Ad

Ad

21 December 2015

ເປີດ​ການ​​ແຂ່ງຂັນ​ແນວ​ຄວາມ​ຄິດ​ທາງ​ທຸລະ​ກິດ

ໃນວັນທີ 18-20ທັນວານີ້, ຢູ່ທີ່ ນະຄອນຫຼວງວຽງຈັນ, ​ໄດ້ເປີດກິດຈະກຳ​ ​ສົ່ງເສີມການສ້າງຜູ້ປະກອບການໃໝ່​​ໃນລາວ ( Startup Weekend  Vientiane ) ​ຂຶ້ນໂດຍການເຂົ້າຮ່ວມຂອງທ່ານຫົວໜ້າກົມສົ່ງເສີມທຸລະກິດຂະໜາດນ້ອຍແລະ ກາງ, ມີບັນດາຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມລິກາ​​ເຂົ້າຮ່ວມ​​​ນຳດ້ວຍ

ຫົວໜ້າກົມສົ່ງເສີມທຸລະກິດຂະໜາດນ້ອຍແລະ ກາງ​​​​ໃຫ້ຮູ້ວ່າ: ​ການສ້າງຜູ້ປະກອບການຫຼື​​ ​ເອີ້ນວ່າ: Entrepreneurs ​​ເປັນກິດຈະກໍາໜຶ່ງ​​ໂດຍການຄົ້ນຄິດ​​ຄວາມຄິດເຫັນຕ່າງໆເພື່ອພະຍາ ຍາມເຮັດໃຫ້​​ແນວຄວາມຄິດດັ່ງກ່າວເປັນທຸລະກິດ, ​​ເກີດຂຶ້ນໂດຍໄວ,​ ​ໂດຍບໍ່ຕ້ອງ​​ເສຍເວລາເວົ້າປາກ​​ເປົ່າພຽງ 54 ຊົ່ວໂມງກໍຈະສ້າງທຸລະກິດ​​ແບບໃດ
ໜຶ່ງຂຶ້ນມາໄດ້. ທ່ານ​​ຍັງໃຫ້ຮູ້ອີກວ່າ: ງານດັ່ງກ່າວນີ້, ບໍ່ແມ່ນງານສຳມະນາ ແລະ ບໍ່ແມ່ນການ​​ແຂ່ງຂັນ​​ແຜນທຸລະກິດມັນແມ່ນ ການເຂົ້າຮ່ວມໂດຍບໍ່ມີການບັງຄັບ, ຊຶ່ງທຸກຄົນທີ່ເຂົ້າຮ່ວມແມ່ນມີຈິດໃຈຢາກ​​ເປັນຜູ້ປະກອບການ ​​ແລະ ອາດຈະແມ່ນການປະກອບການທີ່ສະແຫວງຫາຜົນກຳໄລ ​​​ແລະປັບປຸງ​​ແກ້ໄຂບັນຫາສັງຄົມ​, ​ເພື່ອຕອບສະໜອງ​​ຄວາມຕ້ອງການຂອງຕະຫຼາດ, ​ເຊິ່ງການຈັດກິດຈະກຳດັ່ງກ່າວຄັ້ງນີ້,ເປັນຄັ້ງທີ 3 ​ແລະ ຜົນຕອບຮັບກໍ່ເພີ່ມຂຶ້ນຈາກຄັ້ງທຳອິດຫຼາຍພໍສົມຄວນ. ນອກຈາກນີ້ຜູ້ເຂົ້າຮ່ວມຍັງໄດ້ພົບກັບບັນດາຜູ້ປຶກສາທີ່ມີປະສົບການ​​ໃນການເຮັດທຸລະກິດແລະ ບັນດາບໍລິສັດຕ່າງໆທີ່ເປັນຄູ່ຮ່ວມງານແລະເປັນຜູ້ສະໜັບສະໜູນອີກດ້ວຍ.

No comments:

Post a Comment