Ad

Ad

30 October 2015

ການເກັບຄ່າເຊົ່າຫ້ອງຂາຍສິນຄ້າໃນງານບຸນອອກພັນສາ ແລະ ຊ່ວງເຮືອທ່າວັດຈັນປີນີ້ແພງກວ່າກຳນົດຍ້ອນຫຍັງ ?

ຕາມການໃຫ້ສຳພາດຂອງຊາວຄ້າຂາຍໃນງານບຸນອອກພັນສາ ແລະ ຊ່ວງເຮືອທ່າວັດຈັນປີ ນີ້ໃຫ້ຮູ້ວ່າ: ການເກັບຄ່າເຊົ່າທີ່ດິນ(ຫ້ອງຂາຍເຄື່ອງ) ແມ່ນແພງກວ່າລາຄາຂອງຄະນະກຳ ມະກຳຈັດງານບຸນໄດ້ກຳນົດໄວ້ຄື: ຫ້ອງຂະໜາດ 4 X 4  ແມັດ, ແມ່ນບໍ່ໃຫ້ເກີນ 2,5 ຫາ 3 ລ້ານກີບ, ແຕ່ກົງກັນຂ້າມການເກັບຕົວຈິງແມ່ນປະມານ 5-6 ລ້ານກີບຕໍ່ຫ້ອງ, ຍ້ອນມີບຸກຄົນຈຳນວນໜຶ່ງເກງກໍາໄລຈາກການເຊົ່າກັບຜູ້ສຳປະທານແລ້ວມາຂາຍຕໍ່ໃຫ້ ຊາວຄ້າຂາຍໃນລາຄາທີ່ສູງຄືດັ່ງກ່າວ, ຊາວຄ້າຜູ້ໜຶ່ງໃຫ້ຮູ້ວ່າ: ໃນໄລຍະຜ່ານມາກໍມີຄືກັນໃນການເກງກໍາໄລ, ຄ່າເຊົ່າບຸດໃນງານບຸນຕ່າງໆແມ່ນບໍ່ຮ້າຍແຮງດັ່ງປີນີ້, ເບິ່ງຄືວ່າບໍ່ມີການຄຸ້ມຄອງແຕ່ຢ່າງໃດມັນເປັນການເອົາລັດເອົາປຽບຊາວຄ້າຂາຍຜູ້ເຮັດແທ້ທຳຈິງຫຼາຍເກີນໄປ, ກໍເຊັ່ນດຽວກັນກັບການເກັບຄ່າບໍລິການຝາກລົດ, ຊຶ່ງພາກສ່ວນກ່ຽວຂ້ອງໄດ້ກຳນົດໃຫ້ເກັບຄ່າຝາກລົດຈັກບໍ່ໃຫ້ເກີນ 5 ພັນກີບ/ຄັນ, ແຕ່ຍັງມີຄອກຝາກລົດຫຼາຍຈຸດ ແມ່ນເກັບເກີນກຳນົດທົບ 2 ທົບ 3 ເທົ່າກໍມີ ແລະ ກໍບໍ່ເຫັນວ່າມີໃຜມາປັບໃໝໃສ່ໂທດຜູ້ລະເມີດໄດ້ ແລະ ຜູ້ປະກອບການເຫຼົ່ານັ້ນໃຫ້ເຫດຜົນວ່າ: ຍ້ອນລາຄາຄ່າ
ເຊົ່າສະຖານທີ່ແພງຈຳເປັນຕ້ອງໄດ້ເກັບແພງ, ຊຶ່ງບັນຫາດັ່ງກ່າວໄດ້ສົ່ງຜົນກະທົບໂດຍກົງຕໍ່ມວນຊົນຜູ້ມາທ່ຽວບຸນຕ້ອງ ໄດ້ໃຊ້ຈ່າຍຫຼາຍຂຶ້ນ, ເຂົ້າຫຼາມປີ້ງໄກ່ກໍມີລາຄາແພງກ່າວປົກກະຕິຫຼາຍເທົ່າ. ຊາວຄ້າຂາຍຈຳນວນຫຼາຍຕ່າງກໍຈົມ ວ່າ: ການຂາຍເຄື່ອງໃນງານບຸນອອກພັນສາ ແລະ ຊ່ວງເຮືອປີນີ້ບໍ່ກຸ້ມທຶນຍ້ອນຄ່າເຊົ່າແພງຫຼາຍ ແລະ ຖ້າຜູ້ຮັບຜິດຊອບຫາກບໍ່ເບິ່ງຜົນ ແລະ ເພີ່ມທະວີການຄຸ້ມຄອງທີ່ດີແລ້ວ, ກໍອາດຈະເຮັດໃຫ້ງານບຸນປະເພນີດັ່ງກ່າວຈືດຈາງລົງ ແລະ ຈະບໍ່ ເປັນການສົ່ງເສີມການທ່ອງທ່ຽວທີ່ດີຂຶ້ນ. ດັ່ງນີ້ກໍຫວັງວ່າພາກສ່ວນກ່ຽວຂ້ອງຈະມີການກວດກາ ແລະ ເພີ່ມຄວາມເຂັ້ມງວດກ່າວເກົ່າໃນການຄຸ້ມຄອງບໍລິຫານງານບຸນຕ່າງໆເພື່ອບໍ່ສົ່ງຜົນກະທົບຕໍ່ຊາວຄ້າຂາຍ ແລະ ມວນຊົນຜູ້ມາທ່ຽວຊົມງານບຸນ ເພື່ອໃຫ້ສົມກັບຄ່າວ່າເປັນບຸນໃຫຍ່ຊາດທີ່ທຸກຄົນຕັ້ງໃຈຢ່າກມາເບິ່ງມາຊົມ ພ້ອມນັ້ນກໍອາດຈະເປັນບົດຮຽນໃຫ້ແກ່ງານບຸນອຶ່ນໆຄື້: ຍັງອີກສອງອາທິດຂ້າງໜ້ານີ້, ບຸນນະມັດສະການພະທາດຫຼວງກໍຈະເລີ່ມຂື້ນແລ້ວ ແລະ ຫວັງວ່າພາກສ່ວນກ່ຽວຂ້ອງຈະເອົາໃຈໃສ່ການຄຸ້ມຄອງບັນຫາຕ່າງໆດີຂຶ້ນກ່າວເກົ່າ.

No comments:

Post a Comment