Ad

Ad

30 October 2015

ລາວ​ເຂົ້າຮ່ວມ​ກອງ​ປະຊຸມ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ລະຫວ່າງອາຊຽນ-ເກົາຫຼີ-ໂອອີຊີດີ

ຄະນະຜູ້ແທນຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ນໍາໂດຍທ່ານ ຫຸມພັນ ອິນທະຣາດ ລັດຖະມົນຕີຊ່ວຍວ່າການກະຊວງ​ດັ່ງກ່າວ ໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີ ໂອອີຊີດີ (ອົງການພັດທະນາ ແລະ ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ) ​ເຊິ່ງຈັດຂຶ້ນໂດຍການເປັນເຈົ້າພາບຂອງກະຊວງວິທະຍາສາດ, ໄອຊີທີ ແລະ ການວາງແຜນການໃນອະນາຄົດ, ສະຖາບັນນະໂຍບາຍທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ໂອອີຊີດີ ສ.​ເກົາຫລີ ລະຫວ່າງວັນທີ 19-21 ຕຸລາ 2015 ທີ່ເມືອງເດຈອງແລະ ກອງປະຊຸມຄະນະກໍາມະການຮ່ວມ ຄັ້ງທີ 2 ລະຫວ່າງອາຊຽນ-ເກົາຫຼີ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກອງປະຊຸມອາຊຽນ+3 ລະດັບລັດຖະມົນຕີ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ. ກອງປະຊຸມຄັ້ງນີ້ແມ່ນເປັນ
ເວທີຂອງການປຶກສາຫາລືກ່ຽວກັບບົດບາດຂອງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ​ເຊິ່ງຈະເປັນຕົວຂັບເຄື່ອນທີ່ສໍາຄັນໃຫ້ແກ່ການຂະຫຍາຍຕົວແບບຍືນຍົງ ແລະ ສ້າງຄວາມຜາສຸກຢູ່ໃນສະພາບເງື່ອນໄຂຂອງເສດຖະກິດທີ່ບໍ່ມີຄວາມແນ່ນອນ. ພ້ອມກັນນັ້ນ, ຍັງຈະໄດ້ປຶກສາຫາລືກ່ຽວກັບການນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອແກ້ໄຂບັນຫາສໍາຄັນຂອງໂລກ ລວມທັງບັນຫາການປ່ຽນແປງອາກາດ, ​ຄວາມທຸກຍາກ ແລະ ສິ່ງທ້າທາຍທາງດ້ານສັງຄົມ.
ພ້ອມດຽວກັນນັ້ນ ຍັງມີການຈັດງານວາງສະແດງ ເຊິ່ງມີຜູ້ເຂົ້າຮ່ວມປະມານ 3.000 ກວ່າຄົນ ຈາກ 57​ ປະເທດ ແລະ 12 ອົງການຈັດຕັ້ງສາກົນ ແລະ ຍັງມີການຈັດກອງປະຊຸມວິຊາການ ເພື່ອຖອດຖອນບົດຮຽນ ແລະ ປະສົບການອັນມີຄ່າໃຫ້ແກ່ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ເຊັ່ນ: ທ່ານ ໂນໂຍຣິ ຣິວຈິ ຜູ້ໄດ້ຮັບລາງວັນໂນແບນທາງດ້ານເຄມີ ໃນປີ 2001, ທ່ານ ຊີຮາໂນເວິ ສາສະດາຈານທາງດ້ານມະເຮັງ ຂອງສູນຄົ້ນຊີວະວິທະຍາທາງເສັ້ນເລືອດ, ທ່ານ ເຈເຣມີ ຣິຟກີນ ຜູ້ກໍ່ຕັ້ງກອງທຶນກ່ຽວກັບທ່າອຽງທາງດ້ານເສດຖະກິດ.

ໃນກອງປະຊຸມລະດັບລັດຖະມົນຕີອາຊຽນ+3, ທ່ານລັດຖະມົນຕີຊ່ວຍວ່າການ​ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີຄຳເຫັນຕໍ່ກອງປະຊຸມແລະໄດ້ເນັ້ນເຖິງຄວາມສໍາຄັນຂອງການຮ່ວມມືລະຫວ່າງພາກລັດ, ມະຫາວິທະຍາໄລ ແລະ ຂະແໜງການເອກະຊົນໃນການແກ້ໄຂບັນຫາລວມແລະ ໄດ້ຊັກຊວນໃຫ້ຜູ້ຕາງໜ້າບັນດາປະເທດສະມາຊິກອາຊຽນໄດ້ໃຫ້ການສະໜັບສະໜູນໃນການຮັບຮອງເອົາຮ່າງແຜນປະຕິບັດງານອາຊຽນ ແຕ່ປີ 2016-2025 ເຊິ່ງຈະໄດ້ມີການພິຈາລະນາຢູ່ກອງປະຊຸມລະດັບຖະມົນຕີອາຊຽນ ຄັ້ງທີ 16 ເຊິ່ງຈະຈັດຂຶ້ນໃນວັນທີ 6 ພະຈິກ 2015 ຢູ່ນະຄອນຫຼວງວຽງຈັນ.  

No comments:

Post a Comment