Ad

Ad

18 December 2015

ລາວ-ກູເວດຍົກເວັ້ນວີຊາການທູດ ແລະ ລັດຖະການ

ຜູ້ທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການລະຫວ່າງ ສປປ ລາວ ແລະ ລັດກູເວດ, ແມ່ນໄດ້ຮັບການຍົກເວັ້ນວີຊາແລ້ວ, ພາຍຫລັງສອງປະເທດໄດ້ເຫັນດີເປັນເອກະພາບກັນການມີຜົນບັງຄັບໃຊ້ແລະເລີ່ມຈັດຕັ້ງປະຕິບັດສົນທິສັນຍາຍົກເວັ້ນວີຊາດັ່ງກ່າວແຕ່ວັນທີ 28 ຕຸລາ 2015 ເປັນຕົ້ນມາ.

ກະຊວງການຕ່າງປະເທດໃຫ້ຮູ້ວ່າ: ສົນທິສັນຍາວ່າດ້ວຍການຍົກເວັ້ນວີຊາດັ່ງກ່າວ, ໄດ້ຮັບການລົງນາມເມື່ອວັນທີ 10 ມິຖຸນາ 2015 ທີ່ນະຄອນຫລວງວຽງຈັນ ແລະ ເລີ່ມມີຜົນບັງຄັບໃຊ້ແຕ່ວັນທີ 28 ຕຸລາ 2015 ເປັນຕົ້ນມາ, ໂດຍມີເນື້ອໃນສໍາຄັນຄື: ຄົນສັນຊາດຂອງຄູ່ສັນຍາຝ່າຍໜຶ່ງທີ່ຖືໜັງສືຜ່ານແດນການທູດ-ລັດຖະການທີ່ມີອາຍຸນໍາໃຊ້ໄດ້ຈະໄດ້ຮັບການຍົກເວັ້ນວີຊາເມື່ອເດີນທາງເຂົ້າ, ອອກ, ຜ່ານ ແລະ ພັກເຊົາໃນດິນແດນຂອງຄູ່ສັນຍາອີກຝ່າຍໜຶ່ງໄດ້ພາຍໃນໄລຍະເວລາບໍ່
ເກີນ 30 ວັນນັບແຕ່ວັນທີ່ເດີນທາງເຂົ້າ ແລະ ຄົນສັນຊາດຂອງຄູ່ຮ່ວມສັນຍາຝ່າຍໜຶ່ງທີ່ຖືໜັງສືຜ່ານແດນຕາມກ່າວມາຂ້າງເທິງນັ້ນທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາຕິບັດໜ້າທີ່ຢູ່ສະຖານທູດ, ສະຖານກົງສູນຫລືອົງການຈັດຕັ້ງສາກົນຢູ່ໃນດິນແດນຂອງຄູ່ສັນຍາຝ່າຍໜຶ່ງ, ພ້ອມດ້ວຍສະມາ ຊິກຄອບຄົວ(ຜົວຫລືເມຍ ແລະ ລູກ) ທີ່ຕິດຕາມແລະຢູ່ຮ່ວມກັນກໍຈະໄດ້ຮັບການຍົກເວັ້ນວີຊາເມື່ອເດີນທາງເຂົ້າ-ອອກ, ຜ່ານແລະ ພັກເຊົາດິນແດນຂອງຄູ່ສັນຍາໃນໄລຍະເວລາ 30 ວັນນັບແຕ່ວັນທີ່ເດີນທາງເຂົ້າ, ແຕ່ຕ້ອງແຈ້ງໃຫ້ຄູ່ສັນຍາຝ່າຍໜຶ່ງຮັບຊາບລ່ວງໜ້າ 30 ວັນກ່ອນການເດີນທາງ.

No comments:

Post a Comment