Ad

Ad

3 September 2015

ເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ເຂົ້າຮ່ວມພິທີເປີດຕົວດາວທຽມດວງທຳອິດຂອງລາວ

ໃນວັນທີ 2 ກັນຍານີ້, ຊຶ່ງເປັນມື້ທີ 9 ຂອງການຢ້ຽມຢາມ ສປ ຈີນ ຂອງທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ຄະນະ ຊຶ່ງໄດ້ໄປສະຖາບັນອາວະກາດແຫ່ງ ສປ ຈີນ ເພື່ອຢ້ຽມຢາມໂຮງງານຜະລິດດາວທຽມ ແລະ ເປັນໂຮງງານຜະລິດ ດາວທຽມດວງທຳອິດຂອງລາວ ແລະ ໄດ້ຮັບຟັງການລາຍງານສະພາບການຜະລິດດາວທຽມລາວດວງທຳອິດຈາກ ທ່ານ ເລີຍ ຝານເຜີຍ ປະທານກຸ່ມບໍລິສັດວິທະຍາສາດເຕັກໂນໂລຊີການບິນອາວະກາດ ສປ ຈີນ ແລະ ການກະກຽມຄວາມພ້ອມຂອງ ສປປ ລາວ ຈາກທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານວ່າ: ໃນເດືອນທັນວາ 2011, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານໄດ້ປັບປຸງ ແລະ ເຊັນສັນຍາການກໍ່ສ້າງໂຄງການດາວທຽມນີ້ ກັບບໍລິສັດ China APMT ແລະບໍລິສັດອຸດສາຫະກຳກຳແພງຍັກຂອງສປຈີນທີ່ນະຄອນຫລວງ
ວຽງຈັນ, ໃນການຮ່ວມມືພັດທະນາໂຄງການດາວທຽມລາວແລະນັບແຕ່ນັ້ນມາ, ທັງສອງຝ່າຍກໍໄດ້ຮ່ວມມືກັນດຳເນີນການປະຕິບັດໂຄງການນີ້ຢ່າງມີຄວາມຮັບຜິດຊອບສູງ, ເພາະວ່າເປັນໂຄງການທີ່ມີຄວາມໝາຍສຳຄັນຫລາຍຕໍ່ການພົວພັນແລະຮ່ວມມືລາວ-ຈີນ, ໂດຍສະເພາະໃນຂົງເຂດເຕັກໂນໂລຊີລະດັບສູງກໍຄືໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແລະສັງຄົມຂອງ ສປປ ລາວ.
ທ່ານ ຫຽມ ພົມມະຈັນ ໃຫ້ຮູ້ວ່າ : ໂຄງການໄດ້ດຳເນີນເປັນສອງໄລຍະຄື : ໄລຍະທີ 1 ແມ່ນໄລຍະການຜະລິດແລສົ່ງດາວທຽມຂຶ້ນສູ່ວົງໂຄຈອນ, ພ້ອມທັງເປັນໄລຍະກໍ່ສ້າງສະຖານີບັນຊາພາກພື້ນດິນ, ເຊິ່ງມາຮອດປັດຈຸບັນໄດ້ສຳເລັດໂດຍພື້ນຖານ ແລະ ມີຄວາມພ້ອມທຸກຢ່າງແລ້ວຊຶ່ງຄາດວ່າດາວທຽມດວງນີ້ຈະໄດ້ສົ່ງຂຶ້ນສູ່ວົງໂຄຈອນໃນທ້າຍເດືອນພະຈິກ 2015 ທີ່ຈະມາເຖິງນີ້ເພື່ອເປັນຂອງຂັວນອັນປະເສີດຕ້ອນຮັບວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວຄົບຮອບ 40 ປີ.
ໄລຍະທີ2 ແມ່ນໄລຍະການດຳເນີນທຸລະກິດດາວທຽມທັງສອງຝ່າຍຈະໄດ້ຮ່ວມກັນສ້າງຕັ້ງບໍລິສັດຮ່ວມທຶນນຳກັນເພື່ອດຳເນີນທຸລະກິດດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ່ສອງຝ່າຍ ແລະ ສຳລັບຝ່າຍລາວແມ່ນມີຄວາມມຸ້ງຫວັງຢາກໃຫ້ໂຄງການດາວທຽມດວງທຳອິດນີ້ສາມາດສ້າງລາຍໄດ້ເພື່ອທົດແທນເງິນກູ້ ແລະ ເພື່ອສືບຕໍ່ຂະຫຍາຍໂຄງການນີ້ຕໍ່ໄປພ້ອມຈະເປັນການຍົກຖານະຂອງ ສປປ ລາວ ສູງເດັ່ນຂຶ້ນໃນວົງຄະນາຍາດສາກົນ.

ໃນງານເປີດຕົວດາວທຽມລາວດວງທຳອິດຂອງລາວນີ້ທ່ານເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ໄດ້ໃຫ້ກຽດຕາງໜ້າການນຳສູງສຸດຂອງພັກ ແລະ ລັດແຫ່ງ ສປປ ລາວ ຕັດແຖບຜ້າເປັນສິລິມຸງຄຸນຢ່າງສູງໃຫ້ແກ່ດາວທຽມລາວ ແລະເປັນການຢັ້ງຢືນເຖິງຜົນສຳເລັດການພັດທະນາດາວທຽມລາວດວງທຳອິດ.

No comments:

Post a Comment