Ad

Ad

18 December 2015

ສະເໜີຜົນການຄົ້ນຄວ້າວິທະຍາສາດ ຄັ້ງທີ 2 ໃນຫົວຂໍ້ ກຽມຄວາມພ້ອມເຂົ້າສູ່ AEC

ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ແລະ ສະຖາບັນເສດຖະກິດແຫ່ງຊາດ ໄດ້ຈັດກອງປະຊຸມລະດັບຊາດ ຄັ້ງທີ 2 ກ່ຽວກັບການສະເໜີ ຜົນການຄົ້ນຄວ້າວິທະຍາສາດ ເພື່ອການພັດທະນາ ໃນຫົວຂໍ້ ກຽມຄວາມພ້ອມ ເຂົ້າສູ່ປະຊາຄົມເສດຖະກິດອາຊຽນ(AEC)”ຂຶ້ນ ໃນລະຫວ່າງວັນທີ 16-17 ທັນວາ 2015 ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດການຜະລິດ ແລະ ຈໍລະຈອນ ເຊິ່ງມີທ່ານອະທິການບໍດີ ມຊ, ບັນດາລັດຖະມົນຕີຊ່ວຍວ່າການ ຈາກກະຊວງທີ່ກ່ຽວຂ້ອງ, ສະມາຊິກສະພາວິທະຍາສາດ-ສັງຄົມແຫ່ງຊາດ, ຜູ້ຕາງໜ້າຈາກມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າຕ່າງໆ, ບັນດາກົມກອງ-ພະແນກການ ຈາກສູນກາງ ແລະ ທ້ອງຖິ່ນ, ບັນດານັກຄົ້ນຄວ້າ, ຄູອາຈານ ແລະ ຕົວແທນນັກສຶກສາ ເຂົ້າຮ່ວມ.
            ກອງປະຊຸມເທື່ອນີ້ຈັດຂຶ້ນ ເພື່ອເປັນເວທີເຜີຍແຜ່ຜົນງານຄົ້ນຄວ້າວິທະຍາສາດ ຢູ່ ສປປ ລາວ ໃຫ້ສັງຄົມ, ບັນດາຜູ້ຕັດສິນ ແລະ ຜູ້ຈັດຕັ້ງປະຕິບັດທາງດ້ານນະໂຍບາຍ ໄດ້ຮັບຮູ້ ແລະ ນຳໃຊ້ຜົນຂອງການຄົ້ນຄວ້າ ທີ່ຜ່ານການຢັ້ງຢືນທາງດ້ານວິທະຍາສາດ ເຂົ້າໃນແນວທາງ-ນະໂຍບາຍ ຫລື ການວາງແຜນພັດທະນາ; ເພື່ອໃຫ້ນັກຄົ້ນຄວ້າສືບຕໍ່ຄົ້ນຄວ້າບັນຫາ
ໃໝ່ໃຫ້ເລິກເຊິ່ງ ໂດຍສະເພາະແມ່ນໂອກາດ ແລະ ສິ່ງທ້າທາຍ ໃນການເຂົ້າເປັນປະຊາຄົມເສດຖະກິດອາຊຽນ ແລະ ເພື່ອເປັນການສົ່ງເສີມ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ການຄົ້ນຄວ້າວິທະຍາສາດ ຢູ່ສະຖາບັນການສຶກສາຊັ້ນສູງ ແລະ ສະຖາບັນຄົ້ນຄວ້າຂອງ ສປປ ລາວ ໃຫ້ຫຍັບເຂົ້າໃກ້ມາດຕະຖານ ຂອງຂົງເຂດ ແລະ ສາກົນ ເຊິ່ງໃນນີ້ໄດ້ມີການລາຍງານບົດຄົ້ນຄວ້າ 7 ຫົວຂໍ້ ຄື: (1) ຂໍ້ມູນ ແລະ ຂ່າວສານສຳລັບການຕັດສິນໃຈ; (2) ດິນ, ປະຊາຊົນ ແລະ ການລົງທຶນຈາກຕ່າງປະເທດ; (3) ທຸລະກິດກະສິກໍາ, ຟາມ ພາຍໃຕ້ສັນຍາ ແລະ ສະມາຄົມກະສິກອນ; (4) ແຮງງານ, ການຍ້າຍຖິ່ນ ແລະ ການປ່ຽນແປງທາງສັງຄົມ; (5) ສະຖານະພາບດ້ານນະວັດຕະກຳ, ວິທະຍາສາດ ແລະ ເຕັກໂນໂລຊີ; (6) ສຸຂະພາບ, ໂພສະນາການ ແລະ ຄວາມໝັ້ນຂົງທາງດ້ານສະບຽງອາຫານ ແລະ (7) ມໍລະດົກກ່ຽວກັບແນວຄິດຂອງປະທານ ໄກສອນ ພົມວິຫານ.
            ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວເຖິງຄວາມຈຳເປັນໃນການຈັດກອງປະຊຸມວິທະຍາສາດ ບໍ່ວ່າຈະເປັນການຈັດໃນລະດັບໃດກໍ່ຕາມ ຍິ່ງໃນການກຽມຄວາມພ້ອມເຂົ້າ AEC ຍິ່ງມີຄວາມຈຳເປັນ. ພ້ອມນີ້, ທ່ານຍັງຍົກໃຫ້ເຫັນ 3 ພາກສ່ວນສຳຄັນ ເພື່ອການກຽມພ້ອມເຂົ້າ AEC ຄື: ພາກສ່ວນອົງການຄຸ້ມຄອງລັດຂັ້ນມະຫາພາກ ທີ່ຈະຕ້ອງໄດ້ກະກຽມດ້ານນິຕິກຳ, ດ້ານນະໂຍບາຍ ແລະ ຍຸດທະສາດການພັດທະນາ, ກົນໄກ-ລະບຽບການຕ່າງໆ, ສິ່ງສຳຄັນ ແມ່ນການກຽມພ້ອມດ້ານບຸກຄະລາກອນແຕ່ລະຂັ້ນ ແຕ່ສູນກາງຮອດທ້ອງຖິ່ນຮາກຖານ; ພາກນັກວິທະຍາສາດ, ບັນດາສະຖາບັນ, ນັກຄົ້ນຄວ້າ ໃນເງື່ອນໄຂການເຊື່ອມໂຍງ ທີ່ຈະໄດ້ດຳເນີນການຄົ້ນຄວ້າ ໃນຂອບອັນດຽວກັນ ທີ່ເອີ້ນວ່າ ຖານການຜະລິດໜຶ່ງດຽວ ແລະ ຕະຫລາດໜຶ່ງດຽວເຊິ່ງນັກວິທະຍາສາດ ຕ້ອງໄດ້ມີການຄົ້ນຄວ້າ ເພື່ອເຮັດໃຫ້ຖານການຜະລິດຂອງລາວ ມີຄວາມສາມາດໃນການແຂ່ງຂັນ ທັງທາງດ້ານຕົ້ນທຶນການຜະລິດ ແລະ ຄຸນນະພາບ; ສຸດທ້າຍແມ່ນພາກສ່ວນທຸລະກິດ ຕ້ອງເປັນເຈົ້າການໃນການຄົ້ນຄວ້າ ໂດຍສົມທົບກັບພາກວິທະຍາສາດ ເພື່ອຍົກສະມັດຕະພາບ ແລະ ການແຂ່ງຂັນ ໄປພ້ອມໆກັບການຖອດຖອນບົດຮຽນ ທັງທາງດ້ານການຄຸ້ມຄອງ ແລະ ວິທີການດຳເນີນທຸລະກິດ. ເວົ້າລວມແລ້ວ ແມ່ນພວກເຮົາຕ້ອງໄດ້ກະກຽມພູມຕ້ານທານຂອງພວກເຮົາ ໃຫ້ເຂັ້ມແຂງ ໃນເງື່ອນໄຂຂອງການເຊື່ອມໂຍງ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ມີການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ສາມພາກສ່ວນດັ່ງກ່າວ.

