Ad

Ad

15 December 2015

ຊຸບ​ເປີ​ມາ​​ເກັດ ລິ​ມປິງ ​ເປີດ​ຂຶ້ນ​ແລ້ວ​ໃນ​ນະຄອນ​ຫຼວງ​ວຽງ​ຈັນ

ຊຸບ​​ເປີມາ​​ເກັດ ລິມປິງ ( Limping ) ສາຂາລາວໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 12 ທັນວານີ້, ຢູ່​ viewmall ທີ່ບ້ານພະຂາວເມືອງໄຊທານີ ນະຄອນຫຼວງຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງເຂັມມະນີ ພົນ​​ເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກຳແລະ ການຄ້າ, ມີອະດີດເອກອັກຄະລັດຖະທູດໄທປະຈຳລາວ, ອຳນວຍການວິວມໍ, ຄະນະຜູ້ບໍລິຫານລິມປິງ, ພ້ອມດ້ວຍລູກຄ້າເຂົ້າຮ່ວມເປັນຈຳນວນຫຼາຍ.

ຜູ້ບໍລິຫານລິມປິງກ່າວວ່າ: ​ລິປິງ​ ​ເປັນຊຸບເປີມາເກັດຂະໜາດໃຫຍ່, ມີສິນຄ້າຫຼາກຫຼາກແລະ ມີຄວາມທັນສະໄໝແຫ່ງທຳອິດໃນລາວ, ເປັນຮູບແບບຊຸບເປີມາເກັດຂອງຈັງຫວັດຊຽງ​​ໃໝ່ເທດໄທ,​ໂດຍຮັກສາຮູບແບບຄວາມາເປັນເອກະລັກຂອງທ້ອງຖິ່ນ ແລະໄດ້ນຳແນວຄິດດັ່ງກ່ວມາ ປະຕິບັດຢູ່
ນະຄອນຫຼວງວຽງຈັນ​​ເປັນແຫ່ງທຳອິດ,​ ມີສິນຄ້າຫຼາຍກວ່າ 20 ພັນລາຍການທີ່ມີຄຸນນະພາ, ພ້ອມການໃຫ້ບໍລິການທີ່ດີ, ຊິ່ງເປັນໂຄງການພັນທະນາສິນຄ້າທີ່ປະສົບຜົນສຳເລັດໃນປະເທດໄທແລະ ​​ເພື່ອສ້າງໂອກາດໃຫ້ສິນຄ້າທ້ອງຖິ່ນໄດ້ເຂົ້າເຖິງຕະຫຼາດສາກົນ, ລິມປິງສາຂາລາວຖືເປັນສາຂາທີສຳຄັນຂອງລິມປິງຊຽງໃໝ່ຂອງການເປັນສາຂາຕ່າງປະເທດແຫ່ງທຳອິດຂອງຕົນ ​​ແລະເຊື້ອວ່າມັນຈະຊ່ວຍສ້າງສີສັນໃຫ້ນະຄອນຫຼວງວຽງຈັນໃນການຊີ້ສິນຄ້າໃນຮູບແບບໃໝ່, ຊຶ່ງຈະເປີດໃຫ້ບໍລິຫານທຸກໆມື້ເລີ່ແຕ່​​ເວລາ 9 : 00 ​ເຊົ້າ - 9 : 00 ​​ແລງ .

No comments:

Post a Comment