Ad

Ad

30 October 2015

ໄລຍະບຸນອອກ​ພັນ​ສາປີນີ້ຢູ່​ນະຄອນຫຼວງ​ວຽງ​ຈັນ​ມີ​ຜູ້ເສຍຊີວິດ 4 ຄົນຍ້ອນອຸປັດຕິເຫດ

ຫົວໜ້າຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ການສະຫຼອງແລະ ຄົບ ງັນບຸນອອກພັນສາ ປະວໍລະນາ 2558 ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ ນະຄອນ ຫຼວງວຽງຈັນ, ອັນເປັນບຸນປາງໃຫຍ່ຂອງພຸດທະສາສະນິກະຊົນລາວໄດ້ເລີ່ມມາແຕ່ວັນທີ 22-27 ຕຸລາແລະ ຜ່ານໄລຍະ​​ດັ່ງກ່າວເຖິງວ່າກຳລັງ​​ເຈົ້າໜ້າທີ່ໄດ້ເພີ່ມຄວາມພະຍາຍາມ ​​ແລະ ສຸ່ມໃສ່ສະກັດກັ້ນແຕ່ກໍມີອຸປະຕິເຫດເກີດຂຶ້ນຫຼາຍເຖິງ 32 ລາຍສົ່ງຜົນໃຫ້ມີຜູ້ເສຍຊີວິດ 4 ຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນມີຈຳນວນເພີ່ມຂຶ້ນ, ທັງຜູ້ເສຍຊີວິດ, ສາເຫດສ່ວນໃຫຍ່ຍັງແມ່ນການດຶ່ມສິ່ງມຶນເມົາ, ບໍ່ຄົບລົບກົດລະບຽບຈະລາຈອນ (ຂັບຂີ່ໄວເກີນຂອບເຂດ), ຊຶ່ງໂດຍລວມແລ້ວການສັນຈອນໄລຍະບຸນຊ່ວງເຮືອປີນີ້ ແມ່ນໜ້າແໜ້ນເໝືອນດັ່ງທຸກໆປີຜ່ານມາ, ຍ້ອນການຫຼັ່ງໄຫຼ່ເຂົ້າມາທ່ຽວຊົມໃນເຂດຊານເມືອງແລະ ​​ແຂວງອ້ອມຂ້າເປັນຈຳນວນຫຼາຍ; ຈຳນວນພາຫະນະກໍເພີ່ມຫຼາຍຂຶ້ນທຽບກັບເມືອກ່ອນ. ​ແຕ່ເຖິງຢ່າງກໍເປັນບົດຮຽນໃຫ້ຜູ້ໃຊ້ລົດໃຊ້ຖະໜົນແລະ ມວນຊົນໃນການສະກັດກັ້ນແລະແກ້ໄຂສະພາບອຸປະຕິເຫດໃນຕໍ່ໜ້າໃຫ້ຫຼຸດຜ່ອນລົງ.

No comments:

Post a Comment