Ad

Ad

15 December 2015

ຊາ​ຄອມ​ແບັງ​ສະຫຼອງວັນ​ສ້າງ​ຕັ້ງ​ສາຂາ​ຢູ່​ລາວຄົບຮອບ 7 ປີ

          
ວັນທີ 12 ທັນນານີ້​, ທະນາຄານຮຸ້ນສ່ວນການຄ້າໄຊງ່ອນ​ ​ເທື່ອງຕິ່ນ ຫຼື ຊາຄອມແບັງ ( Sa combank ) ​ໄດ້ຈັດພິທີສະ​​ເຫຼີມສະຫຼອງການສ້າງຕັ້ງສາຂາຢູ່ ສປປ ລາວ ຄົບຮອບ 7 ປີ​​ຂຶ້ນ, ຢູ່ສຳນັກງານໃຫຍ່ທະນາຄານດັ່ງກ່າວທີ່ບ້ານຫາຍໂສກ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ດຣ ຫງວຽນແມັງຮຸ່ງເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳລາວ, ມີຮອງປະທານສະພາບໍລິຫານ, ຜູ້ອຳນວຍການທະນາ ຄານຊາຄອມແບັງ, ພ້ອມດ້ວຍພະນັກງານແລະລູກຄ້າເຂົ້າຮ່ວມເປັນຈຳນວນຫຼາຍ.
ອຳນວຍການທະນາຄານຊາຄອມແບັງສາຂາລາວໃຫ້ຮູ້ວ່າ: ທະນາຄານຊາຄອມແບັງລາວ ຫຼືທະນາຄານໄຊງ່ອນເທື່ອງຕິ່ນ ລາວ ຈຳກັດເປັນທະນາຄານລູກທີ່ຂື້ນກັບທະນຄານ ຊາຄອມແບັງຫວຽດນາມ, ສ້າງຕັ້ງຂຶ້ນໃນວັນທີ 12 ທັນວາ 2008, ​ເປັນທະນາຄານຮຸ້ນສ່ວນການຄ້າແຫ່ງທຳອິດຂອງ ສສ ຫວຽດນາມ ທີ່ດຳເນີນທຸລະກິດຢູ່ ສປປ ລາວແລະ ມາຮອດເດືອນສິງຫາ 2015 ນີ້,ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ອອກຂໍ້ຕົກລົງຍົກລະດັບທະນາຄານດັ່ງກ່າວມາເປັນທະນາຄານທຸລະກິດລົງທືນຕ່າງປະເທດ 100%, ຊຶ່ງເປັນບາດກ້າວພົ້ນເດັ່ນແຫ່ງການພັດທະນາແບບ​​ໃໝ່ຂອງທະນາຄານດັ່ງກ່າວ. ຜ່ານການດຳເນີນທຸລະກິດມາຮອດປັດຈຸບັນທະນາຄານຊາຄອມແບັງ​​ມີ 563 ຈຸດບໍລິການ, ໃນນັ້ນ 552 ຈຸດບໍລິຫານແມ່ນຢູ່ ສສ ຫວຽດນາມ, ຢູ່ລາຊະອານາຈັກກຳປູເຈຍມີ 7 ສາຂາບໍລິການແລະ ຢູ່ ສປປ ລາວ ມີ 2 ໜ່ວຍບໍລິການ, ທະນາຄານຊາຄອມແບັ່ງໄດ້ປະກອບສ່ວນແລະເຊື່ອມໂຍງເຂົ້າໃນບາດກ້າວຂະຫຍາຍຕົວແຫ່ງການພັດທະນາ​​ເສດຖະກິດຂອງລາວດ້ວຍການສະໜອງເຄື່ອງມືທາງດ້ານການເງິນແລະຜະລິດຕະພັນຕ່າງໆທາງດ້ານການເງິນທີ່ທັນສະໄໝໃຫ້ກັບລູກຄ້າ, ມາຮອດປັດຈຸບັນທະນາຄານຊາຄອມແບັງສາຂາລາວສາມາດລະດົມທຶນໄດ້ 78 ລ້ານໂດລາສະຫາລັດ ຫຼືປະມານ  624 ຕື້ກີບ, ສ່ວນສິນເຊື້ອບັນລຸໄດ້ຫຼາຍກວ່າ 500 ຕື້ກີບ, ຜົນກຳໄລກ່ອນ​​ເສຍອາກອນ 12,8 ຕື້ກີບ ຫຼື ປະມານ 1,6 ລ້ານໂດລາສະຫາລັດ.

ທ່ານອຳນວຍການກ່າວວ່າ: ​​​ໃນຕໍ່ໜ້າທະນາຄານຊາຄອມແບັງຈະສືບຕໍ່ຊອກຫາຕະຫຼາດ, ສ້າງວິທີການດຳເນີນທຸລະກິດ, ​ເປີດກ້ວາງການຮ່ວມມືກັບສະຖາບັນການເງິນ-ການທະນາຄານໃນ ສປປ ລາວໃຫ້ຫຼາຍຂຶ້ນ,​ ແນ່ໃສ່ຍົກລະດັບທາງດ້ານການຮ່ວມມື, ຂະຫຍາຍຕາໜ່າງການດຳເນີນທຸລະກິດ,​​ເປັນຕົ້ນແມ່ນການຂະ ຫຍາຍສາຂາ,ໜ່ວຍບໍລິການແລະ ສ້າງຜະລິດຕະພັນ- ການບໍລິການທີ່ແທດ​  ເໝາະກັບຈຸດພິເສດແລະ ຄວາມຕ້ອງການຂອງຕະລະຂົງເຂດວຽກງານ, ພ້ອມທັງລົງທຶນກໍ່ສ້າງພື້ນຖານເຕັກນິກ-ຂ່າວສານໃຫ້ທັນສະໄໝ,​ ເພື່ອສະໜອງການບໍລິການ​​ລູກຄ້າໃຫ້ວ່ອງໄວແລະ ມີຄຸນນະພາບສູງຂຶ້ນ.

No comments:

Post a Comment