Ad

Ad

2 November 2015

ຄູກາງເສັ້ນທາງ 450 ປີມີຫຍ້າປົ່ງສູງບັງການສັນຈອນ

    ຜູ້ສັນຈອນຜ່ານໄປມາໃນເສັ້ນທາງ 450 ປີຢາກໃຫ້ໜ່ວຍງານກ່ຽວຂ້ອງລົງແກ້ໄຂສະພາບຕົ້ນຫຍ້າທີ່ປົ່ງຂຶ້ນສູງຕາມຄູກາງເສັ້ນທາງ 450 ຈົນບັງການສັນຈອນຂອງລົດສອງຝາກທາງຫລຽວບໍ່ເຫັນກັນ, ອາດເປັນສາເຫດໜຶ່ງພາໃຫ້ເກີດອຸປະຕິເຫດ.

    ບັນຫາດັ່ງກ່າວແມ່ນປະຊາຊົນໄດ້ສ່ອງແສງມາຫາສໍານັກງານໜັງສືພິມລາວພັດທະນາເມື່ອທ້າຍອາທິດຜ່ານມາ,ເພື່ອສະເໜີຫາພາກສ່ວນກ່ຽວຂ້ອງໃຫ້ເຂົ້າມາແກ້ໄຂສະພາບດັ່ງກ່າວທີ່ມີຄວາມສ່ຽງຫລາຍຕໍ່ການເກີດອຸປະຕິເຫດໃນຈຸດສາມແຍກ, ສີ່ແຍກ ແລະ ຈຸດກັບລົດ, ໂດຍສະເພາະໃນຍາມຄໍ່າຄືນຍິ່ງມີຄວາມອັນຕະລາຍເພາະໄຟເຍືອງທາງບາງຍ່ານແມ່ນບໍ່ມີ, ສະນັ້ນ ເພື່ອຫລີກລ້ຽງຄວາມອັນຕະລາຍຕ່າງໆທີ່ອາດຈະເກີດຂຶ້ນ, ທັງເຮັດໃຫ້ເສັ້ນທາງດັ່ງກ່າວມີຄວາມຈົບງາມ, ຈຶ່ງຂໍຮຽກຮ້ອງໃຫ້ໜ່ວຍງານກ່ຽວຂ້ອງໄດ້ເຂົ້າໄປແກ້ໄຂດ້ວຍການເຮັດອະນາໄມ, ຖາງຕົ້ນຫຍ້າເຫລົ້ານັ້ນອອກໃຫ້ກ້ຽງສະອາດດີຈຶ່ງຈະສ້າງໃຫ້ນະຄອນຫລວງວຽງຈັນເປັນຕົວເມືອງງົດງາມ ແລະ ໜ້າຢູ່.

No comments:

Post a Comment