Ad

Ad

30 October 2015

ສ.​ເກົາຫລີ ​​ມອບ​ເກີບ​ກິລາໃຫ້ລາວ ເພື່ອນຳໄປຊ່ວຍເຫລືອຜູ້​ທຸກ​ຍາກ​-ຂາດ​ເຂີນ

.ເກົາຫລີໄດ້ມອບເກີບກິລາ ຈຳນວນ 5.010 ຄູ່ ​​ເພື່ອເປັນເຄື່ອງຊ່ວຍເຫລືອໃຫ້ແກ່ປະຊາຊົນລາວ ຜູ້ທຸກຍາກ ​ແລະ​ ຂາດ​ເຂີນ ເຊິ່ງພິທີມອບ-ຮັບໄດ້ຈັດຂຶ້ນທີ່ເມືອງບູຊານ ໃນວັນທີ 26 ຕຸລານີ້ ລະຫວ່າງທ່ານຈອງເຈໂຢນ (Mr. Cheong Jae Yeol) ຫົວໜ້າ ຫ້ອງການພາສີບູຊານ ​ແລະ ທ່ານ​​ ຄຳສວຍແກ້ວດາລາວົງ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ປະຈຳ ສ.​ເກົາຫລີ,​​ ມີທ່ານ ໂອມຸງຮວານ (Oh Myung Hwan) ປະທານສະມາຄົມມິດຕະພາບເກົາຫລີ-ລາວ​​, ​ພະນັກງານສະຖານທູດ​, ​ບັນດາຫົວໜ້າກົມແລະ ພະນັກງານຫ້ອງການພາສີເມືອງບູຊາເຂົ້າຮ່ວມ.
            ເກີບຈຳນວນດັ່ງກ່າວແມ່ນສິນຄ້ານຳເຂົ້າຈາກຕ່າງປະເທດທີ່ຫ້ອງການພາສີເມືອງບູຊານກວດພົບ ແລະ ຢຶດໄດ້ຍ້ອນມີການລະເມີດລິຂະສິດນ ຈຶ່ງໄດ້ມອບ​ໃຫ້​ລາວເພື່ອນຳໄປ​ຊ່ວຍ​ເຫລືອ​ປະຊາຊົນ​ຜູ້​ທຸກ​ຍາກ​ຂາດ​ເຂີນ​ໃນ​ເຂດ​ຫ່າງໄກສອກ​ຫລີກ ລວມມີ​ມູນ​ຄ່າ​ທັງ​ໝົດປະມານ 250.000 ​ໂດ​ລາ​ສະຫະລັດ.

No comments:

Post a Comment