Ad

Ad

3 December 2015

ສປປ ລາວ ສະ​ເຫລີ​ມສະຫລອງ​ວັນ​ຄົບຮອບ 40 ປີ ຢ່າງ​ຍິ່ງ​ໃຫຍ່ ມີ​ການ​ເດີນ​ສວນສະໜາມ, ສະ​ແດງ​ສິລະ​ປະ ​ແລະ ຍິງ​ດອກ​ໄຟ​ພຸ​ຢ່າງ​ງົດ​ງາມ

ງານ​ໂຮມ​ຊຸມນຸມ​ໃຫຍ່​ເພື່ອ​ສະ​ເຫລີ​ມສະຫລອງ​ວັນຊາດ​ທີ 2 ທັນວາ ຄົບຮອບ 40 ປີ (2/12/1975-2/12/2015) ​ໄດ້​ຈັດ​ຂຶ້ນຢ່າງ​ຄຶກຄື້ນ ​ແລະ ຍິ່ງ​ໃຫຍ່​ຢູ່​ສະໜາມ​ຫລວງ ນະຄອນຫລວງ​ວຽງ​ຈັນ ​ແຕ່​ຮຸ່ງ​ເຊົ້າຂອງ​ວັນ​ທີ 2 ທັນວາ 2015 ນີ້ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ ປະຕິວັດ​ລາວ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ມີ​ບັນດາ​ທ່ານ​ຜູ້ນຳ​ພັກ-ລັດ, ປະທານ​ສະພາ​ແຫ່ງ​ຊາດ, ນາຍົກລັດຖະມົນຕີ ພ້ອມ​ນີ້​ຍັງ​ມີ​ຄະນະ​ຜູ້​ແທນ​ຂັ້ນສູງ​ຈາກ​ປະ​ເທດ​ເພື່ອນ​ມິດ​ເຊັ່ນ: ສປ ຈີນ, ສສ ຫວຽດນາມ, ຣາຊະອານາຈັກກຳປູເຈຍ ​ແລະ ຜູ້ຕາງໜ້າ​ປະ​ເທດ​ເພື່ອນ​ມິດ​ອື່ນໆ, ທູຕານຸທູດ ​ແລະ ຜູ້ຕາງໜ້າ​ອົງການ​ຈັດຕັ້ງສາກົນ​ປະຈຳ​ລາວ​ ເຂົ້າຮ່ວມ​ເປັນ​ຈຳນວນ​ຫລາຍ ​ແລະ ພິ​ເສດ ສຳລັບ​ງານ​ມິດ​ຕິງ​ໃຫຍ່​ສະ​ເຫລີ​ມສະຫລອງ​ວັນ​ປະຫວັດສາດ​ສຳຄັນ​ດັ່ງກ່າວ​ຄັ້ງນີ້ ຍັງ​ມີ​ຄະນະຜູ້​ແທນ​​ຄົນ​ເຊື້ອຊາດ​ລາວ​ທີ່​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ​ຈຳນວນ 200 ກວ່າ​ຄົນ ຈາກ 20 ປະ​ເທດ​ໃນ​ທົ່ວ​ໂລກ ຄື​ຝຣັ່ງ, ສ.ອາ​ເມ​ລິ​ກາ, ກາ​ນາ​ດາ, ອົດ​ສະຕຣາລີ, ​ແບນ​ຊິກ, ສະ​ວິດ​ເຊີ​ແລນ, ​ເຢຍລະ​ມັນ, ຍີ່ປຸ່ນ, ຮົງ​ກາລີ ​ແລະ ຫລາຍ​ປະ​ເທດ​ອື່ນໆ​ອີກ​ໃນ​ທະວີບ​ເອີຣົບມາ​ຮ່ວມ​ນຳ​ດ້ວຍ.

