Ad

Ad

2 November 2015

​ໄຟ​ໄໝ້​ເຮືອນ​ປະຊາຊົນບ້ານໜອງບົວທອງໃຕ້ ​ເສຍ​ຫາຍ​ຫລາຍ​ຮ້ອຍລ້ານ​ກີບ

            ​​​ເຈົ້າໜ້າທີ່ມອດໄຟ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ​ໃນເວລາທ່ຽງຄືນຂອງວັນທີ 30 ຕຸລາຜ່ານມານີ້, ​ໄດ້ເກີດ​​ເຫດໄຟໄໝ້​​ເຮືອນວິລາ 3 ຊັ້ນ ຫລັງໜຶ່ງເສຍຫາຍໝົດກ້ຽງແລະເຮືອນກໍ່ຊັ້ນດຽວຫລັງຫນຶ່ງໄດ້ຮັບຜົນກະທົບ ຢູ່ບ້ານໜອງບົວທອງໃຕ້ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຫລັງຈາກເຈົ້າໜ້າທີ່ໄດ້ຮັບ​​ແຈ້ງເຫດຈາກພົນລະເມືອງຜູ້ທີ່ເຫັນເຫດການກໍໄດ້ຮີບນຳລົດນ້ຳຈຳນວນ 2 ຄັນ, ພ້ອມກຳລັງຈຳນວນໜຶ່ງລົງ​​ມອດໄຟທີ່ກຳລັງລຸກໄໝ້ຢ່າງແຮງ,ຈົນຜ່ານໄປເກືອບ 1 ຊົ່ວໂມງຈຶ່ງສາມາດຄວບຄຸມໄຟໄວ້ໄດ້ ແລະໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບແລະເສຍຊີວິດ. ພາຍຫລັງສືບສວນ-ສອບສວນເຈົ້າໜ້າທີ່ ໃຫ້ຮູ້ວ່າ: ສາເຫດຂອງການເກີດອັກຄີໄພຄັ້ງນີ້ກໍແມ່ນໄຟຟ້າລັດວົງຈອນ, ຍ້ອນການ​​ໃຊ້ໄຟເກີນຂະໜາດເປັນເວລາດົນ, ຊຶ່ງຄາດວ່າຈະມີມູນຄ່າເສຍຫາຍຫລາຍຢ່າງໜ້ອຍ 650 ລ້ານກີບ.

 ​​​    ເຈົ້າໜ້າທີ່ ໃຫ້ຮູ້ອີກວ່າ:ເວລາປະມານ 3 ​ໂມງເຊົ້າມືດຂອງວັນດຽວກັນ,ກໍໄດ້ເກີດເຫດໄຟໄໝ້ຕຶກອາຄານຂອງທະນາຄານພົງສະຫວັນ ສາຂາໂພນໂຮງ (ຫລັກ 52) ​ແຂວງວຽງຈັນ, ​ເຊິ່ງໄດ້ສ້າງຄວາມເສຍຫາຍເປັນຈຳນວນບໍ່ໜ້ອຍ ເຮັດໃຫ້ເຄື່ອງ​​ໃຊ້ໄຟຟ້າແລະ ອຸປະກອນຮັບໃຊ້ຫ້ອງການຈຳນວນໜຶ່ງຖືກໄຟໄໝ້, ​ແຕ່ໂຊກດີສຳລັບຊັບສິນແລະ ວັດຖຸມີຄ່າຂອງທະນາຄານ​​ບໍ່ໄດ້ຮັບຄວາມເສຍຫາຍແຕ່ຢ່າງໃດ. ສ່ວນສາເຫດແລະ ມູນຄ່າ​​ເສຍຫາຍ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່.

No comments:

Post a Comment