Ad

Ad

29 October 2015

ລັດຖະບານ​ຈະ​ໃຊ້​ທຶນຫລາຍ​ກວ່າ 80 ​ລ້ານໂດ​ລາ ພັດທະນາ​​ເຂື່ອນ​ໄຟຟ້າ ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍ

ລັດຖະບານເຮົາ ໄດ້ຕົກລົງກູ້ຢືມເງິນ​​ກອງທຶນເພື່ອການຮ່ວມມືແລະ ພັດທະນາເສດຖະກິດເກົາຫລີຈໍານວນ 80,8 ລ້ານໂດລາສະຫະລັດ,ເພື່ອນໍາມາພັດທະນາເຂື່ອນໄຟຟ້າເຊປຽນ-​ເຊນ້ຳນ້ອຍ, ​​ເຊິ່ງ​​​ເປັນໂຄງການໜຶ່ງທີ່ສໍາຄັນໃນການພັດທະນາ​​ພະລັງງານຂອງປະເທດເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ຕົນໃຫ້ຂະຫຍາຍຕົວ​​ຕໍ່ເນື່ອງແລະ ຈະເປັນການສ້າງລາຍຮັບທີ່​​ໜັກແໜ້ນ ເພື່ອຊ່ວຍລາວຫລຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາໄດ້, ຊຶ່ງພິທີເຊັນສັນຍາກູ້ຢືມເງິນດັ່ງກ່າວໄດ້ມີຂຶ້ນໃນວັນທີ 27 ຕຸລານີ້ ທີ່ກະຊວງການເງິນ ລະຫວ່າງທ່ານ ດຣ. ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງການເງິນແລະ ທ່ານ ຊອງເຮ ຢິມ ຮອງປະທານກອງທຶນເພື່ອການຮ່ວມມືແລະ ພັດທະນາເສດຖະກິດ ເກົາຫລີ            ໂຄງການ​​ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍຕັ້ງຢູ່ແຂວງຈໍາປາສັກ ຄາດວ່າຈະມີກໍາລັງຕິດຕັ້ງທັງໝົດ 410 ​ເມກາວັດ ເຊິ່ງທີ່ຈະຂາຍໄຟຟ້າໃຫ້ແກ່ປະເທດໄທ 90% ​ແລະ ລັດວິສາຫະກິດໄຟຟ້າລາວ 10%, ຊຶ່ງໂຄງການດັ່ງກ່າວ​​ໄດ້ກະກຽມມາແຕ່ປີ 2008 ແລະ ໄດ້ສໍາເລັດການເຊັນສັນຍາພັດທະນາໂຄງການໃນເດືອນ 11 ປີ
2008  ລະຫວ່າງລັດຖະບານລາວແລະຜູ້ພັດທະນາ​​ໃນຮູບແບບກໍ່ສ້າງ, ດໍາເນີນງານແລະ ມອບໂອນມີມູນຄ່າທັງໝົດ 1.020 ລ້ານໂດລາສະຫະລັດແລະໄດ້ສໍາເລັດການເຊັນສັນຍາຊື້-ຂາຍໄຟຟ້າຮ່ວມກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ໃນເດືອນ 2/2013 ຜ່ານມາເຊິ່ງລັດວິສາຫະກິດຖືຫຸ້ນລາວເປັນຜູ້ຕາງໜ້າລັດຖະບານຖືຫຸ້ນໃນອັນຕາສ່ວນ 24% ຂອງບ້ວງການປະກອບຫຸ້ນໃນໂຄງການແລະ ມີບັນດາຜູ້ພັດທະນາຈາກ .​ເກົາຫລີ ເຂົ້າຮ່ວມລົງທຶນນໍາດ້ວຍ.


No comments:

Post a Comment