Ad

Ad

3 September 2015

ເກີດນ້ຳຖ້ວມຫລາຍພື້ນທີ່ໃນແຂວງຄຳມ່ວນ

 ແຫລ່ງຂ່າວແຂວງຄຳມ່ວນໃຫ້ຮູ້ວ່າ: ຫລັງມີຝົນຕົກແຮງຕິດຕໍ່ກັນຫລາຍວັນໃນເຂດພາກກາງຂອງປະເທດ, ໄດ້ເຮັດໃຫ້ປະລິມານນ້ຳຫ້ວຍນ້ຳເຊຕ່າງໆມີລະດັບສູງຂຶ້ນຢ່າງໄວວາ ແລະ ໄຫລເຂົ້າຖ້ວມຫລາຍພື້ນທີ່ຕ່ຳຢ່າງກະທັນ ຫັນ, ສະເພາະຢູ່ແຂວງຄຳມ່ວນມີຫລາຍເມືອງລຽບແຄມນ້ຳເຊເຊັ່ນ: ເມືອງເຊບັ້ງໄຟ, ໜອງບົກ, ຫີນບູນ, ມະຫາໄຊ, ຍົມມະລາດຖືກນ້ຳໄຫລເຂົ້າຖ້ວມເປັນບໍລິເວນກວ້າງໃນຫລາຍບ້ານແລ້ວ, ເຮັດໃຫ້ເນື້ອທີ່ການຜະລິດກະສິກຳ, ຖະໜົນຫົນທາງຖືກນ້ຳຖ້ວມເປັນຈຳນວນຫລາຍ, ໄດ້ສ້າງຄວາມຫຍຸ້ງຍາກຕໍ່ການສັນຈອນໄປມາ ແລະ ການດຳລົງຊີວິດຂອງປະຊາຊົນໃນເຂດທີ່ໄດ້ຮັບຜົນກະທົບຫລາຍສົມຄວນ, ໂດຍສະເພາະໃນວັນທີ 1 ກັນຍາ, ເຊິ່ງເປັນມື້ໄຂສົກຮຽນໃໝ່ມີນ້ອງນັກຮຽນຫລາຍບ້ານໄດ້ພາກັນລຸຍຜ່າກະແສນ້ຳໄປໂຮງຮຽນ ແລະ ຈາກການວັດແທກລະດັບນ້ຳຂອງ ແລະ ນ້ຳເຊຂອງໜ່ວຍງານອຸຕຸນິຍົມແຂວງໃນຕອນເຊົ້າວັນທີ 2 ກັນຍານີ້ ໃຫ້ຮູ້ວ່າ: ປະລິມານນ້ຳຂອງເພີ່ມຂຶ້ນຢູ່ລະດັບ 10,14 ແມັດ, ເຊິ່ງລະດັບອັນຕະລາຍ 14 ແມັດ.ສ່ວນປະລິມານນ້ຳເຊຢູ່ເຂດເມືອງມະຫາໄຊແທກ
ໄດ້ 13,23 ແມັດ ລະດັບອັນຕະລາຍແມ່ນ 15 ແມັດ, ເມືອງເຊບັ້ງໄຟ 17,11 ແມັດ ລະດັບອັນຕະລາຍແມ່ນ 18,5 ແມັດ ແລະ ເມືອງຍົມມະລາດ 11,16 ແມັດ ລະດັບອັນຕະລາຍ 13 ແມັດ, ຂະນະທີ່ປະມານລິມານນ້ຳຝົນຢູ່ເມືອງທ່າແຂກແທກໄດ້ 36,2 ມິນ

ລີແມັດ,ເມືອງມະຫາໄຊ 37,8 ມິນລີແມັດ, ເມືອງເຊບັ້ງໄຟ 15,4 ມິນລີແມັດ ແລະ ເມືອງຍົມມະລາດ 59 ມີນລີແມັດ, ຖ້າທຽບໃສ່ລະດັບນ້ຳໃນວັນທີ 1 ກັນຍາຜ່ານມາແມ່ນເພີ່ມຂຶ້ນສະເລ່ຍ 50 - 100 ຊັງຕີແມັດ, ຈາກສະພາບດັ່ງກ່າວພາກສ່ວນກ່ຽວຂ້ອງຈຶ່ງໄດ້ເຕືອນໃຫ້ທຸກເມືອງເຝົ້າລະວັງສະພາບນ້ຳຢ່າງໃກ້ຊິດ ແລະ ແນະນຳໃຫ້ປະຊາຊົນເກັບມ້ຽນວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນພື້ນທີ່ປອດໄພ.

No comments:

Post a Comment