Ad

Ad

4 September 2015

ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາໄຂຂຶ້ນຢ່າງສະຫງ່າຜ່າເຜີຍ

ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ,ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍໃນຕອນເຊົ້າວັນທີ 3 ກັນຍານີ້, ທີ່ມະຫາວິທະຍາໄລແຫ່ງຊາດ (ດົງໂດກ), ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງສິງ ທໍາມະວົງ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ດຣ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງສຶກສາທິການ ແລະ ກິລາ, ມີອະດິດພະນັກງານອາວຸໂສບໍານານ, ພ້ອມດ້ວຍຜູ້ແທນສະມາຊິກພັກທີ່ຕາງໜ້າໃຫ້ໜ່ວຍພັກອ້ອມຂ້າງກະຊວງດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
              ໃນໂອກາດນີ້, ສະຫາຍເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງສືກສາທິການ ແລະ ກິລາ, ໄດ້ຂຶ້ນຜ່ານບົດລາຍງານການເມືອງຕໍ່ກອງປະຊຸມວ່າ: ໃນໄລຍະ 5 ປີຜ່ານມາ, ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກຂອງກະຊວງຕົນ, ຊຶ່ງໄດ້ສຸມໃສ່ຊີ້ນໍາການຈັດຕັ້ງແຜນພັດທະນາການສຶກສາ ແລະ ກິລາ, ໂດຍສະ ເພາະບັນດາຄາດໝາຍຂອງເປົ້າໝາຍການສຶກສາເພື່ອທຸກຄົນກໍຄືເປົ້າໝາຍສະຫັດສະວັດດ້ານການພັດທະນາໃນຂະແໜງການສຶກສາ,
ຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດໄລຍະ 2 (2011-2015), ການປັບປຸງວຽກງານກິລາ-ກາຍຍະກໍາ ແລະ ສິລະປະສຶກສາຢ່າງແຂງແຮງ, ອັນໄດ້ເຮັດໃຫ້ວຽກງານສຶກສາ ແລະ ກິລາ ມີການຂະ ຫຍາຍຕົວນັບທັງດ້ານປະລິມານ ແລະ ຄຸນນະພາບ, ຄຽງຄູ່ກັນນັ້ນດ້ານພື້ນຖານໂຄງລ່າງ, ຫລັກສູດການຮຽນ-ການສອນ, ນິຕິກໍາ, ລະບຽບຫລັກການ, ໃນການຄຸ້ມຄອງວຽກງານສຶກສາ ແລະ ກິລາ ກໍໄດ້ຮັບການປັບປຸງ ແລະ ສ້າງຂຶ້ນໃໝ່ຫລາຍອັນເພື່ອໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ແລະ ສາມາດເຊື່ອມໂຍງກັບບັນດາປະເທດອາຊຽນ, ພາກພື້ນ ແລະ ສາກົນໄດ້ເທື່ອລະກ້າວ.
             ສະຫາຍ ດຣ ພັນຄໍາ ວິພາວັນ ກ່າວວ່າ: ເວົ້າລວມແລ້ວ, ໃນໄລຍະ 5 ປີຜ່ານມາ,ວຽກງານສຶກສາ ແລະ ກິລາ, ໄດ້ມີຜົນສໍາເລັດເປັນຮູບປະທໍາຫລາຍດ້ານທີ່ມີລັກສະນະບຸກທະລຸເປັນຕົ້ນແມ່ນ : ລະບົບການຮຽນ-ການສອນ, ການພັດທະນາຊັບພະຍາກອນມະນຸດ, ການຫັນປ່ຽນທາງດ້ານຈີນຕະນາການ ແລະ ຄ່ານິຍົມຂອງຄົນໃນສັງຄົມມີຄວາມເຂົ້າໃຈດີຂຶ້ນຕໍ່ວຽກງານພາລະ-ສີລະປະສຶກສາ, ກິລາກາຍຍະກໍາ, ການສຶກສາວິຊາຊີບ ແລະ ພັດທະນາສີມືແຮງງານ, ນອກຈາກນີ້, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາກໍໄດ້ໃຫ້ການສະໜັບສະໜູນຕໍ່ວຽກງານສຶກສາ ແລະ ກິລາ ສາມາດກ້າວສູ່ຄຸນນະພາບໃໝ່ ເຊັ່ນ: ຜົນການຮຽນ, ການສອບເລື່ອນຊັ້ນ, ຈົບຊັ້ນ ແລະ ສອບເສັງນັກຮຽນເກັ່ງລະດັບຕ່າງໆເຫັນວ່າ: ແຕ່ລະປີໄດ້ຄະແນນສູງຂຶ້ນ, ສ່ວນສາຍອາຊີວະສຶກສາກໍແມ່ນມີລະດັບສີມື,ວິຊາການດີສົມຄວນສາມາດເຂົ້າຮ່ວມການແຂ່ງຂັນໃນດ້ານຕ່າງໆລະດັບພາກພື້ນ ແລະ ສາກົນ, ສໍາລັບດ້ານກິລາ-ກາຍຍະກໍາກໍມີນັກກິ