​ໃນ​ງານ​ໂຮມ​ຊຸມນຸມ​ໃຫຍ່​ອັນ​ມີ​ຄວາມ​ໝາຍ​ທາງ​ປະຫວັດສາດ​ດັ່ງກ່າວ ພາຍຫລັງ​ສະຫາຍ ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ກ່າວ​ສູນ​ທອນ​ພົດ (ຈັດ​ພິມ​ຕ່າງຫາກ) ທີ່​ໄດ້​ຍົກ​ໃຫ້​ເຫັນ​ຜົນສຳ​ເລັດ ​ແລະ ​ໄຊຊະນະ​ທີ່​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ​ລາວ​ຍາດ​ມາ​ໄດ້​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທ​ດຊາ​ດຕະຫລອດ​ໄລຍະ 40 ປີຜ່ານມາ ​ເຊິ່ງ​ເປັນ​ໄລຍະ​ທີ່​ບໍ່​ມີ​ຍຸກ​ໃດ, ຍຸກ​ສະ​ໄໝ​ໃດ​ທີ່​ປະ​ເທດ​ຊາດ​ອັນ​​ແສນ​ຮັກ​ຂອງ​ພວກ​ເຮົາ​ໄດ້​ມີ​ຄວາມ​ຮົ່ມ​ເຢັນ​ເປັນ​ສຸກ, ​ໄດ້​ຮັບ​ການ​ພັດທະນາ​ຈະ​ເລີ​ນກ້າວໜ້າ ​ແລະ ຊື່​ສຽງ​ຖານະ​ບົດ​ໄດ້​ຮັບ​ການ​ເຊີດ​ຊູ​ສູງ​ເດັ່ນ​ໃນ​ເວທີ​ພາກພື້ນ ​ແລະ ສາກົນ​ທໍ່​ກັບ​ຍຸກ​ສະ​ໄໝ​ນີ້.
​ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້, ສະຫາຍ ປະທານ​ປະ​ເທດ ​ໄດ້​ກ່າວ​ຄວາມ​ອ​າ​ໄລ​ອາວ​ອນ ​ແລະ ຈົດ​ຈຳລ້ຳລຶກຄຸນງາມຄວາມດີ​ອັນ​ໃຫຍ່​ຫລວງ​ຂອງ​ປະທານ​ໄກສອນ ພົມວິຫານ ຜູ້ນຳ​ທີ່​ເຄົາລົບ​ຮັກ​ຂອງ​ພັກ ​ແລະ ຂອງ​ຊາດ​ລາວ​ເຮົາ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ສຸດຊຶ້ງຕໍ່​ບັນດາ​ສະຫາຍ​ຜູ້ນຳ​ພັກ​-ລັດ, ບັນດາ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ທຸກ​ເຜົ່າ, ຊັ້ນຄົນ​ຕ່າງໆ ທີ່​ໄດ້​ເສຍ​ສະລະ​ຊີວິດ ​ເພື່ອ​ຄວາມ​ເປັນ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ສັກກາລະ​ບູຊາ​ຂອງ​ຊາດ, ​ເພື່ອ​ອິດ​ສະລະ​ພາບ ​ແລະ ຄວາມ​ຢູ່​ດີ​ມີ​ສຸດ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ຂອງ​ພວກ​ເຮົາ. ຂໍ​ສະ​ແດງ​ຄວາມ​ຍ້ອງຍໍ​ສັນລະ​ເສີນ​ພີ່ນ້ອງ​ຮ່ວມ​ຊາດ​ທຸກ​ເຜົ່າ, ທຸກ​ຊັ້ນຄົນ, ​ເພດ​ໄວ ​ແລະ ທຸກ​ສາຂາ​ອາຊີບ​ໃນ​ທົ່ວ​ປະ​ເທດ ທີ່​ໄດ້​ເຊີດ​ຊູນ້ຳ​ໃຈ​ຮັກ​ຊາດ, ຮັກ​ລະບອບ​ໃໝ່, ສາມັກຄີ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​ຜ່ານ​ຜ່າ​ທຸກ​ຄວາມ​ຍາກ​ລຳບາກ, ອຸທິດ​ສະຕິ​ປັນຍາ, ກຳລັງວັງຊາ, ທຶນຮອນ​ ຕະຫລອດ​ເຖິງ​ຍອມ​ເສຍ​ສະລະ​ທຸກ​ສິ່ງ​ທຸກ​ຢ່າງ ​ເພື່ອຜົນ​ປະ​ໂຫຍ​ດ ​ແລະ ​ໄຊຊະນະ​ຂອງ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ​ອັນ​ແສນ​ຮັກ​ຂອງ​ພວກ​ເຮົາ​ໃນ 40 ປີຜ່ານມາ​ນັ້ນ, ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ແລະ ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງຕໍ່​ພັກ, ລັດ ​ແລະ ປະຊາຊົນ​ບັນດາ​ປະ​ເທດ​ອ້າຍ​ນ້ອງ, ​ເພື່ອນ​ມິດ​ຜູ້​ຢູ່​ໃກ້ ​ແລະ ​ໄກ​ໃນ​ທົ່ວ​ໂລກ ກໍ​ຄື​ອົງການ​ຈັດຕັ້ງສາກົນ​ຕ່າງໆ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ​ແລະ ການ​ຊ່ວຍ​ເຫລືອ​ອັນ​ລ້ຳຄ່າ​ແກ່​ສາທາລະນະ​ລັດ ປະຊາທິປະ​ໄຕ ​ປະຊາຊົນ​ລາວ ຕະຫລອດ​ມາ. ພ້ອມ​ດຽວ​ກັນ​ນີ້, ກໍ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍພີ່ນ້ອງ​ຊາວ​ລາວ​ທີ່ຢູ່​ຕ່າງປະ​ເທດ​ທີ່​ຍັງ​ມີ​ຈິດ​ໃຈ​ຮັກ​ເຊື້ອ​ແພງ​ຊາດ ​ແລະ ​ໄດ້​ອວ່າຍໜ້າ​ມາ​ຫາ​ປະ​ເທດ​ຊາດ, ປະກອບສ່ວນ​ຕາມ​ຄວາມ​ສາມາດ​ຮ່ວມ​ກັບ​ພີ່ນ້ອງ​ຮ່ວມ​ຊາດ​ໃນ​ການ​ພັດທະນາ​ປິ​ຕຸ​ພູມ​ຂອງ​ຕົນ. ຂໍ​ຊົມ​ເຊີຍ​ຊາວ​ຕ່າງ​ດ້າວ​ທີ່​ດຳລົງ​ຊີວິດ​ຢູ່​ປະ​ເທດ​ເຮົາ​ທີ່​ໄດ້​ປະກອບສ່ວນ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ແລະ ​ເພີ່ມ​ທະວີ​ມິດຕະພາບ​ກັບ​ປະຊາຊົນ​ລາວ​ຂອງ​ພວກ​ເຮົາ.
​ໃນ​ບົດ​ສູນ​ທອນ​ພົດ​ຂອງ​ສະຫາຍ ປະທານ​ປະ​ເທດ ຍັງ​ໄດ້​ຍົກ​ໃຫ້​ເຫັນ​ວິ​ໄສ​ທັດ​ຂອງ​ລາວ​ແຕ່​ນີ້​ຮອດ​ປີ 2020, ຕ້ອງ​ສູ້​ຊົນ​ສ້າງ​ທຸກ​ເງື່ອນ​ໄຂ​ຍູ້​ເສດຖະກິດ​ຂະຫຍາຍຕົວບໍ່​ໃຫ້​ຫລຸດ 7% ຕໍ່​ປີ ດ້ວຍ​ການ​ພັດທະນາ​ຂະ​ແໜງ​ກະສິກຳ-ປ່າ​ໄມ້ ຕິດ​ແໜ້ນ​ກັບ​ອຸດສາຫະກຳ ​ແລະ ການ​ບໍລິການ​ຢ່າງ​ແຂງ​ແຮງ ​ແລະ ມີ​ຈຸດ​ສຸມ, ສ້າງ​ໃຫ້​ເກີດ​ໂຄງ​ປະກອບ​ເສດຖະກິດ​ທີ່​ມີ​ຄວາມ​ສົມສ່ວນ ​ແລະ ​ແທດ​ກັບ​ເງື່ອນ​ໄຂ​ຂອງ​ບໍລິ​ເວນ​ເຂດ​ແຄວ້ນ​ຕ່າງ​ຂອງ​ປະ​ເທດ. ພ້ອມ​ນີ້ ກໍ​ຕ້ອງ​ເອົາ​ໃຈ​ໃສ່​ຂະຫຍາຍ​ວຽກ​ງານ​ສຶກສາ-ວັດທະນະທຳ, ສຸມ​ໃສ່​ການ​ສ້າງ​ຊັບພະຍາກອນ​ມະນຸດ, ສ້າງ​ຄົນ​ລາວ​ໃຫ້​ມີ​ການ​ພັດທະນາ​ຮອບດ້ານ, ສືບ​ຕໍ່​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ ກໍ​ຄື​ການ​ດຳ​ເນີນ​ພາລະກິດ​ປ່ຽນ​ແປງ​ໃໝ່​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ, ຍຶດໝັ້ນ​ແນວທາງ​ແຫ່ງ​ການ​ສ້າງສາ​ຍພົວພັນ​ມິດຕະພາບ​ກັບ​ບັນດາ​ປະຊາ​ຊາດ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ສາກົນ, ກ່ອນ​ອື່ນ​ແມ່ນ​ປະ​ເທດ​ໃກ້​ຄຽງ, ປະ​ເທດ​ໃນ​ປະຊາຊົນ​ອາ​ຊຽນ ​ແລະ ​ເປັນ​ເຈົ້າການ​ເຂົ້າຮ່ວມ​ໃນ​ພາລະກິດ​ແຫ່ງ​ການ​ເສີມ​ສ້າງສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ໃນ​ພາກພື້ນອາຊີ-ອາຄະ​ເນ ​ແລະ ​ໃນ​ໂລກ.

No comments:

Post a Comment