Ad

Ad

30 October 2015

ຂະບວນ​ຄາ​ລະວາ​ນຊ້າງຈາກໄຊຍະບູລີສູ່ເມືອງມໍລະດົກ​ໂລກຫລວງພະບາງໄດ້ເລີ່ມຂຶ້ນແລ້ວ

​​           
ເຊົ້າວັນທີ 29 ຕຸລານີ້, ທ່ານ ບຸນຫລາຍ ວົງດາລາ ຮອງເຈົ້າເມືອງປາກລາຍໄດ້ໃຫ້ກຽດເຂົ້າຮ່ວມພິທີສູ່ຂວັນແລະ ເປີດຂະບວນຄາລະວານຊ້າງໄປສູ່ເມືອງມໍລະດົກໂລກຫລວງພະບາງ ເພື່ອຮ່ວມພິທີສະເຫລີມສະຫລອງການເປັນເມືອງມໍລະດົກໂລກ ຄົບຮອບ 20 ປີ (9/12/1995-9/12/2015), ໃນນັ້ນ ຊ້າງ  3  ເຊືອກຂອງເມືອງປາກລາຍ ໄດ້ເລີ່ເດີນທາງອອກຈາກເມືອງປາກລາຍເຊິ່ງຈະໄປຮອດເມືອງທົ່ງມີໄຊໃນວັນທີ 30 ຕຸລານີ້ເພື່ອສົມທົບກັບຊ້າງອີກ 6ເຊືອກຢູ່ເມືອງທົ່ງມີໄຊ ​ແລະ ເມືອງພຽງ ລວມ 9 ​ເຊືອກ ຈະໄດ້ພ້ອມ​ກັນເດີນທາງຜ່ານເມືອງໄຊຍະບູລີແລະ ເມືອງຫົງສາເພື່ອມຸ່ງໜ້າເຂົ້າສູ່ເມືອງຫລວງພະບາງໂດຍຈະໃຊ້ເວລາປະມານ 45 ວັນ.

            20 ປີ ຜ່ານມາ ​ເມືອງ​ມໍລະດົກ​ໂລກ ​ໄດ້​ຮັບ​ການ​ພັດທະນາ​​ໃຫ້​ມີ​ການ​ຫັນປ່ຽນຢ່າງ​ຕັ້ງໜ້າ ​ເຕີບ​ໃຫຍ່​ຂະຫຍາຍ ຕົວ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະ​ເພາະ​ທາງ​ດ້ານ​ເສດຖະກິດ-ສັງຄົມ ​ແລະ ການ​ບໍລິການ, ດ້ານ​ວັດທະນະທຳ​ກໍໄດ້ມີ​ການ​ບູລະ ນະ ​ແລະ ປົກ​ປັກ​ຮັກສາ​​ເອກະລັກ​ວັດທະນະທຳ​ໃຫ້​ຄົງ​ຢູ່​ກັບ​ຊາວ​ຫລວງ​ພະ​ບາງຕະຫລອດ​ໄປ.

No comments:

Post a Comment