ລາຈໍານວນບໍ່ໜ້ອຍທີ່ສາມາດຍາດໄດ້ຫລຽນປະເພດຕ່າງໆຈາກການແຂ່ງຂັນໃນລະດັບພາກພື້ນກໍຄືອາຊຽນ, ເຊິ່ງຜົນສໍາເລັດດັ່ງກ່າວມານັ້ນ, ແມ່ນຍ້ອນແນວທາງນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດ ແລະ ການປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບພິຊອບຂອງສະມາຊິກພັກ, ພະນັກງານ-ລັດຖະກອນທົ່ວຂະແໜງການສຶກສາ-ກິລາ ເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ ແລະ ຄຽງຄູ່ກັນນັ້ນ, ກໍຍັງມີບາງຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆໃນຂະແໜງການສຶກສາ ແລະ ກິລາທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂຄື: ການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຫັນມາເປັນວຽກລະອຽດຂອງຂະແໜງສຶກສາ ແລະ ກິລາເຫັນວ່າຍັງຊັກຊ້າ, ບໍ່ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ, ການຂະຫຍາຍຕາໜ່າງການສຶກສາ, ໂດຍສະເພາະການສຶກສາກ່ອນໄວຮຽນ, ສາຍສາມັນສຶກສາ, ການສຶກສານອກໂຮງຮຽນໄປສູ່ເຂດຫ່າງໄກສອກຫລີກບໍ່ທັນແຂງແຮງ,ການຂະຫຍາຍວຽກງານກິລາ-ກາຍຍະກໍາ ແລະ ວຽກງານສີລະປະບໍ່ທັນກວ້າງ, ການບັນລຸເປົ້າໝາຍການສຶກສາເພື່ອທຸກຄົນກໍຄືເປົ້າໝາຍສະຫັດສະວັດດ້ານການພັດທະນາໃນປີ 2015 ມີບາງຕົວຊີ້ບອກຍັງເປັນສິ່ງທ້າທາຍຕໍ່ກາພັດທະ ນາຂະແໜງສຶກສານັບແຕ່ສູນກາງຮອດທ້ອງຖິ່ນ, ໂດຍສະເພາະອັດຕາການລອດເຫລືອຂອງນັກຮຽນຊັ້ນປະຖົມ ປ1-5 ບັນລຸພຽງແຕ່ 78,3% ຍັງຫລາຍກວ່າ 16% ຈຶ່ງຈະເຖິງຄາດໝາຍປີ 2015 ໃຫ້ໄດ້ 95%, ສ່ວນຄວາມສະເໝີພາບດ້ານການສຶກສາລະຫວ່າງຍິງ-ຊາຍ ຍັງແຕກໂຕນກັນຫລາຍລະຫວ່າງຕົວເມືອງ ແລະ ເຂດຫ່າງໄກສອກຫລີກ.

            ໃນກອງປະຊຸມຄັ້ງນີ້ຈະດໍາເນີນໄປເປັນເວລາ 2 ວັນ, ໂດຍຜູ້ແທນເຂົ້າຮ່ວມຈະໄດ້ໃຊ້ສິດປະຊາທິປະໄຕເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ VIII, ເລືອກຕັ້ງເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ພິເສດແມ່ນຈະໄດ້ຮັບຟັງການໂອ້ລົມຂອງນາຍົກລັດຖະມົນຕີ ທອງສິງ ທໍາມະວົງ ເພື່ອເປັນທິດຊີ້ນໍາໃຫ້ແກ່ການພັດທະນາວຽກງານສຶກສາ ແລະ ກິລາ ໃຫ້ມີຄຸນນະພາບດີ ແລະ ສາມາດຮອງຮັບການເຕີບໃຫຍ່ຂະຫຍາຍຂອງການພັດທະນາເສດຖະກິດ-ສັງຄົມຂອງຊາດໃນຕໍ່ໜ້າ.

No comments:

Post a Comment