Ad

Ad

18 December 2015

ນຳ​ສະ​ເໜີ​ລົດ​ນິດ​ສັນ ​ເອັກສ​ເທວ 2.0 ຮຸ້ນ​ໃໝ່​

     ບໍລິສັດ ຕັນຈອງ ມໍເຕີ ລາວ ຈຳກັດໄດ້ນຳສະເໜີລົດ ນິດສັນເອັກສເທວ 2.0 (X-Trail 2.0) ຮຸ້ນໃໝ່​, ຂຶ້ນທີ່ນະຄອນຫລວງວຽງຈັນ, ​ເຊິ່ງເປັນລົດທີ່ມີຮູບຊົງ​​ແຂງ​​ແກ່ນແລະພາຍໃນກ້ວາງຂວາງສະດວກສະບາຍມີລາຄາທີ່ໜ້າສົນໃຈເໝາະແກ່ການຂັບຂີ່ທຸກເສັ້ນທາງ.
     ທ່ານໂຍຄິມ ​​ເຣືອງ ຜູ້ອຳນວຍການຝ່າຍຂາຍ ບໍລິສັດ ຕັນຈອງ ມໍເຕີ ປະຈຳລາວແລະ ກຳປູເຈຍໃຫ້ຮູ້ວ່າ: ລົດນິດສັນຮຸ້ນໃໝ່ນີ້ເປັນລົດທີ່ມີຮູບຊົງສວຍງາມ, ທັນສະໄໝ ຫ້ອງໂດຍສານກວ້າງຂວາງເໝາະ​​ແກ່ກຸ່ມລູກຄ້າທຸກເພດທຸກໄວ, ຂັບເຄືອນດ້ວຍເຄື່ອງຈັກ MR20DD ຂອງນິດສັນ ມາພ້ອມກັບລະບົບຫົວສີດແບບໄດເລັກອິນເຈັກຊັນ, ​ເພີ່ມປະສິດທິພາບໃນການເຜົາໄໝ້ ຫລຸດຜ່ອນການປ່ອຍອາຍພິດ, ປະຢັດນ້ຳມັນດີເລີດ, ພ້ອມນີ້ ຍັງມີຖົງລົມນິລະໄພ SRS 2 ຖົງ, ລະບົບເບຣກປ້ອງກັນລໍ້ລອກ ABS, ລະບົບຄວບຄຸມການກະຈາຍແຮງເບລກ EBD, ລະບົບຊ່ວຍເບຣກ, ລະບົບຄວບຄຸມການເຄື່ອນ
ໄຫວຂອງລົດ, ລະບົບປ້ອງກັນການລື່ນໄຫລຂະນະທາງໝື່ນ, ລະບົບຊ່ວຍຄວບຄຸມການອອກ​​ໂຕໃນທາງຄ້ອຍຊັນແລະ ອື່ນໆ​​. ລົດນິດສັນເອັກສເທວ 2.0 ລຸ້ນໃໝ່ນີ້ ປະກອບມີ: ສີແດງ, ສີສົ້ມ, ສີຟ້າເທົາ, ສີຂາວໄຂ່ມຸກ, ສີເງິນ, ​ສີເທົາແລະ ສີດຳ ຊຶ່ງຈະຂາຍໃນລາຄາ 46.200 ​ໂດລາສະຫະລັດເທົ່ານັ້ນ.

     ​ໃນຂະນະດຽວກັນ ທາງບໍລິສັດ ຕັນຈອງ ມໍເຕີລາວ ຈຳກັດ ຍັງໄດ້ຈັດກິດຈະກຳຈັບສະຫລາກຊິງລາງວັນເພື່ອຄືນກຳໄລໃຫ້ລູກຄ້າທີ່ເຂົ້າມາຊື້ລົດນິດສັນທຸກລຸ້ນ ຈະມີສິດຊີງ ຮັບຂອງລາງວັນທີ່ຍິ່ງໃຫຍ່​, ​ເຊິ່ງຈະໄດ້ເລີ່ແຕ່ເດືອນພະຈິກ 2015 ຈົນເຖິງທ້າຍ​​ເດືອນກຸມພາ 2016 ນີ້​.

No comments:

Post a Comment