Ad

Ad

30 October 2015

ຄອນ​ເສີດ​ການ​ກຸສົນ ​ໂຕ​ໂຍຕາ ຄາ​ສສິກ ຄັ້ງ​ທຳ​ອິດ ​ຈັດ​ຂຶ້ນ​ຢູ່​ປະ​ເທດ​ເຮົາ

     ​
ວັນທີ 28 ຕຸລານີ້, ບໍລິສັດໂຕໂຍຕາ ມໍເຕີ້ ປະເທດໄທ ຈຳກັດໄດ້ຈັດງານຄອນ​​ເສີດການກຸສົນໂຕໂຍຕາ ຄຼາສສິກ ຂຶ້ນເປັນຄັ້ງທຳອິດໃນ ສປປ ລາວ, ​ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ. ນາງແກ້ວສາຍໃຈໄຊຍະສອນ ພັນຍາປະທານປະເທດ ຈູມມາລີໄຊຍະສອນ, ມີທ່ານປະທານ ບໍລິສັດໂຕໂຍຕາ ມໍເຕີ້ ປະເທດໄທ ຈຳກັດແລະມວນຊົນເຂົ້າຮ່ວມເປັນຈຳນວນຫລວງຫລາຍ.
     ຮອງກຳມະການ ຜູ້ຈັດການໃຫຍ່ ບໍລິສັດໂຕໂຍຕາ ມໍເຕີ້ ປະເທດໄທ ຈຳກັດ ກ່າວວ່າ: ​ໂຕໂຍຕາ ມີຄວາມມຸ້ງໝັ້ນຮ່ວມເປັນສ່ວນໜຶ່ງໃນການສ້າງຄວາມສຸກແລະ ສ້າງຮອຍຍີ້ມສູ່ສັງຄົມລາວ ພາຍໃຕ້ຄໍາຂວັນ: ​​“ໂຕໂຍຕາໄປໃສໄປນຳກັນ ດ້ວຍການເປັນອົງການທີ່ດີ ມີຈິດສຳນຶກຄວາມຮັບຜິດຊອບແລະ ຮ່ວມພັດທະນາສັງຄົມລາວ, ​ໂດຍໃຫ້ການສະໜັບສະໜູນທາງດ້ານການສຶກສາແລະ ຍົກລະດັບຄຸນນະ ພາບຊີວິດໃຫ້ແກ່ຜູ້ດ້ອຍໂອກາດ, ​ເຊິ່ງໃນປີນີ້, ​ໂຕໂຍຕາໄດ້ຈັດຄອນເສີດ​​ການກຸສົນຂຶ້ນເພື່ອນຳເງິນລາຍໄດ້ຈຳນວນ​ 230 ລ້ານກີບຈາກການຂາຍບັດ​ ​ເພື່ອນຳໄປຊ່ວຍເຫລືອຜູ້ທີ່ດ້ອຍໂອກາດໃນການສຶກສາແລະ ອື່ນໆເຮັດ​​ໃຫ້ພວກເຂົາ​​​
ເຫລົ່ານັ້ນໄດ້ມີໂອກາດ​​ເຂົ້າເຖິງການສຶກສາແລະ ການດຳລົງຊີວິດດີຂຶ້ນກວ່າເກົ່າ. ນອກຈາກນີ້ໂຕໂຍຕາ ຍັງໄດ້​​ເຊີນເອົານ້ອງນັກຮຽນສິລະປະແຫ່ງຊາດເຂົ້າຮ່ວມຊົມຄອນເສີດແບບບໍ່ເສຍຄ່າ,ເພື່ອ​​ເປັນປະໂຫຍໃນການຮຽນຮູ້ທາງດ້ານສິລະປະດົນຕີຂອງນ້ອງເຍົາວະຊົນອີກດ້ວຍ.

     ການສະແດງຄອນເສີດຄັ້ງນີ້ ມີວົງບູດາ​​ເປສໂອເປີເຣັດຕ້າແລະ ມິວສິກໂຄ ​​ເທຍເຕີ້  ນຳໂດຍຜູ້ອຳນວຍການເພງ Laszlo Maklary ຜູ້ຊະນະລາງວັນ Artisjus ​ແລະ ສິລະປິນຊົງກຽດແຫ່ງ ປະເທດ ຮົງກາຣີ້ ຮ່ວມດ້ວຍສິລະປິນຂັບຮ້ອງຫລາຍທ່ານທີ່ມາສ້າງຄວາມມ່ວນຊື່ນໃຫ້ແກ່ມວນຊົນຜູ້​​ເຂົ້າຊົມ, ​​ເຊິ່ງໄດ້ສະແດງໃນຫລາຍເທດໃນທະວີບເອີຣົບແລະເອເຊຍໃນປີ 2011 ສາມາດ​​ເອົາຊະນະລະຄອນລະດັບໂລກແລະ ຍາດເອົາສິດທິໃນການສະແດງລະຄອນ​​ເພງໂສມງາມກັບເຈົ້າຊາຍອາສູນໃນປະເທດທີ່ເວົ້າພາສາເຢຍລະມັນແລະ ຍັງໄດ້ຮັບລາງວັນອັນຊົງກຽດ ຊູເປີແບລນໃນສາຂາວົງຍອດນິຍົມຕິດຕໍ່ກັນສາມປີຊ້ອນ. ນອກຈາກນີ້ ຄອນເສີດການກຸສົນໂຕໂຍຕາ ຄາສສິກໄດ້ຈັດຂຶ້ນຄັ້ງທຳອິດໃນປີ 1990 ​ເພື່ອເປັນການເຜີຍແຜ່ວັດທະນະທຳດົນຕີຄາສສິກ ອັນເປັນສິລະປະທາງດົນຕີຊັ້ນສູງໃຫ້ແກ່ປະເທດໃນພາກພື້ນເອເຊຍນຳສະເໜີການສະແດງຈາກວົງດົນຕີລະດັບໂລກ, ສົ່ງເສີມໃຫ້ປະຊາຊົນເກີດຄວາມປະທັບໃຈແລະ ມ່ວນຊື່ນໃນການຟັງດົນຕີຄຼາສສິກ, ​ເຊິ່ງໄດ້ມອບລາຍໄດ້ໃນການຈຳໜ່າຍບັດມອບໃຫ້ອົງການການກຸສົນໂດຍຈັດສະແດງມາແລ້ວ 175 ຄັ້ງ, ມີຜູ້ເຂົ້າຮ່ວມຫລາຍກວ່າ 2 ​ແສນຄົນໃນເຂດປະເທດເອເຊຍ.​ 

No comments:

Post a Comment