Ad

Ad

2 November 2015

ບຸນຊ່ວງເຮືອປີນີ້ມີຄວາມເປັນລະບຽບປອດໄພດີ

    ເຈົ້າໜ້າທີ່ຕໍາຫລວດນະຄອນຫລວງວຽງຈັນ, ໄດ້ອອກມາສະແດງຄວາມຂອບໃຈຕໍ່ມວນຊົນຊາວນະຄອນຫລວງວຽງຈັນ, ທີ່ໄດ້ເປັນເຈົ້າການມີສະຕິລະວັງຕົວຮອບດ້ານໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພໃນຊ່ວງໄລຍະບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີປະຈໍາປີທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ມີບັນຍາກາດຟົດຟື້ນມ່ວນຊື່ນຕາມຮີດຄອງປະເພນີ ແລະ ວັດທະນາທໍາອັນດີງາມຂອງຊາດ, ທັງຮັບປະກັນໄດ້ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບປອດໄພໂດຍພື້ນຖານ, ໂດຍສະເພາະການສັນຈອນໃນເສັ້ນທາງອ້ອມຮອບສະຖານທີ່ຈັດງານບຸນດັ່ງກ່າວມີຄວາມຄ່ອງຕົວ ແລະ ການຈອດລົດຂອງຜູ້ທີ່ມາທ່ຽວບຸນກໍມີຄວາມເປັນລະບຽບຕາມຈຸດທີ່ເຈົ້າໜ້າທີ່ໄດ້ຈັດສັນໄວ້, ອັນໄດ້ເຮັດໃຫ້ການສັນຈອນບໍ່ມີຄວາມແອອັດຕິດຂັດເປັນອໍາມະພາດ ແລະ ສ່ວນອຸປະຕິເຫດບົນທ້ອງຖະໜົນໃນໄລຍະດັ່ງກ່າວກໍເຫັນວ່າຫລຸດລົງຫລາຍເມື່ອທຽບກັບຫລາຍປີຜ່ານມາ. ສ່ວນປາກົດຫຍໍ້ທໍ້ອື່ນໆເຊັ່ນ: ການປຸ້ນຈີ້-ຊິງຊັບ, ຂີ້ລັກງັດແງະ, ກໍມີທ່າອ່ຽງຫລຸດລົງ, ແຕ່ສະເພາະຢູ່ໃນງານບຸນຊ່ວງເຮືອແມ່ນມີການແຫກກະເປົາເກີດຂຶ້ນ 4 ກໍລະນີ, ລັກຈົກກະເປົາ 2 ກໍລະນີ ແລະ ລັກຊັບເກີດຂຶ້ນ 2 ກໍລະນີ, ມີຊັບສີນ
ເສຍຫາຍຫລາຍກວ່າ 20 ລ້ານກີບ ແລະ ເຈົ້າໜ້າທີ່ສາມາດຈັບຄົນຮ້າຍທີ່ກໍເຫດມາດໍາເນີນຄະດີຕາມລະບຽບກົດໝາຍໄດ້ຈໍານວນໜຶ່ງ, ຊຶ່ງທັງໝົດນັ້ນແມ່ນຍ້ອນການຍົກສູງສະຕິລະວັງຕົວຂອງປະຊາຊົນໃນການຮ່ວມມືປະຕິບັດລະບຽບກົດໝາຍ ແລະ ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ໃນການປ້ອງກັນຄວາມສະຫງົບ, ສົມທົບກັບກໍາລັງເຈົ້າໜ້າທີ່ທຸກພາກສ່ວນໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງຫ້າວຫັນ, ໂດຍມີການຈັດຕັ້ງເວນຍາມຕາມຈຸດຕ່າງໆຕະຫລອດ 24 ຊົ່ວໂມງ ເພື່ອຮັບປະກັນໃຫ້ງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີທ່າວັດຈັນປີນີ້ເຕັມໄປດ້ວຍບັນຍາກາດອັນຟົດຟື້ນມ່ວນຊື່ນ,ທັງຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍປອດໄພຂອງສັງຄົມ.

No comments:

Post a Comment