Ad

Ad

21 December 2015

ຖ້າຍາກດຶງດູດການລົງທຶນໃນເຂດ 3 ຫລ່ຽມພັດທະນາ CLV ຕ້ອງໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງໃຫ້ດີ

ເພື່ອເຮັດໃຫ້ນະໂຍບາຍໃນການສົ່ງເສີມການຄ້າ ແລະ ການລົງທຶນໃນຂົງເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຫລື ເຂດຊີເອວວີ ໃຫ້ໄດ້ຮັບໝາກຜົນຢ່າງມີປະສິດທິພາບບັນຫາທີ່ຄວນເອົາໃຈໃສ່ແມ່ນຕ້ອງສຸມໃສ່ພັດທະນາພື້ນຖານໂຄງລ່າງໃຫ້ດີ ໂດຍສະເພາະແມ່ນບັນຫາການເກັບກູ້ລະເບີດຍັງບໍ່ທັນແຕກທີ່ຕົກຄ້າງແຕ່ສະໄໝສົງຄາມ ເພາະວ່າສິ່ງເຫລົ່ານີ້ຈະເຮັດໃຫ້ນັກລົງທຶນບໍ່ມີຄວາມໝັ້ນໃຈ ທີ່ຈະເຂົ້າມາພັດທະນາຢູ່ໃນເຂດດັ່ງກ່າວ.
ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນກ່າວວ່າ: ການເກັບກູ້ລະເບີດຍັງບໍ່ທັນແຕກທີ່ຕົກຄ້າງນັ້ນ ມີຄວາມສຳຄັນເປັນຢ່າງຍິ່ງໃນການຮັບປະກັນທາງດ້ານຄວາມໝັ້ນຄົງ ແລະ ຄວາມປອດໄພຂອງບັນດາຜູ້ປະກອບການ ແລະ ນັກລົງທຶນທີ່ຈະມາພັດທະນາໃນເຂດຊີແອວວີ ໂດຍສະເພາະຄວາມສ່ຽງຕໍ່ກັບບັນຫາລະເບີດທີ່ບໍ່ທັນແຕກ.

ລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງແຕ່ສະໄໝສົງຄາມນັ້ນ ໄດ້ກາຍເປັນໄພຂົ່ມຂູ່ທີ່ຮ້າຍແຮງຕໍ່ການທຳມາຫາກິນ, ການດຳລົງຊີວິດຂອງປະຊາ ຊົນລາວບັນດາເຜົ່າຕະຫລອດມາ ແລະ ຍັງເປັນສິ່ງທີ່ກົດໜ່ວງຖ່ວງດຶງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ກໍຄືການສ້າງສາພັດທະນາປະເທດຊາດນຳອີກ. ໃນແຕ່ລະປີ ມີຫລາຍຊີວິດທີ່ຕ້ອງສັງເວີຍຊີວິດ ແລະ ໄດ້ຮັບບາດເຈັບຍ້ອນລະເບີດທີ່ບໍ່ທັນແຕກ ເຊິ່ງເປັນການສູນເສຍທີ່ແສນຈະເຈັບປວດ ແລະ ສ້າງບາດແຜທີ່ຝັງໃຈໄວ້ໃຫ້ກັບຍາດຕິພີ່ນ້ອງຕະຫລອດໄປ.
ຖ້າສະເລ່ຍໃສ່ຫົວຄົນແລ້ວ, ສປປ ລາວ ເປັນປະເທດທີ່ຖືກຖິ້ມລະເບີດໜັກໜ່ວງກວ່າໝູ່ໃນໂລກລະຫ່ວາງສົງຄາມອິນດູຈີນ ປີ 1964-1973 ໂດຍມີເຄື່ອງບິນຈຳນວນ 580.000 ຖ້ຽວ ໄດ້ບັນທຸກລະເບີດປະມານ 3 ລ້ານໂຕນ ມາຖິ້ມໃສ່ຜືນແຜ່ນດິນລາວ, ໃນນັ້ນ ມີລະເບີດບົມບີ (ລູກຫວ່ານ) ປະມານ 270 ລ້ານໜ່ວຍ ແລະ ບົມໃຫຍ່ປະມານ 4 ລ້ານໜ່ວຍ.

No comments:

Post a Comment