Ad

Ad

30 October 2015

ໄຊຍະບູລີ ຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນເພີ່ມຂຶ້ນບໍ່ຫລຸດ 9%

            ແຂວງໄຊຍະບູລີ ຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນບໍ່ ຫລຸດ 9 % ໃນສົກປີ 2015-2016 ແລະ ສ້າງມູນຄ່າເພີ່ມໃນປີ ໃຫ້ໄດ້ປະມານ 7.900 ຕື້ກີບ ສະເລ່ຍ ຕໍ່ຫົວຄົນປະມານ 20 ລ້ານກວ່າກີບຕໍ່ຄົນຕໍ່ປີ ຫລື ເທົ່າກັບ 2.520 ໂດລາສະຫະລັດ, ໃນນັ້ນ ຂະແໜງກະສິກຳ ເພີ່ມຂຶ້ນ 4% ກວມປະມານ 32%, ອຸດສາຫະກຳ ເພີ່ມຂຶ້ນ 15% ກວມປະມານ 34 %, ບໍລິການ ເພີ່ມຂຶ້ນ 13% ກວມປະມານ 34% ຂອງ GDP (ບໍ່ລວມພາສີຂາເຂົ້າ).

            ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງໄຊຍະບູລີ ກ່າວວ່າ: ເພື່ອບັນລຸຕາມຄາດໝາຍທີ່ກ່າວນັ້ນ ພວກເຮົາ ຈະໄດ້ປັບປຸງກົນໄກການສົ່ງເສີມທຸລະກິດ ຜູ້ປະກອບການພາຍໃນ ແລະ ຕ່າງປະເທດ ໄປຄ່ຽງຄູ່ກັບການກຳນົດຂອບເຂດການລົງທຶນ, ເຂດການຄ້າສະເພາະໃຫ້ຈະແຈ້ງ ແລະ ສາມາດປະຕິບັດໄດ້ໄວ້, ທັງນີ້ບັນດາໜ້າວຽກດັ່ງກ່າວ ແມ່ນໜ້າທີ່ຂອງທຸກຂະແໜງການ ຕ້ອງເພີ່ມທະວີການປະຕິບັດກົດໝາຍວ່າດ້ວຍການສົ່ງເສີມການລົງທຶນຢ່າງມີຄວາມເຂົ້າ ໃຈ ເປັນເອກະພາບ, ຫລຸດຜ່ອນຂອດການປະສານງານໃຫ້ໜ້ອຍລົງ ໂດຍບັນດາຂະແໜງແຜນການ ແລະ ການລົງທຶນ, ຂະແໜງອຸດສາຫະກຳ - ການຄ້າ ແລະ ຂະແໜງການເງີນ ເປັນຂະແໜງການທີ່ສຳຄັນໃນການປະຕິບັດ, ທຸກການລົງ ທືນແມ່ນຕ້ອງສອດຄ່ອງກັບ ແຜນພັດທະນາເສດຖະກິດ - ສັງຄົມ ຂອງແຂວງດັ່ງ​ກາວ ເພື່ອຮັບປະກັນຜົນປະໂຫຍດ ລວມຂອງປະຊາຊົນ.

No comments:

Post a Comment