Ad

Ad

9 December 2015

ທະນາຄານ ອາ​ເຮັສບີ ລາວ ຈຳກັດ ມອບ​ອຸປະກອນ​ການ​ສຶກສາ ​ແລະ ກິລາ ​ໃຫ້​ໂຮງຮຽນ 3 ​ແຫ່ງ​ຢູ່​ເມືອງ​ໄຊ​ທານີ

     ​ໃນວັນທີ 4 ທັນວາຜ່ານມາ ທະນາຄານ ອາເຮັສບີ ລາວຈຳກັດ (RHB Bank Lao Limited) ​ໄດ້ຈັດກິດຈະກຳການຊ່ວຍເຫລືອສັງຄົມໂດຍການມອບອຸປະກອນການສຶກສາແລະ ກິລາ ຈຳນວນໜຶ່ງເຊິ່ງປະກອບມີ: ພັດລົມແຂວນເພດານສຳລັບຫ້ອງຮຽນ ຈຳນວນ 42 ໜ່ວຍ, ​ໂຕະຫີນ ຈຳນວນ 3 ຊຸດ, ກະດານຂາວ ຈຳນວນ 4 ​ແຜ່ນ, ບິກຂຽນກະດານ ຈຳນວນ 2 ກັບ, ​ເຄື່ອງກິລາ ຈຳນວນ 44 ຊຸດ, ຕາໜ່າງບານເຕະ ຈຳນວນ 2 ຊຸດ, ຕາໜ່າງບານຕີ ຈຳນວນ 2 ຊຸດ, ຕາໜ່າງກະຕໍ້ ຈຳນວນ 1 ຊຸດ, ໝາກບານເຕະ ຈຳນວນ 9 ໜ່ວຍແລະ ໝາກບານຕີ ຈຳນວນ 2 ໜ່ວຍໃຫ້ແກ່ບັນດານ້ອງນັກຮຽນຂອງ 3 ​ໂຮງຮຽນປະຖົມໃນເມືອງໄຊທານີ ນະຄອນ
ຫລວງວຽງຈັນຄື: ​ໂຮງຮຽນປະຖົມສົມບູນ ນາຄວາຍ, ​ໂຮງຮຽນປະຖົມສົມບູນ ໜອງສອງຫ້ອງແລະໂຮງຮຽນປະຖົມສົມບູນບໍ່ເຫລັກ (ຫລັກ 36) ​ເພື່ອນຳ​​ໃຊ້ເຂົ້າໃນວຽກງານສົ່ງເສີມການສຶກສາແລະ ກິລາຂອງບັນດາໂຮງຮຽນດັ່ງກ່າວໃຫ້ດີກວ່າເກົ່າ.
     ທະນາຄານ ອາເຮັສບີ ລາວ ຈຳກັດ ຈະສືບຕໍ່ການຈັດກິດຈະກຳເພື່ອຊ່ວຍເຫລືອສັງຄົມໂດຍສະເພາະແມ່ນບັນດາໝູ່ບ້ານທີ່ຢູ່ຊົນນະບົດແລະເຂດຫ່າງໄກສອກຫລີກ ທີ່ມີຄວາມຕ້ອງການໃນການຊ່ວຍເຫລືອໃນຊຸມປີຕໍ່ໆປີເພື່ອເປັນແຮງພັກດັນໃນການກໍ່ສ້າງຊຸມຊົນໃຫ້ມີຄວາມຈະເລີແລະ ​​ເຂັ້ມແຂງ.

     ທະນາຄານ ອາເຮັສບີ ລາວ ຈຳກັດ ຕັ້ງຢູ່ຖະໜົນໄກສອນ ພົມວິຫານ, ບ້າໂພນໄຊເມືອງໄຊ​​ເສດຖາ ນະຄອນຫລວງວຽງຈັນເລີ່ມດຳເນີນງານຕັ້ງແຕ່ວັນທີ 6 ມິຖຸນາ 2014​ ​ເປັນຕົ້ນມາ.

No comments:

Post a Comment