Ad

Ad

16 December 2015

ລາວເລີ່ມຂຶ້ນ​ທະບຽນ​ແຮງງານ​ຕ່າງປະ​ເທດເພື່ອຄວາມເປັນລະບຽບໃນສັງຄົມ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,​ ຈະດໍາເນີນການຂຶ້ນທະບຽນແລະອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວ​​ໃຫ້ຄົນຕ່າງປະເທດທີ່ອາໄສຢູ່ລາວຊຶ່ງຈະເລີ່ມແຕ່ວັນທີ16ທັນວາ 2015ຈົນໄປຮອດໃນວັນທີ 16 ມີນາ 2016  ໃຫ້ສໍາເລັດໃນເປົ້າໝາຍຫລາຍກວ່າ 30 ພັນຄົນ.
          ບັນຫາດັ່ງກ່າວໄດ້ມີການຖະແຫລງຂ່າວຢ່າງເປັນທາງການຂອງທ່ານຫົວໜ້າກົມຄຸ້ມຄອງແຮງງານ ແລະ ສະຫວັດດີການສັງຄົມ ພົງໄຊ ສັກອິນຖາລາດ ໃນວັນທີ 15 ທັນວານີ້ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ໂດຍໃຫ້ຮູ້ວ່າ: ເພື່ອເຮັດໃຫ້ສັງຄົມມີຄວາມເປັນ
ລະບຽບຮຽບຮ້ອຍ, ທັງເປັນການປົກປ້ອງສິດແລະ ຜົນປະໂຫຍດຂອງແຮງງານເຄື່ອນຍ້າຍ, ສ້າງຄວາມພ້ອມໃນການເຂົ້າເປັນປະຊາຄົມ​​ອາຊຽນໃນທ້າຍປີ 2015 ລັດຖະບານຈຶ່ງໄດ້ດໍາເນີນການຂຶ້ນທະບຽນແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ຍັງເຄື່ອນໄຫວແບບບໍ່ຖືກຕ້ອງຢູ່ລາວເພື່ອເກັບກໍາຈໍານວນ​​ວ່າມີເທົ່າໃດ, ຫລັງຈາກນັ້ນຈະນໍາມາແຍກໃຫ້ເຫັນລັກສະນະການເຄື່ອນໄຫວຂອງເຂົາເຈົ້າເພື່ອ​​ມອບໃຫ້ແຕ່ລະຂະ​​ແໜງການກ່ຽວຂ້ອງ​​ເປັນຜູ້ຄຸ້ມຄອງຕາມລະບຽບການຕໍ່ໄປ.

ທ່ານຫົວໜ້າກົມດັ່ງກ່າວໃຫ້ຮູ້ວ່າ: ສໍາລັບຄ່າຂຶ້ນທະບຽນແມ່ນ 3ແສນກີບຕໍ່ຄົນຕໍ່ເດືອນ ແລະ ເມື່ອສິ້ນສຸດເວລາກໍານົດໃຫ້ແລ້ວ, ແຕ່ຍັງມີຜູ້ເຄື່ອນໄຫວບໍ່ຖືກຕ້ອງຫລືຍັງມີຜູ້​​ໃຫ້ຄວາມສະດວກແກ່ກຸ່ມຄົນດັ່ງກ່າວໂດຍບໍ່ມີເຫດຜົນທາງເຈົ້າໜ້າທີ່ກ່ຽວຂ້ອງຈະໄດ້ດໍາເນີນມາດຕະການຕາມລະບຽບກົດໝາຍ, ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນກ່ຽວຂ້ອງ, ໂດຍສະເພາະແມ່ນຜູ້ໃຊ້ແຮງງານ, ຊາວ​​ຕ່າງປະເທດລວມທັງປະຊາຊົນລາວຜູ້ໃຫ້ເຊົ່າສະຖານທີ່ເຮັດທຸລະກິດ, ຄ້າຂາຍຫລືສະຖານທີ່ພັກພາອາໄສ, ໃຫ້ເຊົ່າທະບຽນວິສາຫະກິດແລະໂຄງການຕ່າງໆລວມທັງເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະຈົ່ງພ້ອມກັນເຂົ້າຮ່ວມເປັນເຈົ້າການໃຫ້ຖືກຕ້ອງຕາມລະບຽບນໍາກັນ.

No comments:

Post a Comment