Ad

Ad

9 December 2015

ໂຕ​ໂຍຕາ ຈັດ​ອົບຮົມການ​ຂັບ​ຂີ່​ປອດ​ໄພ


   ວັນທີ 1 ທັນວາຜ່ານມານີ້, ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈໍາກັດ ໄດ້ຈັດການອົບຮົມການຂັບຂີ່ປອດໄພ “Safe Driving Edu cation” ໃຫ້ວິຊາການ ກະຊວງໂຍທາທິການ ແລະ ຂົນສົ່ງ, ໂດຍການເຂົ້າຮ່ວມຂອງທ່ານ ວິຊຽນ ເອັມປະເສີດສຸກ ຮອງກໍາມະການຜູ້ຈັດການໃຫຍ່ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈໍາກັດ ແລະຄູຝຶກຈາກຕົວແທນຈຳໜ່າຍລົດໂຕໂຍຕາສາຂາຕ່າງໆໃນ ສປປ ລາວເຂົ້າຮ່ວມ.
     ທ່ານ ວິຊຽນເອັມປະເສີດສຸກ ກ່າວວ່າ: ຊຸດອົບຮົມດັ່ງກ່າວໄດ້ຈັດຂຶ້ນເພື່ອສ້າງຈິດສໍານຶກທີ່ດີໃຫ້ຜູ້ຂັບຂີ່ ມີຄວາມປອດໄພ ​​ແລະເພື່ອ​​ແນໃສ່ສ້າງຄູຝຶກດ້ານການຂັບຂີ່ໃຫ້ບັນດາຕົວແທນຈໍາໜ່າຍລົດໂຕໂຍຕາ
ໃນ ສປປ ລາວ ແລະ ເຈົ້າໜ້າທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມີຄວາມຮູ້ ແລະ ເຂົ້າໃຈ ໃນເລື່ອງຂອງຄວາມປອດໄພ ແລະ ສາມາດນໍາຄວາມຮູ້ເຫລົ່ານີ້ໄປຖ່າຍທອດໃຫ້ຜູ້ຂັບຂີ່ອື່ນໆອີກ. ການຝຶກອົບຮົມໄດ້ປະກອບມີ 2 ພາກຄື: ຕອນເຊົ້າ​​ເປັນພາກທິດສະດີ ທີ່ກ່ຽວກັບການຄາດການຂອງຜູ້ຂັບຂີ່ເພື່ອປ້ອງກັນການເກີດອຸປະຕິເຫດ ແລະ ຕອນບ່າຍເປັນພາກປະຕິບັດຕົວຈິງ, ຊຶ່ງຜູ້ເຂົ້າຮ່ວມຈະໄດ້ຂັບລົດຕົວຈິງ ແລະ ມີສ່ວນຮ່ວມໃນສະຖານີການທົດສອບຕ່າງໆ.

     ນອກຈາກນີ້ ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ໄດ້ຈັດກິດຈະກໍາຕ່າງໆ ເພື່ອສະໜັບສະໜູນດ້ານການສືກສາ, ກິລາ ແລະ ໄດ້ຈັດກິດຈະກໍາທາງດ້ານສິລະປະວັດທະນະທໍາຕ່າງໆຢ່າງຫລວງຫລາຍອີກດ້ວຍ.

No comments:

Post a Comment