Ad

Ad

16 December 2015

ກົດໝາຍ​ວ່າ​ດ້ວຍ​ລັດຖະບານສະ​ບັບປັບປຸງຖືກ​ຮັບຮອງ​ຈາກ​ສະພາ

     ກົດໝາຍວ່າດ້ວຍລັດຖະບານສະບັບປັບປຸງໄດ້ຮັບຮອງຈາກສະມາຊິກສະພາແຫ່ງຊາດຢ່າງເປັນເອກກະສັນໃນຕອນ​​​ເຊົ້າຂອງວັນທີ 15 ທັນວານີ້, ​ເຊິ່ງເປັນມື້ທີ 7 ຂອງວາລະດຳເນີນກອງປະຊຸມສະ​​ໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII. ທ່ານ ດຣ. ສອນໄຊ ສີພັນດອນ ລັດຖະມົນຕີ ຫົວໜ້າຫ້ອງວ່າການລັດຖະບານໄດ້ສະເໜີວ່າ: ຮ່າງກົດໝາຍວ່າດ້ວຍລັດຖະບານ ປີ 2003 ມີ 8 ໝວດ, 38 ມາດຕາ, ​ເມື່ອຜ່ານການປັບປຸງໄດ້ປ່ຽນມາ​​ເປັນ 8 ໝວດ, 36 ມາດຕາໃນນັ້ນໄດ້ໂຮມເອົາເນື້ອໃນຂອງ​ 9 ມາດຕາໃນສະບັບປີ 2003 ​ເຂົ້າເປັນ 4 ມາດຕາໃນສະບັບປັບປຸງແລະເພີ່ມ​​ເຂົ້າໃໝ່ 3 ມາດຕາໃນຈຳນວນ 36 ມາດຕາໄດ້ມີການປັບປຸງ 31 ມາດຕາເພື່ອໃຫ້ສ່ອດຄ່ອງກັບສະພາບຄວາມເປັນຈິງຂອງຊາດ, ຄວາມຮຽກຮ້ອງຕ້ອງການໃນການພັດທະນາ​ ​ໃນໄລຍະໃໝ່ແລະ ການເຊື່ອມໂຍງກັບພາກພື້ນແລະ ສາກົນໃຫ້ມີຄຸນນະພາ.

     ທ່ານລັດຖະມົນຕີຫົວໜ້າຫ້ອງວ່າການລັດຖະບານໄດ້ກ່າວວ່າ: ​ພາຍຫລັງກົດໝາຍສະບັບນີ້ໄດ້ຖືກຮັບຮອງ ຈະເປັນບາດກ້າວສໍາຄັນ​​ໃນການປະກອບສ່ວນເຂົ້າໃນວຽກງານປັບປຸງລະບົບບໍລິຫານລັດຂອງພວກເຮົາໃຫ້ມີຄວາມໜັກແໜ້ນເຂັ້ມແຂງ​, ລັດຖະບານ ຈະມີນິຕິກຳທີ່ມີເນື້ອໃນລະອຽດ, ຈະແຈ້ງແລະ ຮັດກຸມກວ່າເກົ່າເພື່ອເປັນບ່ອນອີງໃນການຈັດຕັ້ງເຄື່ອນໄຫວວຽກງານໂດຍມີການເພີ່ມທະວີການແບ່ງງານ, ​ແບ່ງຄວາມຮັບຜິດຊອບແລະ ປະສານສົມທົບໃນລະບອບແບບແຜນວິທີເຮັດວຽກທີ່ກົມກຽວແລະ ຄ່ອງຕົວກວ່າເກົ່າ, ຍົກສູງບົດບາດແລະ ຄວາມສາມາດໃນການບໍລິຫານຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມແລະ ບໍລິການປະຊາຊົນໄດ້ດີ, ມີຄວາມສັກສິດ, ປອດ​​ໃສແລະ ມີປະສິດທິພາບສູງ, ຮັບປະກັນຄວາມສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ທັງສອດຄ່ອງກັບລັດຖະທຳມະນູນແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ​.

     ​ໃນຂະນະດຽວກັນ ທ່ານ ສົມພັນແພງຄຳມີ ປະທານກອງປະຊຸມດັ່ງກ່າວ ຍັງໄດ້ມີຄຳຖາມເຈາະຈີ້ມບາງຄຳຖາມ ຕໍ່ຮ່າງກົດໝາຍດັ່ງກ່າວເພື່ອ​​ໃຫ້ສະມາຊິກສະພາແຫ່ງຊາດໄດ້ມີຄຳເຫັນເພື່ອໃຫ້ກົດໝາຍສະບັບປັບປຸງນີ້ມີຄວາມໜັກແໜ້ນ, ສົມບູນແລະ ຄົບຖ້ວນ ​​ແນໃສ່ຄຸ້ມຄອງການເຄື່ອນໄຫວຂອງວຽກງານລັດຖະບານໃຫ້ສອດຄ່ອງກັບເງື່ອນໄຂ​​ການພັດທະນາເສດຖະກິດ-ສັງຄົມໃຫ້ເປັນຮູບປະທຳຂຶ້ນກວ່າ​​ເກົ່າ.

No comments:

Post a Comment