Ad

Ad

2 November 2015

ຍ່າງ​ເພື່ອສະຫລອງວັນຄຸ້ມຄອງໄພພິບັດອາຊຽນ


ໃນຕອນເຊົ້າຂອງວັນທີ 31 ຕຸລາ 2015 ທີ່ໂຮງຮຽນມສວຽງຈັນ, ໄດ້ຈັດງານຍ່າງເພື່ອສຸຂະພາບເພື່ອສະຫລອງວັນຄຸ້ມຄອງໄພພິບັດອາຊຽນ ແລະ ວັນຫລຸດຜ່ອນຄວາມສ່ຽງໄພພິບັດສາກົນ13 ຕຸລາ2015, ໂດຍຂະບວນຍ່າງເລີ່ມແຕ່ໂຮງຮຽນມສວຽງຈັນໄປຮອດຫໍຄຳແລ້ວໂຄງກັບປະຕູໄຊແລ້ວກັບມາໂຮງຮຽນມສວຽງຈັນ, ໂດຍມີທ່ານສົມມາດພົນເສນາລັດຖະມົນຕີວ່າການກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພ້ອມດ້ວຍຊາວນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈໍານວນຫລາຍ.
ທ່ານ ສົມມາດ ພົນເສນາໄດ້ກ່າວວ່າ: ກິດຈະກໍາຍ່າງເພື່ອສຸຂະພາບຄັ້ງນີ້ແມ່ນຕ້ອງການໂຄສະນາເຜີຍແຜ່ປູກຈິດສໍານຶກໃຫ້ທົ່ວສັງຄົມ ແລະ ນ້ອງນັກຮຽນໃຫ້ເຂົ້າໃຈ ແລະ ຮັບຮູ້ເຖິງຄວາມໝາຍຄວາມສຳຄັນກ່ຽວກັບຄວາມສ່ຽງ ແລະ ຜົນຮ້າຍຂອງໄພພິບັດ.  ພາຍໃຕ້ຄຳຂວັນທີ່ວ່າ : “ອາຊຽນເປັນໜຶ່ງດຽວໃນການຮ່ວມມືສ້າງຄວາມທົນທານຕໍ່
ໄພພິບັດແລະ ຄວາມຮູ້ເພື່ອການດຳລົງຊີວິດປອດໄພຈາກໄພພິບັດ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມລາວໄດ້ເຂົ້າຮ່ວມການປ້ອງກັນ ແລະ ການກຽມພ້ອມຮັບມືກັບຜົນຮ້າຍຂອງໄພພິບັດຈາກທໍາມະຊາດ ແລະ ການປ່ຽນແປງດິນຟ້າອາກາດທີ່ປະຊາຄົມໂລກ ແລະ ສປປ ລາວ ພວມປະເຊີນໃນປັດຈຸບັນ.

ນອກຈາກນັ້ນ, ພາຍໃນງານຍັງມີການວາງສະແດງຜົນງານຂອງອົງການກາແດງຝຣັ່ງປະຈໍາລາວ, ອົງການກາແດງລາວ ແລະ ການສາທິດກ່ຽວກັບການຊ່ວຍເຫລືອກູ້ໄພສຸກເສີນຈາກໜ່ວຍອາສາກູ້ໄພເພື່ອໃຫ້ຄວາມຮູ້ແກ່ຜູ້ທີ່ເຂົ້າຮ່ວມໃນງານນຳອີກ.

No comments:

Post a Comment