Ad

Ad

17 December 2015

ການ​ລົງທຶນ​ຂອງ​ຍີ່ປຸ່ນ ​ຢູ່ໃນ​ອັນ​ດັບ​ 6 ຈາກ 53 ປະ​ເທດ​ທີ່​ເຂົ້າ​ມາ​ລົງທຶນ​ຢູ່​ໃນ​ລາວ

     ການຂະຫຍາຍຕົວຂອງເສດຖະກິດໃນຂົງເຂດອາຊຽນຖືວ່າກຳລັງເປັນທີ່ສົນໃຈຂອງຫລາຍໆປະເທດ, ໃນນັ້ນ ປະເທດຍີ່ປຸ່ນບໍ່ພຽງແຕ່ເປັນນັກລົງທຶນລາຍໃຫຍ່ໃນຂົງເຂດນີ້, ແຕ່ຍັງເປັນປະເທດຄູ່ຄ້າໃນອັນດັບຕົ້ນໆຂອງອາຊຽນອີກດ້ວຍ, ໂດຍສະເພາະ ສປປ ລາວ ນັບແຕ່ລັດຖະບານໄດ້ເປີດຮັບເອົາການລົງທຶນຈາກຕ່າງປະເທດ ເຫັນວ່າການລົງທຶນດັ່ງກ່າວ ເພີ່ມຂຶ້ນເປັນຈຳນວນບໍ່ໜ້ອຍ, ໃນນັ້ນ ການລົງທຶນຂອງປະເທດຍີ່ປຸ່ນແມ່ນ ຢູ່ໃນອັນດັບທີ 6 ຈາກ 53 ປະເທດທີ່ເຂົ້າມາລົງທຶນໃນ ສປປ ລາວ.
     ກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ເອກກະຊົນລາວ-ຍີ່ປຸ່ນ ຄັ້ງທີ 9 ໄດ້ຈັດຂຶ້ນທີ່ໂຮງ ແຮມລາວ ພລາຊາ ນະຄອນຫລວງວຽງຈັນ, ໂດຍການເປັນປະທານຮ່ວມ ຂອງທ່ານ ສົມດີ ດວງດີ
ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຕາກິຊິ ຮິກິຮາຣະ ເອກອັກຄະລັດສະທູດ ແຕ່ງຕັ້ງ ແຫ່ງປະເທດຍີ່ປຸ່ນ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນຈຳນວນຫລາຍ.
     ກອງປະຊຸມ ທີ່ມີຄວາມໝາຍສຳຄັນນີ້ມັນເປັນ ການສືບຕໍ່ການຮ່ວມມືລະຫວ່າງພາກລັດ ແລະ ເອກກະຊົນລາວ-ຊົນ, ເພື່ອປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນກ່ຽວກັບການແກ້ໄຂບັນຫາຄົງຄ້າງຕ່າງໆໃນການດຳເນີນທຸລະກິດຢູ່ລາວ ແລະ ທັງເປັນການຊອກຫາຊ່ອງທາງໃນການປັບປຸງບັນຍາ ກາດການລົງທຶນຂອງພາກທຸລະກິດໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນເລື້ອຍໆ. ພິເສດ ໃນກອງປະຊຸມຍັງໄດ້ຮັບຟັງການປຶກສາຫາລືເພື່ອແກ້ໄຂ 3 ບັນຫາໃຫຍ່ຄື: 1.) ການນໍາເຂົ້າຜະລິດຕະພັນສານເຄ ມີ, ການຕໍ່ອະນຸຍາດຫ້ອງການຜູ້ຕາງໜ້າ, 2.) ໃບບິນອາກອນ, ການຖອນເງິນອາກອນມູນ ຄ່າເພີ່ມຄືນ ແລະ 3.) ຂໍ້ແນະນຳສຳລັບແຜນນຳເຂົ້າປະຈຳປີ, ຄວາມຄືບໜ້າໃນການປັບ ປຸງເສັ້ນທາງເລກທີ 8.

     ທ່ານ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: ສປປ ລາວ ມີຄວາມຕັ້ງໃຈສູງໃນການສ້າງຄວາມເຂັ້ມແຂງໃຫ້ການເຊື່ອມໂຍງລະຫວ່າງປະເທດ ສະມາຊິກອາຊຽນ ແລະ ສ້າງພື້ນຖານອັນສຳຄັນໃຫ້ແກ່ການລົງທຶນ, ການສ້າງເຂດເສດຖະ ກິດຫລາຍເຂດລຽບຕາມຊາຍແດນຂອງປະເທດ, ກໍເພື່ອແນໃສ່ສົ່ງເສີມການຄ້າ ແລະ ເພີ່ມມູນຄ່າການຄ້າລະຫວ່າງຊາຍແດນກັບບັນດາປະເທດອ້ອມຂ້າງໃຫ້ສູງຂຶ້ນ. ສຳລັບ ເຂດເສດຖະກິດພິເສດ 11 ແຫ່ງ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ກໍຈະເປັນທ່າແຮງໃນການຂະ ຫຍາຍທຸລະກິດຂອງບັນດາປະເທດອາຊຽນ ແລະ ຄູ່ເຈລະຈາ ເພາະມີການເຊື່ອມໂຍງໂດຍ ກົງໃນແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ຊຶ່ງມັນຈະເຮັດໃຫ້ມີການຂະຫຍາຍການຄ້າແລະ ການລົງທຶນລະຫວ່າງຍີ່ປຸ່ນແລະ ອາຊຽນດີຂຶ້ນແລະໃນ​​ໄລຍະຜ່ານມາ, ສຳລັບການດຳເນີນທຸລະກິດຂອງຍີ່ປຸ່ນຢູ່ລາວເຮົາ ກໍໄດ້ຮັບການເອົາໃຈໃສ່ປັບປຸງ​​ດີຂຶ້ນ​​ເລື້ອຍໆ, ​ເຊິ່ງສະແດງອອກໃນບົດລາຍງານຂອງທະນາຄານ​​ໂລກແລະ ອົງການຮ່ວມມືການເງິນສາກົນ ຕໍ່ຜົນການສຳຫລວດກ່ຽວກັບການເອື້ອອຳນວຍໃນການດຳເນີນທຸລະກິດຢູ່ໃນ 189 ປະເທດທົ່ວໂລກ, ສຳລັບປີ 2016 ປະເທດລາວ ຖືກຈັດຢູ່ໃນອັນດັບທີ 134 ດີຂຶ້ນ 5 ອັນດັບເມື່ອທຽບໃສ່ປີ 2015, ການປ່ຽນແປງໃນທາງທີ່ດີນີ້ ຈະເຮັດໃຫ້ບັນດາປະເທດທີ່ຈະເຂົ້າມາລົງທຶນເຊື່ອໝັ້ນແລະ ສົນໃຈຫລາຍຂຶ້ນ.

No comments:

Post a Comment