a Comment