Ad

Ad

15 September 2015

Google ​ເຊີນ​ຄົນ​ລາວ​ແປ​ພາສາ​ຜ່ານ Google translate ​ໃຫ້​ແປ​ລາວ​ສົມບູນ​ຂຶ້ນ

  ໃນວັນທີ 10 ກັນຍາຜ່ານມານີ້ ຢູ່ນະຄອນຫລວງວຽງຈັນໄດ້ຈັດຖະແຫລງຂ່າວເຊີນຊວນຄົນລາວທີ່ຮັກພາສາລາວ ຮ່ວມກັນຊ່ວຍພັດທະນາແລະ ປັບປຸງຄຸນນະພາບການແປພາລາໃຫ້ Google Translate ( ກູເກິແປພາສາ ) ​ໂດຍ ​Google  ​ໄດ້ເປີດໂຕ “ Google Translate Community ຫລື  ຊຸມຊົນນັກແປພາສາ​ ” ໃຫ້ຄົນລາວໄດ້ສອນໃຫ້ເຄື່ອງມືແປພາສາ ຫລື  Google Translate ​ນັ້ນ​​​ແປພາສາລາໄດ້ດີແລະ ຖືກຕ້ອງທີ່ສຸດ. ​ໂດຍແມ່ນທ່ານ​ ​ແດນຽລເອ  ຄລູນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈຳລາວໃຫ້ກຽດເປີດງານດ່ັງກ່າວ ​​ໂດຍທ່ານກ່າວວ່າ : ການພັດທະນາໃຫ້ການແປພາສາມີຄວາມຖືກຕ້ອງລະຫວ່າງພາສາລາວແລະ ພາສາອັງກິດ ປະເທດລາວກໍຄືພາສາລາວໃຫ້ເປັນທີ່ຮັບຮູ້ໃນທົ່ວໂລກ, ສິ່ງນີ້ຈະເປັນການຊ່ວຍໃຫ້ປະເທດລາວເຊື່ອມຕໍ່ກັບປະຊາຄົມໂລກ ກໍຄືລະບົບເສດຖະກິດລະຫວ່າງປະເທດ, ລະບົບນີ້ ຈະເກີດຂຶ້ນບໍ່ໄດ້ ຖ້າຂາດການຮ່ວມມືຢ່າງຕັ້ງຫນ້າຂອງຜູ້ນຳໃຊ້ພາສາລາວໃນທົ່ວໂລກທີ່ຈະຊ່ວຍພັດທະນາການແປຂອງກູເກິລ ບຸກຄົນທີ່ມີຄວາມຊ່ຽວຊານມາປະກອບສ່ວນ ເພື່ອໃຫ້ເປັນຜົນຜະລິດທີ່ຈະ ເກີດປະໂຫຍດຢ່າງຫລວງຫລາຍໃນການຕິດຕໍ່ສື່ສານອັນເປັນຜົນງານທີ່ພວກເຮົາທັງຫມົດຄວນທີ່ຈະພາກພູມໃຈ.