ສຳລັບກອງປະຊຸມລະດັບຊາດຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນຕື່ມວ່າ: ໃນຍຸກແຫ່ງເສດຖະກິດພູມປັນຍາ ໂດຍສະເພາະ ສປປ ລາວ ຈະກ້າວໄປສູ່ການຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ ໃນປີ 2020 ແລະ ຕ້ອງມີພື້ນຖານເຕັກນິກ ເພື່ອນຳເອົາປະເທດຂອງພວກເຮົາ ກ້າວໄປສູ່ປະເທດທີ່ມີລາຍຮັບປານກາງສູງ ໃນປີ 2030 ພ້ອມທັງມີພື້ນຖານ ເພື່ອກ້າວໄປສູ່ປະເທດພັດທະນາ ສະເໜີໃຫ້ນັກວິທະຍາສາດ, ນັກສຶກສາ ເອົາໃຈໃສ່ຄົ້ນຄວ້າ, ກ້າເບິ່ງ ແລະ ກ້າເວົ້າໃຫ້ຖືກກັບຄວາມເປັນຈິງ ແລະ ພາກສ່ວນອົງການຄຸ້ມຄອງລັດ ກໍຕ້ອງເຄົາລົບ ແລະ ເສີມຂະຫຍາຍການຄົ້ນຄວ້າວິທະຍາສາດ ເພື່ອເຮັດໃຫ້ການວາງແນວທາງນະໂຍບາຍ ແລະ ພັດທະນາ ໃນເງື່ອນໄຂການເຊື່ອມໂຍງ ດຳເນີນໄປຢ່າງຖືກທິດ.

No comments:

Post a Comment