Ad

Ad

15 December 2015

ກອງ​ປະຊຸມ​ອາຊີວະ​ສຶກສາ​ຂອງ​ປະ​ເທດ​ພາກ​ພື້ນ ຄັ້ງ​ທີ 3 ຈັດ​ຂຶ້ນ​ທີ່​ນະຄອນຫລວງ​ວຽງ​ຈັນ

     ​ໃນວັນທີ 14-15 ທັນວານີ້, ກະຊວງສຶກສາທິການແລະ ກິລາແລະ ກະຊວງຮ່ວມມືເສດຖະກິດແລະ ການພັດທະນາ ສສ. ​ເຢຍລະມັນໄດ້ຈັດກອງປະຊຸມອາຊີວະສຶກສາຂອງປະເທດພາກພື້ນຄັ້ງທີ 3 ຂຶ້ນທີ່ນະຄອນລຫວງວຽງຈັນ ພາຍໃຕ້ຫົວຂໍ້: “ສະໜັບສະໜູນການເຊື່ອມໂຍງປະຊາຄົມເສດຖະກິດອາຊຽນ ດ້ວຍການເລັງໃສ່ການຮຽນຮ່ວມແລະ ຕະ ຫລາດແຮງງານ”, ​ໂດຍການ​​ໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງສຶກສາທິການແລະ ກິລາ, ທ່ານໂທມັດສ໌ ຊີເບີຮອນເລຂາປະຈຳສະພາແລະ ລັດຖະມົນຕີຊ່ວຍວ່າການກະຊວງຮ່ວມມືເສດຖະກິດແລະການພັດທະນາ ສສເຢຍລະມັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ​ໃນໂອກາດນີ້ ທ່ານພັນຄຳ ວິພາວັນໄດ້ມີຄຳເຫັນວ່າ: ​ເມື່ອເວົ້າເຖິງການພັດທະນາຊັບພະ ຍາກອນມະນຸດແລ້ວ ບັນດາປະເທດອາຊຽນຖືວຽກງານດັ່ງກ່າວເປັນບູລິມະສິດສຳຄັນໃນການເຊື່ອມໂຍງໃຫ້ສອດຄ່ອງກັບການພັດທະນາເສດຖະກິດທີ່ກຳລັງຂະຫຍາຍຕົວຂອງພາກພື້ນໄດ້ເຮັດໃຫ້ຄວາມຕ້ອງການກຳມະກອນທີ່ມີຄວາມຊຳນານງານສູງໃນທຸກລະດັບ, ບັນຫາດັ່ງກ່າວໄດ້ຖືກຕ້ອງແລະ ສອດຄ່ອງກັບຄວາມຕ້ອງການຂອງລາວ, ​ໂດຍສະເພາະແມ່ນໄລຍະທີ່ຈະກ້າວເຂົ້າສູ່ການປະຕິບັດແຜນພັດທະນາເສດຖະກິ-ສັງຄົມ 5 ປີຄັ້ງທີ 8 (2016-2020), ​ເຊິ່ງເປັນຊ່ວງເວລາທີ່ໜັກໜ່ວງແລະເຕັມໄປດ້ວຍສິ່ງທ້າທາຍທີ່ໃຫຍ່ກວ່າເກົ່າ. ທ່ານຮອງນາຍົກກ່າວຢໍ້າວ່າ: ​ເຖິງຢ່າງໃດກໍຕາມ ພວກຂ້າພະເຈົ້າ ກໍບໍ່ໄດ້ຢູ່ໂດດດ່ຽວໃນການແກ້ໄຂບັນຫາແລະ ສິ່ງທ້າທາຍຕ່າງໆ ພວກຂ້າພະເຈົ້າມີຫລາຍປະເທດແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອຕະຫລອດມາ ສຳລັບການຊ່ວຍເຫລືອທີ່ໂດດເດັ່ນທາງດ້ານອາຊີວະສຶກສາໃນການຝຶກອົບຮົມວິຊາຊີບກໍ​​ແມ່ນ ສສ. ​ເຢຍລະມັນ, ກອງປະຊຸມຄັ້ງນີ້ເປັນການເປີດໂອກາດໃຫ້ຜູ້ແທນ​​ໄດ້ແລກປ່ຽນບົດຮຽນ, ປະສົບການແລະ ມີຄຳເຫັນກ່ຽວກັບສະຖານະພາບຂອງວຽກງານການສຶກສາແລະ ການຝຶກອົບຮົມວິຊາຊີບໃນພາກພື້ນແລະ ສາກົນ. ນອກນັ້ນ ຍັງຈະໄດ້ໃຫ້ຜູ້ທີ່ເຂົ້າຮ່ວມໄດ້ແບ່ງປັນສິ່ງທ້າທາຍໃນອະນາຄົດຂ້າງໜ້າ, ​​ສິ່ງສຳຄັນແມ່ນເປັນເວທີປຶກສາຫາລືເຖິງວິທີການຕ່າງໆຂອງບັນດາປະເທດອາຊຽນໃນການສ້າງຄວາມກົມກຽວດ້ານການພັດທະນາວຽກງານດັ່ງກ່າວ ຫລັງຈາກປີ 2015, ​ໃນນີ້ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້​​​ຮຽນຮູ້ບົດຮຽນອັນໃໝ່ໆຈາກການປະຕິບັດແລະ ການມີສ່ວນຮ່ວມຂອງບັນດາຜູ້ຊ່ຽວຊານດ້ານວຽກງານອາຊີວະສຶກສາ ທີ່ມາຈາກປະເທດອາຊຽນແລະຮຽນຮູ້ສິ່ງທ້າທາຍໃນການເຂົ້າເປັນປະຊາຄົມ​​ເສດຖະກິດອາຊຽນຕໍ່ກັບຕະຫລາດແຮງງານທ້ອງຖິ່ນແລະ ພາກພື້ນ, ​ເຊິ່ງມັນມີຄວາມຈຳເປັນທີ່ຈະຕ້ອງມີການປັບປຸງລະບົບອາຊີວະສຶກສາ, ລວມເຖິງພາກເອກກະຊົນໃຫ້ເຂົ້າມາມີສ່ວນຮ່ວມ​​ໃນວຽກງານອາຊີວະສຶກສາກັບພາກລັດແລະ ຄູ່ຮ່ວມພັດທະນາຫລາຍຂຶ້ນ, ​ເຊິ່ງວຽກງານອາຊີວະສຶກສາ ຍັງເປັນອົງປະກອບທີ່ສຳຄັນຂອງການສຶກສາ ທີ່ຈະນໍາໄປສູ່ການປະກອບອາຊີບໃນອານາຄົດ, ທັງນີ້ ກໍເພື່ອປະກອບສ່ວນເຂົ້າໃນການປັບປຸງຄຸນນະພາບຂອງການສຶກສາດ້ານອາຊີວະສຶກສາ ​​ແລະເພີ່ມການຮ່ວມມືເຊິ່ງກັນແລະ ກັນໃຫ້ຫລາຍຂຶ້ນ, ​ໂດຍອີງໃສ່ມາດຕະຖານດຽວກັນ. ນອກຈາກນີ້ໃນກອງປະຊຸມ ຍັງໄດ້ເນັ້ນໜັກ​​ເຖິງ 4 ຫົວຂໍ້​​​ໃຫຍ່ຄື: ການບໍລິຫານວຽກງານອາຊີວະສຶກສາ, ການຈັດການຮຽນ-ການສອນໃຫ້ແກ່ຜູ້ດ້ອຍໂອກາດ, ການຮ່ວມມືພາກລັດແລະເອກກະຊົນແລະ ການພັດທະນາບຸກຄະລາກອນໃຫ້ນັບມື້ມີຄຸນນະພາບດີຂຶ້ນເລື້ອຍໆ.

     ການຮ່ວມມືລະຫວ່າງ ສປປ ລາວແລະ ສສ. ​ເຢຍລະມັນ ​​ແມ່ນແນໃສ່ເພື່ອປັບປຸງລະບົບອາຊີວະສຶກສາ, ຊຶ່ງກວມເອົາກຸ່ມຄົນທີ່ດ້ອຍໂອກາດ, ​ໂດຍສະເພາະຄວາມຕ້ອງການຂອງຕະຫລາດແຮງງານລາວ, ​ໃນປັດຈຸບັນ ສສ. ​ເຢຍລະມັນ ພວມຈັດຕັ້ງປະຕິບັດອາຊີວະສຶກສາຫລາຍໂຄງການ ​​ເຊິ່ງໄດ້ກວມເອົາ​​ຜູ້ດ້ອຍໂອກາດປະມານ 70%, ​ໂດຍການສະໜັບສະໜູນຫລັກທາງດ້ານວິຊາການ, ອຸປະກອນ, ງົບປະມານແລະ ອື່ນໆອີກຫລາຍຢ່າງ.

No comments:

Post a Comment