            ໃນການນຳໃຊ້ Google Translate ໂດຍປົກກະຕິແລ້ວອອກແບບມາບໍ່ໃຫ້ມີບຸກຄົນ​​​ສາມາດເຂົ້າໄປກ່ຽວຂ້ອງໄດ້ ເປັນລະບົບທີ່ຮຽນຮູ້ດ້ວຍໂຕມັນເອງ , ທັງນີ້ໃນໂລກຂອງອິນເຕີເນັດມີເອກສານຂໍ້ມູນທີ່ແປໂດຍຄົນ ຈຳນວນຫລາຍຮ້ອຍລ້ານຄັ້ງ ອາດຈະມີທັງຜິດແດ່ຖືກແດ່ປົນເປກັນໄປ, ດັ່ງນັ້ນ ເມື່ອທ່ານພິມຄຳໃດລົງໃນ Google ແປພາສາ ເຕັກໂນໂລຊີກໍຈະຊອກຫາຮູບແບບຄຳນັ້ນທ່ົວທັງເອກະສານ ປຽບທຽບຮູບແບບເຫລ່ົານັ້ນກັບອັກສອນທີ່ທ່ານໃສ່ ລົງໄປ ແລ້ວຈາກນັ້ນກໍເດົາຢ່າງສະຫລາດເພື່ອໃຫ້ໄດ້ຄຳທີ່ກົງກັບຄວາມໝາຍຂອງທ່ານໃຫ້ຖືກທີ່ສຸຸຸດ ເຊິ່ງຂະບວນການແບບນີ້ເອີ້ນວ່າ : ການແປໂດຍເຄື່ອງໃຊ້ສະຖິຕິ ( Statistical machine translation ).
            ແຕ່ບັນຫາການແປທີ່ຜິດພາດເບິ່ງແປກໆໄປໃນບາງຄັ້ງ ຫລື ແປບໍ່ສົມບູນ ເຊິ່ງແນວໃດກໍຕາມຍັງ ຕ້ອງໃຫ້ມະນຸດ ຫລື ບຸກຄົນທີ່ມີຄວາມຮູ້ຄວາມສາມາດ ມາຊ່ວຍສອນແປຄືເກ່ົາ ສະນັ້ນຈຶ່ງເຮັດໃຫ້ Google ເປີດໂອກາດໃຫ້ຄົນລາວມາ ຮ່ວມສອນພາສາລາວໃຫ້ Google Translate ແປໃຫ້ຖືກຕ້ອງທີ່ສຸດ.
            ເລື່ອງນີ້ ທ່ານນາງ ເອມມີ່ ຄຸນໂຣດປັນຍາ ຫົວຫນ້າຝ່າຍສື່ສານອົງການ ແລະ ມວນຊົນສຳພັນ ບໍລິສັດ ກູເກິລ ອາຊີ ປາຊີຟິກ ປະຈຳ ໄທ, ຫວຽດນາມ, ອິນໂດເນເຊຍ ແລະ ຕະຫລາດທີ່ເກີດໃຫມ່ ໄດ້ແນະນຳການນຳໃຊ້ວ່າ : ເຂົ້າໄປຍັງຫນ້າ ເວັບໄຊ translate.google.com/community ແລະ Sign in ເຂົ້າສູ່ລະບົບດ້ວຍບັນຊີ google ( xxxx@gmail.com ) ຂອງທ່ານ, ໃຊ້ໄດ້ທັງໃນຄອມພິວເຕີ ແລະ ໂທລະສັບມືຖື ຈາກນັ້ນ ເລືອກພາສາລາວ ແລະ ພາສາອັງກິດ ໃນການສອນແປ ອັງກິດ-ລາວ, ລາວ-ອັງກິດ ຈາກນັ້ນກົດ Save, ຈາກນັ້ນຈະເຂົ້າສູ່ຫນ້າຕ່າງ ແລ້ວເລືອກ Translate ກັບ Validate; Translate : ກໍຄືຊ່ວຍສອນແປລດ້ວຍການພິມແປໃຫ້ ໂດຍ ກູເກິລ ຈະກຳນົດຄຳໃຫ້ເຮົາຊ່ວຍແປ ເຮົາກໍພິມຄຳແປໃຫ້ຖືກຕ້ອງລົງໄປ ແລະ ກົດ summit ເພື່ອສົ່ງຄຳແປ ສ່ວນພົບປະໂຫຍກໃດບໍ່ຫມັ້ນໃຈ ເຮົາສາມາດກົດ Skip ເພື່ອຂ້າມໄປແປຄຳອື່ນ. ສ່ວນ Validate : ຄືເບິ່ງປະໂຫຍກອັງກິດ ແລະ ປະໂຫຍກແປລາວ ແລ້ວໃຫ້ທ່ານຊ່ວຍຕັດສິນວ່າແປຖືກຫລືຜິດ ກົດ correct ເພື່ອວ່າແປຖືກຕ້ອງ ແລະ ກົດ incorrect ເພື່ອບອກວ່າແປຜິດ ສຳເລັດແລ້ວກົດ summit ເພື່ອສົ່ງ ຖ້າບໍ່ຫມັ້ນໃຈ ສາມາດກົດ skip ເພື່ອຂ້າມການແປປະໂຫຍກນີ້. ພຽງເທົ່ານີ້ກໍຖືວ່າສຳເລັດການ ຊ່ວຍສອນແປໃຫ້ Google Translate ເພື່ອຊ່ວຍແປລາວໄດ້ຢ່າງຖືກຕ້ອງແນ່ນອນຍິ່ງຂຶ້ນ ແລະ ເປັນ ປະໂຫຍດຕໍ່ຄົນທົ່ວໂລກໃນການຕິດຕໍ່ສື່ສານກັນນຳອີກ.

ທັງນີ້ ປະເທດລາວເປັນ 1 ໃນ 4 ປະເທດທຳອິດທີ່ໄດ້ທົດລອງໃຊ້ Google Translate Community ໃນການຊ່ວຍສອນແປໃຫ້ກັບ Google Translate ເຊິ່ງອີກ 3 ປະເທດທີ່ໄດ້ທົດລອງມີຄື : ຫວຽດນາມ, ມຽນມາ ແລະ ໄທ

No comments:

Post a Comment