Ad

Ad

29 October 2015

ສະພາ​ແຫ່ງ​ຊາດ​ລາວ-ຫວຽດນາມ​ ແລກປ່ຽນ​ບົດຮຽນ​ການປັບປຸງ​ລັດຖະທໍາ​ມະນູນ ​ແລະ ກົດໝາຍ

            ໃນວັນທີ 28 ຕຸລານີ້ ຢູ່ສະພາແຫ່ງຊາດໄດ້ຈັດກອງປະຊຸມ​​ແລກປ່ຽນບົດຮຽນດ້ານການປັບປຸງລັດຖະທໍາມະ ນູນແລະ ກົດໝາຍ ລະຫວ່າງສະພາແຫ່ງຊາດລາວແລະ ສສ ຫວຽດນາມເພື່ອຍົກລະດັບຄວາມຮູ້ຕໍ່ການປັບປຸງລັດ ຖະທໍາມະນູນ, ​ກົດໝາຍທີ່ພົວພັນເຖິງສະພາແຫ່ງຊາດ, ສະພາປະຊາຊົນທ້ອງຖິ່ນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດລາວ, ທ່ານ ອາຊາ ລາວລີ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ, ທ່ານ ຫງວຽນ ວັນຖ້ວນ ປະທານກໍາມະທິການກົດໝາຍ ຊຸດທີ 12 ສະພາແຫ່ງຊາດສສ ຫວຽດນາມ​, ມີບັນດາສະມາຊິກສະພາແຫ່ງຊາດແລະ ຜູ້ຊຽວຊານດ້ານກົດໝາຍຂອງສອງຝ່າຍເຂົ້າຮ່ວມເປັນຈຳ ນວນຫລາຍ.

            ໃນກອງປະຊຸມ ບັນດາຜູ້ຊ່ຽວຊານດ້ານກົດໝາຍ ຂອງສະພາແຫ່ງຊາດລາວແລະ ຫວຽດນາມ ໄດ້ປຶກສາຫາລືແລະແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບທິດສະດີແລະ ພຶດຕິກໍາໃນການສ້າງແລະ ປັບປຸງລັດຖະທໍາມະນູນ ແລະ ກົດໝາຍ
ເປັນຕົ້ນແມ່ນການແບ່ງປັນສິດໜ້າທີ່ລະຫວ່າງ ສະພາແຫ່ງຊາດ, ປະທານປະເທດແລະ ນາຍົກລັດຖະມົນຕີ, ພື້ນຖານທິດສະດີຂອງການສ້າງສະພາປະຊາຊົນທ້ອງຖິ່ນ, ການສ້າງຕັ້ງຄະນະກໍາມະການປະຊາຊົນທ້ອງຖິ່ນ, ພຶດຕິກໍາຂອງຫວຽດນາມ ໃນການກໍານົດການພົວພັນ ລະຫວ່າງ ສະພາປະຊາ ຊົນທ້ອງຖິ່ນ ແລະ ບັນຫາສຳຄັນອື່ນໆອີກ.

No comments:

Post a Comment