Ad

Ad

29 October 2015

ສີພາຍເຮືອຊ່ວງເພດຍິງບ້ານ​ຫາດ​ສ້ຽວ ​ເປັນ​​ແຊ໊ມສະ​ໄໝ​ທີ 5 ຂະນະທີ່ເພດຊາຍ ຫລວງ​ພະ​ບາງ ​ເປັນແຊ໊ມ​ສະ​ໄໝ​ທີ 2 ໃນບຸນຊ່ວງເຮືອປີ 2015

ວານນີ້ຫລາຍແຂວງໄດ້ແຂ່ງຂັນເຮືອຊ່ວງປະເພນີຢ່າງຄຶກຄື້ນຂະນະທີ່ຢູ່ນະຄອນຫລວງວຽງຈັນກໍໄດ້ແຂ່ງຂັນເຮືອຊ່ວງປະຈຳປີ 2015 ໂດຍມີການນຳນະຄອນຫລວງວຽງຈັນມ່ວນຊົນ ແລະ ນັກທ່ອງທ່ຽວຕ່າງປະເທດເປັນຈຳ ນວນຫລາຍເຂົ້າຮ່ວມຊົມ ແລະ ເປັນກຳລັງໃຈໃຫ້ແກ່ສີພາຍເຮືອຊ່ວງ 54 ລຳໃນນ້ີມີເຮືອປະເພນີຍິງ 6 ລຳປະເພນີຊາຍ 11 ລຳເຮືອສູດຊາຍ 8 ລຳ ແລະ ເຮືອກິລາ 29 ລຳ.
    ສຳລັບຜົນການແຂ່ງຂັນນັ້ນປາກົດວ່າເຮືອປະເພນີຍິງຊະນະເລີດ ບ້ານຫາດສ້ຽວ ໄດ້ຮັບຂັນເງິນໜັກ 1 ກິໂລ ພ້ອມເງິນລາງວັນ 21 ລ້ານກີບແລະ ຂັນໝູນວຽນທີ 2 ພະແນກສຶກສາທິການແລະ ກິລາ ນະຄອນຫລວງວຽງຈັນ ໄດ້ຮັບຂັນເງິນໜັກ 0,75 ກິໂລພ້ອມເງິນລາງວັນ 15 ລ້ານກີບທີ 3 ນ້ອຍອິດທິລິດ ໄດ້ຮັບຂັນເງິນໜັກ 0,5 ກິໂລ ພ້ອມເງິນລາງວັນ 10 ລ້ານກີບ ແລະ ທີ 4 ບ້ານຫາດກ້ຽງ ໄດ້ຮັບເງິນລາງວັນ 5 ລ້ານກີບເຮືອປະເພນີຊາຍຊະນະເລີດແຂວງຫລວງພະບາງໄດ້ຮັບຂັນເງິນໜັກ 1 ກິໂລພ້ອມເງິນລາງວັນ 21 ລ້ານກີບແລະ ຂັນໝູນວຽນທີ 2 ບ້ານທ່າແຂກ ໄດ້ຮັບຂັນ ເງິນໜັກ 0,75  ກິໂລ ພ້ອມເງິນລາງວັນ 15 ລ້ານກີບທີ 3 ນ້ອຍອິດທິລິດ ໄດ້ຮັບຂັນເງິນໜັກ 0,5 ກິໂລພ້ອມເງິນລາງວັນ
10 ລ້ານກີບ ແລະ ທີ 4 ​ເມືອງຈັນທະບູລີ ໄດ້ຮັບເງິນລາງວັນ 5 ລ້ານກີບເຮືອສູດຊາຍຊະນະເລີດ ບ້ານຈອມແຈ້ງໄດ້ຮັບຂັນເງິນໜັກ 1 ກິໂລພ້ອມເງິນລາງວັນ 21 ລ້ານກີບແລະ ຂັນໝູນວຽນທີ 2 ບ້ານຖິ່ນເພຍ ໄດ້ຮັບຂັນເງິນໜັກ 0,75 ກິໂລ ພ້ອມເງິນລາງວັນ 15 ລ້ານກີບ,ທີ 3 ບ້ານສີຖານໃຕ້ໄດ້ຮັບຂັນເງິນໜັກ 0,5 ກິໂລພ້ອມເງິນລາງວັນ 10 ລ້ານກີບ ແລະ ທີ 4 ບ້ານຊາຍຟອງເໜືອໄດ້ຮັບເງິນລາງວັນ 5 ລ້ານກີບ.ເຮືອກິລາຊະນະເລີດ ເທບອໍາມະລິນ ( ບ້ານນາລ້ອງ )ໄດ້ຮັບຂັນພ້ອມເງິນລາງວັນ 8 ລ້ານກີບຮອງຊະນະເລີດ ເຮືອພະຍານາກຄະລາດ ( ບ້ານທ່າມ່ວງ )ໄດ້ຮັບຂັນພ້ອມເງິນລາງ ວັນ 6 ລ້ານກີບ,ທີ 3 ເຮືອຫວຍເລກ 3 (ບ້ານຈອມແຈ້ງ)ໄດ້ຮັບຂັນ ພ້ອມເງິນລາງວັນ 4 ລ້ານກີບ ແລະ ທີ 4  ເຮືອໂນແກັດ ( ບ້ານໄຊຊະຖານ )ໄດ້ຮັບຂັນແລະເງິນລາງວັນ 2 ລ້ານກີບ.
      ປີຜ່ານມາ,ເຮືອປະເພນີຍິງ,ຊະນະເລີດບ້ານຫາດສ້ຽວ,ທີ 2 ບ້ານທ່າພະ,ທີ 3 ບ້ານຫາດກ້ຽງ ແລະ ທີ 4 ເຮືອ ນາໆຊາດ.ເຮືອປະເພນີຊາຍ,ຊະນະເລີດແຂວງຫລວງພະບາງ,ທີ 2 ບ້ານຫາດສ້ຽວ,ທີ 3 ບ້ານທ່າແຂກແລະທີ4ນ້ອຍ ອິດທິລິດ.ເຮືອສູດຊາຍ,ຊະນະເລີດບ້ານຖິ່ນເພຍ,ທີ 2 ບ້ານຈອມແຈ້ງ,ທີ 3 ບ້ານທ່າພະແລະທີ 4 ບ້ານທ່າມ່ວງ.ເຮືອ ກິລາຊະນະເລີດ ລຳມໍເຕີ,ທີ 2 ເຮືອນາງ ສາວຢາດຟ້າ,ທີ 3 ເຮືດ ສະກັດເພັດ ແລະ ທີ 4 ເຮືອຈຳປາເມືອງລາວ.




No comments:

Post a Comment